10:55 | 06/06/2022

ຄວາມ​ງາມ​ຂອງ​ບັນ​ດາ​ໝູ່​ບ້ານ​ຫາ​ປ່າ​ຢູ່ ຫວຽດ​ນາມ

ຫຼົງ​ໄຫຼກັບ​ຄວາມ​ງາມ​ທີ່​ໃຫຍ່​ໂຕ​ມະ​ໂຫ​ຖານ, ປະຖົມປະຖານ​ຂອງ​ອ່າວ​ຮະ​ລອງ​ບົນ​ພູ​ພຽງ ຫຼົງ​ໄຫຼກັບ​ຄວາມ​ງາມ​ທີ່​ໃຫຍ່​ໂຕ​ມະ​ໂຫ​ຖານ, ປະຖົມປະຖານ​ຂອງ​ອ່າວ​ຮະ​ລອງ​ບົນ​ພູ​ພຽງ
ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະສ້າງ​ເງື່ອນ​ໄຂ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນ ຍີ່​ປຸ່ນ ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະສ້າງ​ເງື່ອນ​ໄຂ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນ ຍີ່​ປຸ່ນ

ໝູ່​ບ້ານ​ຫາ​ປ່າ ເກືອ​ວ້ານ (ຮະ​ລອງ)

ຄວາມ​ງາມ​ຂອງ​ບັນ​ດາ​ໝູ່​ບ້ານ​ຫາ​ປ່າ​ຢູ່ ຫວຽດ​ນາມ
ພາ​ບ: dulichhalong.net

ໂດຍນອນ​ຢູ່​ທ່າມ​ກາງ​ອ່າວ​ຮະ​ລອງ, ໝູ່​ບ້ານ​ເກືອ​ວ້ານ ປັດ​ຈຸ​ບັນ​ແມ່ນ​ບ່ອນ​ດຳ​ລົງ​ຊີ​ວິດ​ຂອງ 176 ຄ​ອບ​ຄົວ, ດ້ວຍ​ປະ​ຊາ​ຊົນ​ກ່​ວາ 750 ຄົນ, ສ່ວນຫຼາຍ​ດຳ​ລົງ​ຊີ​ວິດ​ດ້ວຍ​ອາ​ຊີບ​ຫາ​ປາ. ມາ​ເຂດ​ເກຶອ​ວ້ານ, ແຂກ​ທ່ອງ​ທ່ຽວ​ຈະ​ຖືກ​ດຶງ​ດູດ​ໃຈ​ດ້ວຍ​ຄວາມ​ງາມ​ຂອງ​ເຮືອ, ເຮືອນ​ຊານ, ຊາວ​ປະ​ມົງ​ທີ່​ລຽບງ່າຍ​ ແຕ່​ມີ​ຄວາມ​ຮັກ​ແພງ​ແຂກ​ຄົນ...

ຄວາມ​ງາມ​ຂອງ​ບັນ​ດາ​ໝູ່​ບ້ານ​ຫາ​ປ່າ​ຢູ່ ຫວຽດ​ນາມ
ພາບ: dulichhalong.net

ໝູ່​ບ້ານ​ກ໊າຍ​ແບ່ວ (ກາດ​ບ່າ, ຫ໋າຍ​ຟ່ອງ)

