ໄວໜຸ່ມເຊື້ອຊາດຫວຽດນາມ ຢູ່ໄທ ພູມໃຈທີ່ເປັນລູກຫຼານລຸງໂຮ່
ພາຍຫຼັງການເຄື່ອນໄຫວຢູ່ບາງກອກ ແລະ ບ້ານດອນ ໃນເວລາສັ້ນໆ, ໃນກາງເດືອນ ກໍລະກົດ 1928, ປະທານ ໂຮ່ຈີມິນ ແລະ ພະນັກງານອີກຈຳນວນໜຶ່ງໄດ້ອອກເດີນທາງໄປແຂວງ ອຸດອນ ທານີ ທາງຕາເວັນອອກສ່ຽງເໜືອຂອງໄທ, ສະຖານທີ່ທີ່ຂະບວນການຮັກຊາດໃນປະຊາຄົມຊາວຫວຽດນາມ ຢູ່ຕ່າງປະເທດ ທີ່ມີຄວາມເຂັ້ມແຂງ.
ພາຍໃນເຂດຮ່ອງຮອຍປະຫວັດສາດ ປະທານ ໂຮ່ຈິມິນ. ພາບ: TTXVN |
ເຖິງວ່າໄດ້ມາພັກຢູ່ແຂວງອຸດອນທານີ ພຽງເວລາສັ້ນໆກໍ່ຕາມ, ແຕ່ຄວາມຮັກແພງອັນເລິກເຊິ່ງທີ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ປະຊາຊົນທ້ອງຖິ່ນ ສະຫງວນໃຫ້ເພິ່ນຍາມໃດກໍ່ໄດ້ຮັບການຮັກສາ.
ປີ 2002, ພາຍຫຼັງການລົງປະຊາມະຕິ, ອໍານາດການປົກຄອງແຂວງອຸດອນທານີ ແລະ ສະມາຄົມຊາວຫວຽດນາມ ອາໄສຢູ່ແຂວງ ອຸດອນທານີ ໄດ້ເຫັນດີ ສ້າງຫໍບູຊາປະທານ ໂຮ່ຈີມິນ ໃນເຂດຮ່ອງຮອຍປະຫວັດສາດ ປະທານ ໂຮ່ຈິມິນ ດ້ວຍເນື້ອທີ່ກວ້າງ 10.000 m2.
ເຂດຮ່ອງຮອຍປະຫວັດສາດ ປະທານ ໂຮ່ຈິມິນ. ພາບ: TTXVN |
ເມື່ອແລກປ່ຽນກັບນັກຂ່າວສຳນັກຂ່າວສານຫວຽດນາມ ປະຈໍາ ໄທ ເນື່ອງໃນໂອກາດ ວັນຄ້າຍວັນເກີດປະທານ ໂຮ່ຈີມິນ ຄົບຮອບ 132 ປີ, ທ່ານນາງ ຫງວຽນທິຊວນແອວງ, ພະນັກງານຫຼັກແຫຼ່ງຂອງຄະນະຄຸ້ມຄອງເຂດຮ່ອງຮອຍປະຫວັດສາດ ປະທານ ໂຮ່ຈິມິນ ຢູ່ແຂວງ ອຸດອນທານີ ໃຫ້ຮູ້ວ່າ ແບບຢ່າງ, ຄຸນສົມບັດ ແລະ ອຸດົມການຂອງລຸງໂຮ່ ໄດ້ກວມເອົາທີ່ຕັ້ງພິເສດໃນປະຊາຄົມຊາວຫວຽດນາມ ອາໄສຢູ່ໄທ.
ທ່ານນາງ ຫງວຽນທິຊວນແອວງ ໃຫ້ຮູ້ວ່າ “ຮຸ່ນໜຸ່ມບໍ່ຮູ້ຈັກຫວຽດນາມ ຫຼາຍປານໃດ, ແຕ່ເຂົາເຈົ້າເອກອ້າງທະນົງໃຈທີ່ຫວຽດນາມ ມີລຸງໂຮ່. ເອກອ້າງທະນົງໃຈທີ່ໄດ້ເປັນລູກຫລານຂອງລຸງໂຮ່. ເມື່ອເຮັດສິ່ງທີ່ເປັນປະໂຫຍດໃຫ້ແກ່ສັງຄົມ, ມີຄົນຍ້ອງຍໍ ເຂົາເຈົ້າກໍເວົ້າວ່າ ຂ້າພະເຈົ້າແມ່ນຫຼານຂອງລຸງໂຮ່”.
ບູນມີ