14:54 | 16/06/2022

ການໝູນໃຊ້ດິຈິຕອນເພື່ອນໍາໝາກລິ້ນຈີ່ຖ່ຽວ ຫວຽດນາມ ໄປສູ່ທົ່ວໂລກ

ໂວດໃຫ້ການທ່ອງທ່ຽວຫວຽດນາມ ທີ່ລາຍການລາງວັນ World Travel Awards 2022 ໂວດໃຫ້ການທ່ອງທ່ຽວຫວຽດນາມ ທີ່ລາຍການລາງວັນ World Travel Awards 2022
ເປັນເຈົ້າການໝູນໃຊ້ກາລະໂອກາດຈາກສັນຍາ RCEP ເປັນເຈົ້າການໝູນໃຊ້ກາລະໂອກາດຈາກສັນຍາ RCEP
ການໝູນໃຊ້ດິຈິຕອນເພື່ອນໍາໝາກລິ້ນຈີ່ຖ່ຽວ ຫວຽດນາມ ໄປສູ່ທົ່ວໂລກ
ພາບປະກອບ (ພາບ: mekongasean.vn)

ເຫດການ​ໂດຍ​ກົມ​ການຂ່າວ​ການຕ່າງປະເທດ (ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ) ສົມທົບ​ກັບ​ແຂວງ ບັກ​ຢາງ ​ແລະ ຫາຍ​ເຢືອງ ​ໄດ້​ຈັດ​ຕັ້ງເພື່ອ​ແນະນຳ​ໝາກ​ລິ້ນ​ຈີ່ຖ່ຽວ ​ຫວຽດນາມ ​ໃຫ້​ບັນດາ​ອົງການຕາງໜ້າການຕ່າງປະເທດ, ບັນດາອົງການ​ຈັດ​ຕັ້ງ​ສາກົນ, ສື່ມວນຊົນ​ສາກົນ ​ແລະ ປະຊາ​ຄົມ​ຊາວ​ຕ່າງ​ປະ​ເທດ​ທີ່ຫວຽດນາມ, ສ້າງຊ່ອງ​ທາງ​ເຊື່ອມ​ຕໍ່​ເພື່ອ​ເປີດ​ກວ້າງ ​ແລະ ຫັນ​ຕະຫຼາດ​ຜະລິດ​ຕະພັນ​ກະ​ເສດ​ຫວຽດນາມເປັນຫຼາຍຮູບຫຼາຍແບບ.

ໜູນ​ຊ່ວຍ​ໃນການຊຸກຍູ້​​ການເປີດກວ້າງ​ຕະຫຼາດ, ຍູ້ແຮງ​ການເຄື່ອນໄຫວ​ສົ່ງ​ອອກໝາກລິ້ນຈີ່ ​ແລະ ບັນດາຜະລິດ​ຕະພັນ​ທີ່​ໄດ້ປຸງ​ແຕ່ງ​ຈາກ​ໝາກລິ້ນຈີ່​ໄປ​ສູ່​ຕະຫຼາດ​ສາກົນ​ໃໝ່; ເປັນບ່ອນເຊື່ອມຕໍ່, ພົບປະລະຫວ່າງນັກຄຸ້ມຄອງ, ນັກທຸລະກິດ ແລະ ຕະຫຼາດການບໍລິໂພກຜະລິດຕະພັນ.

ທີ່ເຫດການ, ບັນດາວິສາຫະກິດຜະລິດ, ປຸງແຕ່ງຜະລິດ​ຕະພັນ​ກະ​ເສດ ໄດ້ເຊີນເຂົ້າຮ່ວມການວາງສະແດງບັນດາຜະລິດ​ຕະພັນ​ກະ​ເສດທີ່ມີຄຸນນະພາບສູງ, ມີຄຸນລັກສະນະສະເພາະ ແລະ ບັນດາຜະລິດຕະພັນທີ່ໄດ້ປຸງແຕ່ງຈາກຜະລິດຕະພັນກະເສດທີ່ຮ້ານດິຈິຕອນຂອງບັນດາຫນ້າເວັບການຄ້າເອເລັກໂຕນິກຄື Postmart, ຫວໍຊໍ່...

ຫອມມາລາ

Link: https://huunghivietlao.thoidai.com.vn/detail-article-14417.html

In bài biết