08:00 | 14/06/2022

ຫວຽດນາມ-ລາວ ເພີ່ມທະວີການຮ່ວມມືດ້ານສາສະໜາ

ຫວຽດນາມ - ໂອມານ ສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການ ພົວພັນທາງການທູດ ຫວຽດນາມ - ໂອມານ ສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການ ພົວພັນທາງການທູດ
ການປຸກລະດົມລາຍການ “ໜຶ່ງລ້ານຕົ້ນໄໝ້ - ເພື່ອໜຶ່ງຫວຽດນາມສີຂຽວ” ການປຸກລະດົມລາຍການ “ໜຶ່ງລ້ານຕົ້ນໄໝ້ - ເພື່ອໜຶ່ງຫວຽດນາມສີຂຽວ”

ທີ່ການພົບປະເຈລະຈາ, ສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີການໂຄສະນາຢ່າງເລິກເຊິ່ງກວ້າງຂວາງໃນໝູ່ປະຊາຊົນສອງປະເທດກ່ຽວກັັບມູນເຊື້ອສາມັກຄີ, ມິດຕະພາບແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ ແລະລາວ; ຈັດຕັ້ງການແລກປ່ຽນບົດຮຽນ, ກອງປະຊຸມສຳມະນາວິທະຍາສາດກ່ຽວກັບວຽກງານສາສະໜາດ້ວຍຫຼາຍຮູບການເໝາະສົມເພື່ອຊຸກຍູ້ວຽກງານສາສະໜາໃຫ້ບັນລຸປະສິດທິຜົນສູງກວ່າອີກ, ປະກອບສ່ວນປົກປັກຮັກສາເອກະລາດ ແລະສະຖຽນລະພາບຂອງສອງປະເທດ, ສະຖຽນລະພາບໃນພາກພື້ນ ແລະໂລກ.

ຫວຽດນາມ-ລາວ ເພີ່ມທະວີການຮ່ວມມືດ້ານສາສະໜາ
ບັນຍາກາດທີ່ການພົບປະເຈລະຈາ. ພາບ: vov.vn

ສອງຝ່າຍເຫັນດີເປັນເອກະພາບຮ່ວມມືກໍ່າສ້າງພະນັກງານເຮັດວຽກງານສາສະໜາ ຜ່ານການຮ່ວມມືລະຫວ່າງລັດຖະບານຫວຽດນາມ-ລາວ; ຊຸກຍູ້ການເພີ່ມທະວີສາຍພົວພັນມິດຕະພາບແບບພິເສດລະຫວ່າງບັນດາອົງການເຮັດວຽກງານສາສະໜາຂອງບັນດາແຂວງຕິດຈອດຊາຍແດນຂອງສອງປະເທດ.

ສິ້ນສຸດການພົບປະເຈລະຈາ, ສອງຝ່າຍໄດ້ເຊັນຂໍ້ຕົກລົງຮ່ວມມືລະຫວ່າງຄະນະສາສະໜາລັດຖະບານຫວຽດນາມ ແລະຄະນະກຳມະການສູນກາງແນວລາວສ້າງຊາດ ໄລຍະ 2022 - 2026.

Link: https://huunghivietlao.thoidai.com.vn/detail-article-14392.html

In bài biết