ຄວາມ​ງາມ​ຂອງ​ບັນ​ດາ​ໝູ່​ບ້ານ​ຫາ​ປ່າ​ຢູ່ ຫວຽດ​ນາມ
ພາບ: truyenhinhdulich.vn

ໝູ່​ບ້ານ​ກ໊າຍ​ແບ່ວ​ມີ​ຄວາມກວ້າງ​ປະ​ມານ 18.000 ຕາ​ແມັດ, ຂຶ້ນ​ກັບ​ເທດ​ສະ​ບານ​ກ໊າດ​ບ່າ, ເມືອງ​ກາດ​ຫ໋າຍ, ຫ໋າຍ​ຝ່ອງ ເຊິ່ງ​ແມ່ນ​ໝູ່​ບ້ານດິນ​ພົ້ນ​ແມ່​ນ້ຳ​ໃຫຍ່​ທີ່​ສຸດ​ຂອງ​ຫວຽດ​ນາມ, ພ້ອມ​ທັງ​ກໍ່​ແມ່ນ​ຮ່ອງ​ຮອຍວັນນະຄະດີບູ​ຮານ​ສຳ​ຄັນ​ທີ່​ສຸດ​ຢູ່​ເຂດ​ແຄມ​ທະ​ເລ ແລະ ໝູ່​ເກາະ​ທາງ​ທິດ​ຕາ​ເວັນ​ອອກ​ສ່ຽງ​ເໜືອ ຫວຽດ​ນາມ. ໝູ່​ບ້ານ​ກ໋າຍ​ແບ່ວ​ຍັງ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ດ້ວຍ​ຄວາມ​ງາມ​ດັ່ງ​ໃນ​ຝັນ​ຂອງ​ທຳ​ມະ​ຊາດ ແລະ ການ​ດຳ​ລົງ​ຊີ​ວິດ​ທີ່​ຄຶກ​ຄື້ນ​ຂອງ​ຊາວ​ປະ​ມົງ.

ຄວາມ​ງາມ​ຂອງ​ບັນ​ດາ​ໝູ່​ບ້ານ​ຫາ​ປ່າ​ຢູ່ ຫວຽດ​ນາມ
ພາບ: truyenhinhdulich.vn

ໝູ່​ບ້ານ​ລັງ​ໂກ (ເຫ້ວ)

ຄວາມ​ງາມ​ຂອງ​ບັນ​ດາ​ໝູ່​ບ້ານ​ຫາ​ປ່າ​ຢູ່ ຫວຽດ​ນາມ
ພາບ: kinhtemoitruong.vn

ໝູ່​ບ້ານ​ລັງ​ໂກ (ເມືອງ​ຝູ​ລົກ, ແຂວງ​ເທື່ອ​ທຽນ ເຫ້ວ) ມີ​ຄວາມ​ງາມ​ຄືດັ່ງພາບ ດ້ວຍ​ຫາດ​ຊາຍ​ຂາວ​ທີ່​ແກ່​ຍາວ​ນັບ​ສິບ​ກີ​ໂລ​ແມັດ, ນ້ຳ​ທະ​ເລ​ທີ່ຂຽວ​ໃສ​. ຄວາມ​ງາມ​ພ້ອມ​ກັບ​ຄວາມ​ຮັ​ກ​ແພງ​ແຂກ​ຄົນ, ຄວາມ​ສຸດ​ຈິດ​ສຸດ​ໃຈ​ຂອງ​ຊາວ​ເຫ້ວ ເຮັດ​ໃຫ້​ບ່ອນ​ນີ້​ຍາມ​ໃດ​ກໍ່​ສ້າງ​ຄວາມ​ປະ​ທັບ​ໃຈທີ່​ຍາກ​ຈະຫຼົງ​ລື່ມ​ໄດ້​ຂອງ​ແຂກ​ທ່ອງ​ທ່ຽວ.

ຄວາມ​ງາມ​ຂອງ​ບັນ​ດາ​ໝູ່​ບ້ານ​ຫາ​ປ່າ​ຢູ່ ຫວຽດ​ນາມ
ພາບ: kinhtemoitruong.vn

ໝູ່​ບ້ານ​ຫ໋າຍ​ມິງ (ກຸຍ​ເຍິນ, ບິ່ງ​ດິ້ງ)

ຄວາມ​ງາມ​ຂອງ​ບັນ​ດາ​ໝູ່​ບ້ານ​ຫາ​ປ່າ​ຢູ່ ຫວຽດ​ນາມ
ພາບ: ອານ​ແຄ໊ງ

ໝູ່​ບ້ານ​ຫ໋າຍ​ມິງນອນ​ຢູ່​ແຫຼມ​ເຟືອງ​ມາຍ, ຂຶ້ນ​ກັບ​ເຂດ 9, ຕາ​ແສງ​ຫ໋າຍ​ກ໋າງ, ນະ​ຄອນ​ກຸຍ​ເຍິນ. ມາ​​ໝູ່​ບ້ານ​ຫ໋າຍ​ມິງ, ແຂກ​ທ່ອງ​ທ່ຽວ​ບໍ່​ພຽງ​ແຕ່​ໄປ​ຄົ້ນ​ຫາ​ຄວາມ​ງາມ​ຂອງ​ທຳ​ມະ​ຊາດແບບປະຖົມປະຖານ​ເທົ່າ​ນັ້ນ ​ຫາກ​ຍັງ​ຮູ້​ສຶກ​ໄດ້​ເຖິງຄວາມ​ຮັກ​ແພງ​ແຂກ​ຄົນ​ຂອງ​ຊາວ​ປະ​ມົງ​ທິ່​ໃຈ​ດີ​ອີກ​ດ້ວຍ.

