07:16 | 14/06/2022

ຫວຽດນາມສະໜັບສະໜູນບັນດາຫົວຄິດປະດິດສ້າງ ແລະ ການກະທຳເພື່ອແນໃສ່ຊຸກຍູ້ “ວຽກງານທີ່ແທດເໝາະ ແລະ ພື້ນຖານເສດຖະກິດສາມັກຄີ”.

ໂວດໃຫ້ການທ່ອງທ່ຽວຫວຽດນາມ ທີ່ລາຍການລາງວັນ World Travel Awards 2022 ໂວດໃຫ້ການທ່ອງທ່ຽວຫວຽດນາມ ທີ່ລາຍການລາງວັນ World Travel Awards 2022
ຫວຽດນາມ ຈັດຕັ້ງກອງປະຊຸມບັນດາສູນຮັກສາສັນຕິພາບ ຢ່າງສໍາເລັດຜົນ ຫວຽດນາມ ຈັດຕັ້ງກອງປະຊຸມບັນດາສູນຮັກສາສັນຕິພາບ ຢ່າງສໍາເລັດຜົນ
ຫວຽດນາມສະໜັບສະໜູນບັນດາຫົວຄິດປະດິດສ້າງ ແລະ ການກະທຳເພື່ອແນໃສ່ຊຸກຍູ້ “ວຽກງານທີ່ແທດເໝາະ ແລະ ພື້ນຖານເສດຖະກິດສາມັກຄີ”.
ທ່ານ​ລັດຖະມົນຕີ​​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ ດາວຫງອກຢຸງ (ພາບ: Molisa)

ທ່ານ​ລັດຖະມົນຕີ ດາວຫງອກຢຸງ ​ໄດ້ສະແດງຄວາມ​ຊົມ​ເຊີຍ ​ແລະ ​ເຫັນ​ດີ​ເປັນ​ເອກະ​ພາບ​ກັບ​ຫົວ​ຂໍ້​ຂອງ​ກອງ​ປະຊຸມ, ພ້ອມ​ກັນ​ນັ້ນ ກໍ​ສະໜັບສະໜູນ​ບັນດາ​ຫົວຄິດປະດິດສ້າງ, ການ​ກະທຳ​ຂອງອົງການຈັດຕັ້ງແຮງງານສາກົນ ເພື່ອ​ແນ​ໃສ່​ຊຸກຍູ້ ວຽກ​ງານ​ທີ່​ແທດເໝາະ​ ​ແລະ ​ພື້ນຖານເສດຖະກິດ​ສາມັກຄີ.

ທ່ານ​ກ່າວ​ວ່າ: “ຫວຽດນາມ ຍາມ​ໃດ​ກໍ​ສະເໝີຕົ້ນສະເໝີປາຍ​ກັບ​ທັດສະນະ​​​ພັດທະນາຢ່າງ​ຮອບດ້ານ, ​ກວມລວມ ​ແລະ ຫມັ້ນຄົງເພື່ອມະນຸດ; ​ຖືມະນຸດເປັນໃຈກາງ​ຂອງ​ວິວັດ​ການ​ພັດ​ທະ​ນາ, ບໍ່​ຈໍາແນກເພດ, ອາ​ຍຸ, ຊົນ​ເຜົ່າ, ສາສະໜາ, ​ພາກສ່ວນ, ຊົນ​ຊັ້ນ ​ແລະ ​ສະ​ຖາ​ນະ​ຕໍາແໜ່ງ​ທາງ​ສັງ​ຄົມ. ຫວຽດນາມ ສະໜັບສະໜູນ ILO ຊຸກຍູ້​ພື້ນຖານ​ເສດຖະກິດສາມັກຄີ, ​ພັດທະນາ​ແບບ​ຍືນ​ຍົງ ແລະ ​ພິເສດແມ່ນເຫັນດີເຫັນເປັນເອກະພາບກ່ຽວກັບກອງປະຊຸມປຶກສາຫາລືເພື່ອຍົກອອກບັນດາເງື່ອນໄຂກ່ຽວກັບຄວາມປອດໄພ, ອະນາໄມແຮງງານເຂົ້າໃນຖະແຫຼງການປີ 1998 ວ່າດ້ວຍບັນດາຫຼັກການ ແລະ ສິດພື້ນຖານທີ່ບ່ອນເຮັດວຽກ.

ຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າ ຈະຮ່ວມແຮງຮ່ວມໃຈກັບບັນດາປະເທດສະມາຊິກເພື່ອແກ້ໄຂບັນດາສິ່ງທ້າທາຍຂອງວຽກເຮັດງານທຳໃນອະນາຄົດ, ພ້ອມກັນນັ້ນ ກໍຫວັງວ່າ ILO ຈະສືບຕໍ່ໜູນຊ່ວຍ ຫວຽດນາມ ຮັບປະກັນວຽກເຮັດງານທຳໃຫ້ແທດເໝາະໃນສະພາບການໂລກທີ່ມີຫຼາຍການຜັນແປ.”

ຫອມມາລາ

Link: https://huunghivietlao.thoidai.com.vn/detail-article-14379.html

In bài biết