09:45 | 05/06/2022

ຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນປະເທດ ຫວຽດນາມ - ອິດສະຣາແອນ ພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນ

ອິດສະຣາແອນ ໜູນຊ່ວຍ ຫວຽດນາມ ໃນການຕ້ານພະຍາດ COVID-19 ອິດສະຣາແອນ ໜູນຊ່ວຍ ຫວຽດນາມ ໃນການຕ້ານພະຍາດ COVID-19
ຫວຽດນາມ ແລະ ອິດສະຣາແອນ ເລີ່ມຕົ້ນການເຈລະຈາກ່ຽວກັບການຮ່ວມມືດ້ານແຮງງານ ຫວຽດນາມ ແລະ ອິດສະຣາແອນ ເລີ່ມຕົ້ນການເຈລະຈາກ່ຽວກັບການຮ່ວມມືດ້ານແຮງງານ

2 ຝ່າຍ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ສະຖານະ​ການ​ຄວາມ​ໝັ້ນຄົງ​ສາກົນ ​ແລະ ພາກ​ພື້ນ ​ແລະ ບັນດາ​ບັນຫາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ; ຕີ​ລາຄາ​ການ​ພົວພັນ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ​ສອງ​ຝ່າຍ​ໃນ​ໄລຍະ​ທີ່​ຜ່ານ​ມາ, ພ້ອມ​ທັງ​ສະ​ເໜີ​ທິດ​ທາງ ​ແລະ ມາດ​ຕະການ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ປະ​ເທດ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ພັດທະນາ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ກວ່າ​ໃນ​ໄລຍະ​ຈະ​ມາ​ເຖິງ.

2 ຝ່າຍ​ໄດ້​ຕີ​ລາຄາ​ສູງ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ທີ່ນັບ​ມື້​ນັບ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ບຳລຸງ​ສ້າງ...

ຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນປະເທດ ຫວຽດນາມ - ອິດສະຣາແອນ ພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນ
ຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນປະເທດ ຫວຽດນາມ - ອິດສະຣາແອນ ພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນ. (ພາບ: qdnd)

ການ​ພົວພັນ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ປະ​ເທດ​ສອງ​ຝ່າຍ​ມີ​ຄວາມ​ສົນ​ໃຈ ​ແລະ ຊຸກຍູ້, ພິ​ເສດ​ແມ່ນ​ການ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ກົນ​ໄກ​ສົນທະນາ​ນະ​ໂຍບາຍ​ປ້ອງ​ກັນ​ປະ​ເທດ, ການຮ່ວມ​ມື​ຄົ້ນຄວ້າ, ບຳລຸງ​ສ້າງ, ​ເຕັກ​ໂນ​ໂລ​ຊີ​ປ້ອງ​ກັນ​ປະ​ເທດ ​ແລະ ​ແລກປ່ຽນ​ຄະນະ, ຮັກສາ​ຄວາມ​ໝັ້ນຄົງ​ເຄືອ​ຂ່າຍ, ກູ້​ຊີບ, ກູ້​ໄພ.

ສອງຝ່າຍເຫັນດີເປັນເອກະພາບຕໍ່ບັນດາເນື້ອໃນການຮ່ວມມືໃນໄລຍະຈະມາເຖິງ ຈະສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ, ຊຸກຍູ້ການຮ່ວມມືໃນຂົງເຂດອຸດສາຫະກຳປ້ອງກັນຊາດ, ບຳລຸງສ້າງ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ; ຮັກສາ​ການ​ຮ່ວມ​ມື ​ແລະ ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ ລະຫວ່າງ​ສອງ​ກະຊວງ​ປ້ອງ​ກັນ​ປະ​ເທດ.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-14247.html

In bài biết