ຄວາມ​ງາມ​ຂອງ​ບັນ​ດາ​ໝູ່​ບ້ານ​ຫາ​ປ່າ​ຢູ່ ຫວຽດ​ນາມ
​ພາບ: ເຕືອງກວຽນ

ໝູ່​ບ້ານ​ບິກເດິມ (ຍາ​ຈາ​ງ)

ຄວາມ​ງາມ​ຂອງ​ບັນ​ດາ​ໝູ່​ບ້ານ​ຫາ​ປ່າ​ຢູ່ ຫວຽດ​ນາມ
ພາບ: kinhtemoitruong.vn

ນອນ​ໃນ​ກຸ່ມ​ໝູ່​ເກາະ​ຮ່ອນ​ແຈ, ຂຶ້ນ​ກັບ​ຕາ​ແສງ​ໄກ​ທີ່​ສຸດ​ຂອງ​ຍາ​ຈາງ, ບ່ອນ​ນີ້​ມີ​ຊື່​ສຽງ​ດ້ວຍ​ໜອງ​ນ້ຳ​ທີ່​ຂຽວ​ສົດ​ງົດ​ງາມ​ຄື​ເພັດ ແລະ ນັ້ນ​ກໍ່​ແມ່ນ​ຕົ້ນ​ກຳ​ເນີດຂອງ​ບິດ​ເດິມ. ເມື່ອ​ຍ່າງ​ຢູ່ທີ່​ນີ້ ກໍ​ຮູ້​ສຶກ​​ມີ​ຄວາມ​ສະ​ຫງົບ​ສຸກທີ່ສຸດ.

ໝູ່ບ​ບ້ານ​ມຸຍ​ແນ໊ (ຟານ​ທຽດ)

ຄວາມ​ງາມ​ຂອງ​ບັນ​ດາ​ໝູ່​ບ້ານ​ຫາ​ປ່າ​ຢູ່ ຫວຽດ​ນາມ
ພາບ: kinhtemoitruong.vn

ໝູ່​ບ້ານ​ມຸຍ​ແນ໊ ຫຼື ​ຍັງ​ໄດ້​ເອີ້ນ​ວ່າ​ ທ່າ​ກ່ຳ​ປັ່ນ​ຫາ​ປາ​ມຸຍ​ແນ໊ ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ດຶງ​ດູດ​ແຂງ​ທ່​ອງ​ທ່ຽວ​ເມື່ອ​ມາ​ຍັງ​ຟານ​ທຽດ. ໝູ່​ບ້ານຕັ້ງ​ຢູ່​ເສັ້ນ​ທາງ​ຮິງ​ທຸກ​ຄ໊າງ, ລຽບ​ຕາມ​ຫາດ​ຊາຍ​ທີ່​ຍາວ​ປະ​ມານ1ກິ​ໂລ​ແມັດ, ໝູ່​ບ້ານ​ມຸຍ​ແນ໊ແມ່ນ​ສະ​ຖານ​ທີ່​ຂອງ​ບັນ​ດາ​ຄອບ​ຄົວ​ທີ່​ຫາ​ປາ​ເປັນ​ມື​ອາ​ຊີບ.

ພາບ: kinhtemoitruong.vn

ໝູ່​ບ້ານ​ແທງ​ນາມ (ໂຮ້ຍ​ອານ)

ພາບ: kinhtemoitruong.vn

ແທງ​ນາມ ແມ່ນ​ໝູ່​ບ້ານ​ຫາ​ປາ​ນອນ​ຢູ່​ແຄມ​ທະ​ເລ​ເກືອ​ດ້າຍ, ເຊິ່ງໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ເມື່ອ​ມາ​ໂຮ້ຍ​ອານ. ມາ​ຮອດ​ໝູ່​ບ້ານ​ແທງ​ນາມ, ​ຊາວ​ປະ​ມົງ​ຢູ່​ແຫ່ງ​ນີ້ ຈະພາແຂກ​ທ່ອງ​ທ່ຽວ​ໄປ​ຢ້ຽມ​ຊົມ​ທິວ​ທັດ​ທຳ​ມະ​ຊາດ​ເຂດ​ແມ່​ນ້ຳ​ລຳ​ເຊທີ່ສວຍ​ສົດ​ງົດ​ງາມ, ໄດ້ຮັບການ​ແນະ​ນຳ​ວິ​ທີ​ພາຍ​ເຮືອ, ຫ້າງ​ແຮ້ວຫາ​ປ່າ.

