19:00 | 03/05/2022

ສະມາຄົມ​ກາ​ນາ​ດາ - ຫວຽດນາມ ຢືນຢັນ​ບົດບາດ​ສຳຄັນ​ຂອງ​ຫວຽດນາມ ​ໃນ​ຂະ​ແໜງ​ທຸລະ​ກິດ​ກາ​ນາ​ດາ

ຜັ​ນ​ຂະ​ຫຍາຍ​ສັບ​ປະ​ດາ​ເຄື່ອງ​ໝາຍ​ການ​ຄ້າ​ແຫ່ງ​ຊາດ ຫວຽດ​ນາມ ປີ 2022 ຜັ​ນ​ຂະ​ຫຍາຍ​ສັບ​ປະ​ດາ​ເຄື່ອງ​ໝາຍ​ການ​ຄ້າ​ແຫ່ງ​ຊາດ ຫວຽດ​ນາມ ປີ 2022
RCEP ສຳ​ລັບ ເສດ​ຖະ​ກິດ ຫວຽດ​ນາມ ແລະ ບັນ​ດາ​ສິ່ງ​ທີ່​ວິ​ສາ​ຫະ​ກິດ​ຄວນ​ຮູ້ RCEP ສຳ​ລັບ ເສດ​ຖະ​ກິດ ຫວຽດ​ນາມ ແລະ ບັນ​ດາ​ສິ່ງ​ທີ່​ວິ​ສາ​ຫະ​ກິດ​ຄວນ​ຮູ້
ສະມາຄົມ​ກາ​ນາ​ດາ - ຫວຽດນາມ ຢືນຢັນ​ບົດບາດ​ສຳຄັນ​ຂອງ​ຫວຽດນາມ ​ໃນ​ຂະ​ແໜງ​ທຸລະ​ກິດ​ກາ​ນາ​ດາ
ຫວຽດນາມ ຍາມ​ໃດ​ກໍ່​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ​ກາ​ນາ​ດາ​ຢູ່​ພາກ​ພື້ນ ອາ​ຊຽນ (ພາບ: TTXVN)

ນັບ​ແຕ່​ປີ 2015, ຫວຽດນາມ ຍາມ​ໃດ​ກໍ່​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ​ກາ​ນາ​ດາ​ຢູ່​ພາກ​ພື້ນ ອາ​ຊຽນ. ບໍ່​ພຽງ​ແຕ່​ເປັນ​ຕົວ​ແທນ​ໃຫ້​ໜຶ່ງ​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ​ທີ່​ເຕີບ​ໂຕ​ໄວ​ທີ່​ສຸດ​ຂອງ​ໂລກ​ເທົ່າ​ນັ້ນ, ອາ​ຊຽນຍັງ​ແມ່ນ​ຈຸດ​ໃຈກາງ​ຂອງ​ສະຖາປັດຕະຍະ​ກຳ​ຄວາມ​ໝັ້ນຄົງ​ຂອງ​ພາກ​ພື້ນ​ອາຊີ.

ກ່າວ​ຄຳ​ເຫັນຕໍ່ບັນດາ​ລັດຖະສະພາ​ກາ​ນາ​ດາ, ທ່ານ​ສາດສະດາຈານ Julie ​ຫງວຽນ ຢືນຢັນ​ວ່າ: ຫວຽດນາມ ກໍ່​ຈະ​ແມ່ນ​ຄູ່​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນຄົງ​ທີ່ສຳຄັນ​ໃນ​ຍຸດ​ທະ​ສາດ​ອິນ​​ເດຍ - ​ປາຊີ​ຟິກຂອງ​ກາ​ນາ​ດາ, ​ເພາະວ່າ 2 ປະ​ເທດ​ລ້ວນມຸ່ງ​ໄປ​ເຖິງ​ຫຼາຍ​ຝ່າຍ, ຄວາມ​ໝັ້ນຄົງ​ໂລກ ​ແລະ ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ທ່ານສາດສະດາຈານ Julie ສະເໜີວ່າ ການາດາ ອາດພິຈາລະນາການເຂົ້າຮ່ວມເຄືອຂ່າຍສັນຍາການຄ້າເສລີຂອງ ຫວຽດນາມ, ເຊິ່ງປະຈຸບັນກວມເອົາ 60 ພື້ນຖານເສດຖະກິດເຊິ່ງກວມ 90% GDP ຂອງໂລກ.

ກ່າວ​ຄຳ​ເຫັນ​ຕໍ່​ນັກ​ຂ່າວ​​ສຳນັກ​ຂ່າວສານ​ຫວຽດນາມ ຢູ່ Ottawa, ທ່ານ​ສາດສະດາຈານ Julie ຫງວຽນ​, ປັດຈຸບັນກໍ່​ແມ່ນຜູ້​ອຳ​ນວຍ​ການ​ສະພາ​ການ​ຄ້າ ກາ​ນາ​ດາ - ຫວຽດນາມ ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ສະພາ​ການ​ຄ້າ ກາ​ນາ​ດາ - ຫວຽດນາມ ຄາດ​ວ່າ​ຈະ​ສືບ​ຕໍ່​ຈັດ​ຕັ້ງ​ບັນດາ​ເຫດການ. ສະໜອງ​ຂໍ້​ມູນ​ຂ່າວສານ, ເຊື່ອມ​ຕໍ່, ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ແລກປ່ຽນ​ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ​ສອງ​ປະ​ເທດ./.

ບຸນ​ຄົງ

Link: https://huunghivietlao.thoidai.com.vn/detail-article-13925.html

In bài biết