14:00 | 14/06/2022

ຫວຽດນາມ ລົງທຶນ ກວ່າ 815 ລ້ານ USD ເຂົ້າໃນຂົງເຂດພະລັງງານ ແລະ ຂຸດຄົ້ນບໍ່ແຮ່ ຢູ່ລາວ

HFHI ໜູນ​ຊ່ວຍ​ກວ່າ 900 ລ້ານ​ດົ່ງ​ເພື່ອ​ປັບປຸງເງື່ອນໄຂ​ຊີວິດ​ການ​ເປັນ​ຢູ່ ​ແລະ ສຸຂະພາບ​ໃຫ້​ຊາວ​ເຫ້ວ HFHI ໜູນ​ຊ່ວຍ​ກວ່າ 900 ລ້ານ​ດົ່ງ​ເພື່ອ​ປັບປຸງເງື່ອນໄຂ​ຊີວິດ​ການ​ເປັນ​ຢູ່ ​ແລະ ສຸຂະພາບ​ໃຫ້​ຊາວ​ເຫ້ວ
10 ກວ່າ​ປະ​ເທດ ​ແລະ ​ເຂດ​ແຄວ້ນ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ VIETNAM DAIRY 2022 10 ກວ່າ​ປະ​ເທດ ​ແລະ ​ເຂດ​ແຄວ້ນ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ VIETNAM DAIRY 2022
ຫວຽດນາມ ລົງທຶນ ກວ່າ  815  ລ້ານ USD ເຂົ້າໃນຂົງເຂດພະລັງງານ ແລະ ຂຸດຄົ້ນບໍ່ແຮ່ ຢູ່ລາວ
ພາບປະກອບ​ (ພາບ: ThaiPBS)

ທ່ານຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ອັດຕະປື ວິທະຍາ ພົມມະຈັນ ໃຫ້ຮູ້ວ່າ ໃນຈໍານວນກວ່າ 800 ລ້ານUSD ທີ່ກ່າວມາຂ້າງເທິງນັ້ນ, ມີ 30,8 ລ້ານUSDລົງທຶນໃສ່ສະຖານີສົ່ງໄຟຟ້າແຫ່ງໜຶ່ງ, 691 ລ້ານ USD ລົງທຶນໃສ່ຂົງເຂດພະລັງງານ ແລະ 93,3 ລ້ານ USD ລົງທຶນໃສ່ຂະແໜງການຂຸດຄົ້ນບໍ່ແຮ່.

ຕາມທ່ານ ວິທະຍາ ພົມມະຈັນ , ບັນດາບ້ວງເງິນລົງທຶນໃສ່ພະລັງງານ ແມ່ນໄດ້ນຳໃຊ້ເຂົ້າໃນການພັດທະນາບັນດາເຂື່ອນໄຟຟ້າ ເຊຂະໝານ 1, ເຂື່ອນໄຟຟ້າ ເຊຂະໝານ ສານໄຊ, ເຂື່ອນໄຟຟ້າ ເຊກອງ ລຸ່ມ A ແລະ ເຂື່ອນໄຟຟ້າ ເຊກອງ ລຸ່ມ B. ທັງໝົດ ເຂື່ອນໄຟຟ້າແຫ່ງນີ້ຄາດວ່າ ຈະໄດ້ສ້າງສຳເລັດໃນປີ 2025.

ຕາມໜັງສືພິມວຽງຈັນທາຍ, ບັນດາບໍລິສັດຫວຽດນາມປະຈຸບັນມີ 417 ໂຄງການລົງທຶນຢູ່ລາວ ດ້ວຍຍອດມູນຄ່າ 4,3 ຕື້ USD. ຫວຽດນາມ ຢືນຢູ່ອັນດັບ 3 ໃນຈຳນວນ 54 ປະເທດ ແລະ ເຂດແຄ້ວນທີ່ລົງທຶນຢູ່ລາວ.

ຫອມມາລາ

Link: https://huunghivietlao.thoidai.com.vn/detail-article-14387.html

In bài biết