ຄວາມ​ງາມ​ຂອງ​ບັນ​ດາ​ໝູ່​ບ້ານ​ຫາ​ປ່າ​ຢູ່ ຫວຽດ​ນາມ
ພາບ: kinhtemoitruong.vn

ໝູ່​ບ້ານ​ຫາ​ປາ ເຟືອກ​ຫ໋າຍ (ຫວູງ​ເຕົ​າ)

ພາບ: kinhtemoitruong.vn

ໝູ່​ບ້ານ​ຫາ​ປາ​ເຟືອກ​ຫ໋າຍ ມີ​ແຕ່​ດົນ​ນານ​ແລ້ວ, ຂຶ້ນ​ກັບ​ຕາ​ແສງ​ເຟືອ​ກ​ຫ໋າຍ, ເມືອງ​ເດິດ​ດໍ, ແຂວງ​ບ່າ​ເຣ້ຍ - ຫວູງ​ເຕົາ, ປະ​ຊາ​ຊົນ​ຢູ່​ແຫ່ງ​ນີ້​ສ່ວນຫຼາຍ​ດຳ​ລົງ​ຊີ​ວິ​ດ​ດ້ວຍ​ອາ​ຊີ​ຫາ​ປາ ແລະ ເຮັດ​ແຫ້ງ. ປັດ​ຈຸ​ບັນ, ເຟືອກ​ຫ໋າຍ​ຍັງ​ຄຶກ​ຄື້ນຍາມ​ຮຸ່ງ​ເຊົ້າ ແລະ ໃນ​ເມື່ອ​ກ່ຳ​ປັ່ນ​ຫາ​ປາ​ຂອງ​ຊາວ​ປະ​ມົງ​ນຳ​ອາ​ຫານ​ທະ​ເລ​ແຊບ​ສົດກັບ​ມາ​​.

ຄວາມ​ງາມ​ຂອງ​ບັນ​ດາ​ໝູ່​ບ້ານ​ຫາ​ປ່າ​ຢູ່ ຫວຽດ​ນາມ
ພາບ: thoidai.com.vn

ໝູ່​ບ້ານ​ຫາ​ປາຮ່າມ​ນິງ (ຝູກວັກ)

ຄວາມ​ງາມ​ຂອງ​ບັນ​ດາ​ໝູ່​ບ້ານ​ຫາ​ປ່າ​ຢູ່ ຫວຽດ​ນາມ
ພາບ: kinhtemoitruong.vn

ໝູ່​ບ້ານນອນ​ຢູ່​ຕີນ​ພູ​ຮ່າມ​ນິງ, ຂຶ້ນ​ກັບ​ຕາ​ແສງ​ຮ່າ​ມ​ນິງ, ເມືອງ​ຝຸກວັກ, ແຂວງ​ກຽນ​ຢາງ. ປະ​ຊາ​ຊົນ​ຢູ່ແຫ່ງ​ນີ້​ດຳ​ລົງ​ຊີ​ວິດ​ດ້ວຍ​ອາ​ຊີບ​ຫາ​ປາ, ຂຸດ​ຄົ້ນ​ສິນ​ໃນ​ນ້ຳ​ຢູ່​ມະ​ຫາ​ສະ​ມຸດ​ທະ​ເລ. ປັດ​ຈຸ​ບັນ, ເຂດ​ນີ້​ໄດ້​ນຳ​ເຂົ້າ​ເຄື່ອນ​ໄຫວ​ການ​ຂຸດ​ຄົ້ນ​ຄ​ວາມ​ສາ​ມາດ​ບົ່ມ​ຊ້ອນ​ຂະ​ແໜງ​ທ່ອງ​ທ່ຽວ.

ບຸນ​ຄົງ

Link: https://huunghivietlao.thoidai.com.vn/detail-article-14275.html

In bài biết