10:24 | 08/05/2022

ນະຄອນໂຮ່ຈີມິນ ຊຸກຍູ້ການຮ່ວມມື ກັບຄູ່ຮ່ວມມືອິນເດຍ ໃນການບຳບັດຂີ້ເຫຍື້ອ ແລະ ສິ່ງເສດເຫຼືອຕົວເມືອງ

ຂຸດຄົ້ນຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງ ຫວຽດນາມ ກັບ ນະຄອນ Nice ແລະ ປະເທດ ໂມນາໂກ ຂຸດຄົ້ນຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງ ຫວຽດນາມ ກັບ ນະຄອນ Nice ແລະ ປະເທດ ໂມນາໂກ
ຫວຽດນາມ ນອນໃນ Top ບັນດາປະເທດພັດທະນາພະລັງງານສະອາດ ຫວຽດນາມ ນອນໃນ Top ບັນດາປະເທດພັດທະນາພະລັງງານສະອາດ
undefined
ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຫວໍວັນຮວານ ໄດ້ໃຫ້ການຕ້ອນຮັບທ່ານ ສະມາຊິກສະພາສູງ ອິນເດຍ Alla Ayodhya Rami Reddy. ພາບ: TTXVN

ໂດຍການຕ້ອນຮັບ ທ່ານ Alla Ayodhya Rami Reddy ແລະ ຜູ້ຕາງໜ້າກຸ່ມບໍລິສັດ Ramsky ຢ່າງສຸດໃຈ, ການນຳນະຄອນ ໂຮ່ຈີມິນ ຫວັງວ່າ ກຸ່ມບໍລິສັດ Ramsky ຈະຄົ້ນຄ້ວາ, ໃຫ້ຄຳປຶກສາ, ຜັນຂະຫຍາຍບັນດາໂຄງການບຳບັດຂີ້ເຫຍື້ອ ແລະ ສິ່ງເສດເຫຼືອຄືນໃໝ່ຢູ່ເຂດຖິ້ມຂີ້ເຫຍື້ອ ທີ່ໄດ້ຝັງແລ້ວ ກໍ່ຄືກໍ່ສ້າງລະບົບບຳບັດນ້ຳເສຍຂະໜາດໃຫຍ່ ທີ່ນຳໃຊ້ໃຫ້ແກ່ແຫຼ່ງນ້ຳເສຍຂອງນະຄອນ ກ່ອນທີ່ຈະປ່ອຍອອກສູ່ແມ່ນ້ຳ.

ທ່ານ Alla Ayodhya Rami Reddy ໄດ້ຢັ້ງຢືນຄວາມປາດຖະໜາຢາກຊຸກຍູ້ການຮ່ວມມືກັບນະຄອນ ໂຮ່ຈີມິນ ແລະ ບັນດາແຂວງທາງພາກໃຕ້ ຫວຽດນາມ ໃນຂົງເຂດບຳບັດຂີ້ເຫຍື້ອ ແລະ ສິ່ງເສດເຫຼືອຢູ່ເຂດຕົວເມືອງ, ການແພດ, ອຸດສາຫະກຳ, ການບຳບັດນ້ຳເສຍດ້ວຍເຕັກໂນໂລຢີທີ່ທັນສະໄໝ.

ກຸ່ມບໍລິສັດ Ramky ກໍ່ມີຄວາມປາດຖະໜາຢາກຊອກຫາກາລະໂອກາດຮ່ວມມືລົງທຶນຢູ່ນະຄອນໃນຂົງເຂດກໍ່ສ້າງພື້ນຖານໂຄງລ່າງຢູ່ເຂດອຸດສາຫະກຳ, ລົງທຶນພັດທະນາເຕັກໂນໂລຢີການຢາ, ເປັນຕົ້ນແມ່ນຜະລິດຕະພັນການຢາຈາກທຳມະຊາດ ແລະ ການແພດພື້ນເມືອງ. ກຸ່ມບໍລິສັດ Ramky ປາດຖະໜາຢາກຮ່ວມເດີນທາງ, ເຂົ້າຮ່ວມວິວັດການສ້າງ ແລະ ພັດທະນານະຄອນໂຮ່ຈີມິນ ໃນອະນາຄົດ.

ໄຊພອນ

Link: https://huunghivietlao.thoidai.com.vn/detail-article-13973.html

In bài biết