14:57 | 12/05/2022

ຫາງສຽງໃນພາກພື້ນມີຄວາມປະທັບໃຈກ່ຽວກັບບັນຍາກາດຢູ່ສະໜາມກິລາບານເຕະ ທຽນເຈື່ອງ, ແຂວງ ນາມດິ້ງ

ການນຳແຂວງດົ່ງທາບ ຕ້ອນຮັບຫົວໜ້າສະຖານກົງສູນໃຫຍ່ລາວ ປະຈຳນະຄອນໂຮ່ຈີມິນ ການນຳແຂວງດົ່ງທາບ ຕ້ອນຮັບຫົວໜ້າສະຖານກົງສູນໃຫຍ່ລາວ ປະຈຳນະຄອນໂຮ່ຈີມິນ
ສ້າງລະບົບກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການແຜ່ຂະຫຍາຍອາວຸດລ້າງຜານຢູ່ ຫວຽດນາມ ໃຫ້ສົມບູນແບບ ສ້າງລະບົບກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການແຜ່ຂະຫຍາຍອາວຸດລ້າງຜານຢູ່ ຫວຽດນາມ ໃຫ້ສົມບູນແບບ
ແຟນບານ ຫວຽດນາມ ລະດົມກຳລັງໃຈໃຫ້ບັນດານັກກິລາ ລາວ (ພາບ: TTXVN)
ແຟນບານ ຫວຽດນາມ ລະດົມກຳລັງໃຈໃຫ້ບັນດານັກກິລາ ລາວ (ພາບ: TTXVN)

ບັນດານັດແຂ່ງຂັນກິລາບານເຕະຢູ່ SEA Games 31 ໄດ້ດຶງດູດຈຳນວນຜູ້ມາຊົມເປັນຈຳນວນຫຼວງຫຼາຍ, ບໍ່ວ່າຈະເປັນທິມເຈົ້າພາບ ຫວຽດນາມ ໄດ້ແຂ່ງຂັນໃນມື້ນັ້ນຫຼືບໍ່. ໃນ fanpage ASEAN Football ໄດ້ລົງພາບຖ່າຍ “ຕື່ນກະລຶງ” ຢູ່ສະໜາມກິລາ ທຽນເຈື່ອງ, ແຂວງ ນາມດິ້ງ, ໃນຕອນຄ່ຳວັນທີ 04 ພຶດສະພາ ແລະ ຊີ້ແຈ້ງວ່າ: ນີ້ແມ່ນສະຖິຕິໃໝ່ກ່ຽວກັບນັດແຂ່ງຂັນທີ່ມີຜູ້ຊົມຫຼາຍທີ່ສຸດຢູ່ສະໜາມກິລາເປັນກາງໃນປະຫວັດສາດຂອງ SEA Games.

ໃນ fanpage ທາງການຂອງສະຫະພັນບານເຕະ ລາວ ກໍ່ໄດ້ລົງພາບຖ່າຍແຟນບານ ຫວຽດນາມ, ພ້ອມກັບບັນດາຄຳຂໍຂອບໃຈກ່ຽວກັບການລະດົມກຳລັງໃຈຂອງແຟນບານ ຫວຽດນາມ ທີ່ສະຫງວນໃຫ້ບັນດານັກກິລາ ລາວ ໃນນັດແຂ່ງຂັນກັບທິມ ສິງກະໂປ. ສ່ວນ U23 ສິງກະໂປ ກໍ່ຮູ້ສຶກຕື້ນຕັນໃຈ, ເມື່ອເຂົາເຈົ້າໄດ້ແຂ່ງຂັນໃນສະໜາມກິລາທີ່ມີຜູ້ຊົມຢ່າງຫຼວງຫຼາຍ - ສິ່ງທີ່ບັນດາທິມນັກກິລາ ສິງກະໂປ ຍາກທີ່ຈະເຫັນເມື່ອແຂ່ງຂັນຢູ່ຕ່າງປະເທດ, ຢູ່ສະໜາມກິລາເປັນກາງ.

ວີ​ໂອ​ວີ

Link: https://huunghivietlao.thoidai.com.vn/detail-article-14008.html

In bài biết