19:00 | 23/05/2022

ງານບຸນເຂົ້າໃໝ່ຂອງພໍ່ແມ່ຊາວເຜົ່າ ຢາຣາຍ

ມີນັກທ່ອງທ່ຽວ 65.000 ເທື່ອຄົນເຂົ້າຮ່ວມງານບຸນຂອງຂວັນທ່ອງທ່ຽວ ຮ່າໂນ້ຍ 2022 ມີນັກທ່ອງທ່ຽວ 65.000 ເທື່ອຄົນເຂົ້າຮ່ວມງານບຸນຂອງຂວັນທ່ອງທ່ຽວ ຮ່າໂນ້ຍ 2022
ມີ​ນັກ​ທ່ອງ​ທ່ຽວ​ຫຼາຍ​ກວ່າ 30.000 ເທື່ອຄົນ​ມາ​ງານບຸນ​ດອກກຸຫຼາບ​ຢູ່​ຊາ​ປາ ມີ​ນັກ​ທ່ອງ​ທ່ຽວ​ຫຼາຍ​ກວ່າ 30.000 ເທື່ອຄົນ​ມາ​ງານບຸນ​ດອກກຸຫຼາບ​ຢູ່​ຊາ​ປາ
ພິທີແຫ່ຂວັນເຂົ້າກັບມາສາງ. ພາບ: ຝູຮ່າ.
ພິທີແຫ່ຂວັນເຂົ້າກັບມາສາງ. ພາບ: ຝູຮ່າ.

ງານບຸນເຂົ້າໃໝ່ ລວມມີ: ພາກພິທີ ແລະ ພາກບຸນ. ໃນນັ້ນ, ພາກພິທີແມ່ນດຳເນີນການບູຊາຢູ່ຕາມໄຮ່ນາ, ຖຽງນາ ແລະຢູ່ໃນຄອບຄົວເຈົ້າຂອງ. ວັນບູຊາເຂົ້າໃໝ່, ເຈົ້າກົກເຈົ້າເຫຼົ່າ ພ້ອມດ້ວຍຜູ້ທີ່ມີອິດທິພົນຊື່ສຽງ ຈັດແຈງກະກຽມ, ວາງເຄື່ອງບູຊາ; ແມ່ຍິງໃນຊຸດອາພອນ ປະຈໍາເຜົ່າ ຕໍາເຂົ້າ, ດັງໄຟປຸງແຕ່ງອາຫານ. ເຂົ້າທີ່ຕໍາໃນພິທີບູຊາ ຕ້ອງແມ່ນເຂົ້າງາມທີ່ສຸດ, ເຕັມເມັດ ແລະສະເໝີກັນ, ເພື່ອສະແດງໃຫ້ເຫັນ ຄວາມຈິງໃຈຂອງເຈົ້າຂອງຄອບຄົວ...

ພິທີ​ໄຫວ້​ອາ​ໄລ​ຫາ​ເຂົ້າ​ສານໃໝ່​ຢູ່​ທົ່ງ​ນາ​ລວມມີເຄື່ອງບູຊາ​ເຊັ່ນ: ​ເຫຼົ້າ​ ​ແລະ ​ໄກ່​ໂຕ​ໜຶ່ງ. ໝໍເຢົາ ໄດ້​ແປະຈອກ​ເຫຼົ້າ​ເຈັດ​ເທື່ອ​ ເພື່ອວາງເຄື່ອງ​ບູຊາ ແລະ ​ວິງວອນຟ້າແຖນເຖິງ​ເທວະ​ດາ​ເຈັດທ່ານ (ເທບ​ດິນ, ເທວະ​ດາ​ຟ້າ, ເທວະ​ດາ​ນ້ຳ, ເທບ​ເຈົ້າ​ບຳ​ລຸງ​ລ້ຽງ, ເທບ​ປົກ​ປັກ​ຮັກ​ສາ, ເທບເບິ່ງແຍງດູແລ, ເທບ​ເຂົ້າສານ​) ສໍາ​ລັບ​ຊະ​ນິດ​ພັນ​ເຂົ້າ (ເຂົ້າ trô, ເຂົ້າ blia, ເຂົ້າ chke...) ເພື່ອເຂົ້າສຸກໄວ, ເຂົ້າແຊບໆ.

Link: https://huunghivietlao.thoidai.com.vn/detail-article-14106.html

In bài biết