ການທ່ອງທ່ຽວອາຫານ ຢູ່ຫາຍຟ່ອງ ໂດຍລົດໄຟພາຍໃນມື້ດຽວ
ບໍລິສັດຫຸ້ນສ່ວນຂົນສົ່ງລົດໄຟ ຮ່າໂນ້ຍ ໃຫ້ຮູ້ວ່າ: ປະຈຸບັນ, ວິສາຫະກິດນີ້ ໄດ້ແລ່ນລົດໄຟໂດຍສານ 3 ຖ້ຽວໄປ-ກັບຄືນໃໝ່ໃນເສັ້ນທາງ ຮ່າໂນ້ຍ - ຫາຍຟ່ອງ ໃນແຕ່ລະວັນ ແທນ 2 ຖ້ຽວໄປ-ກັບກ່ອນ, ໃນນັ້ນມີຖ້ຽວ: LP5/LP6, LP3/LP8 ແລະ LP7/HP2, ໃນທ້າຍອາທິດເພີ່ມອີກ HP1 / LP2.
ສະຖານີລົດໄຟຫາຍຟ່ອງ, ແມ່ນບ່ອນຖ່າຍຮູບເຊັກອິນທີ່ນິຍົມຂອງນັກທ່ອງທ່ຽວໜຸ່ມ. ພາບ: ອິນເຕີເນັດ |
ສະນັ້ນ, ຜູ້ໂດຍສານທີ່ມີຄວາມຫຼົງໄຫຼໃນການທ່ອງທ່ຽວລ້ວນແຕ່ສາມາດ “ທ່ອງທ່ຽວສະບຽງອາຫານ” ໄປແຂວງ ຫາຍຟ່ອງ ດ້ວຍລົດໄຟໃນແຕ່ລະມື້ດ້ວຍເງິນພຽງແຕ່ບໍ່ເທົ່າໃດແສນດົ່ງ. ລາຄາປີ້ລົດໄຟແມ່ນປະມານ 100.000 ດົ່ງ/ປີ້/ຖ້ຽວ.
ໃນຕອນເຊົ້າ, ແຂກຄົນສາມາດຂຶ້ນລົດໄຟ HP1 ອອກຈາກສະຖານີລົດໄຟຮ່າໂນ້ຍໃນເວລາ 6:00 ໂມງຂອງວັນ, ພາຍຫຼັງແລ່ນພຽງ 2 ຊົ່ວໂມງກວ່າ, ລົດໄຟກໍຮອດສະຖານີລົດໄຟຫາຍຟ່ອງເວລາ 8:25 ໂມງ.
ມາຮອດຫາຍຟ່ອງ ແຂກຄົນສາມາດເດີນທາງດ້ວຍລົດແທັກຊີ, ລົດເມ ຫຼືເຊົ່າລົດຈັກ, ຫຼືອາດຈະຍ່າງເພື່ອເພີດເພີນກັບອາຫານແຊບໆຂອງ ຫາຍຟ່ອງ.
ຂະບວນລົດໄຟ ຮ່າໂນ້ຍ - ຫາຍຟ່ອງ ມີຜູ້ໂດຍສານເປັນຈໍານວນຫຼວງຫຼາຍ ເນື່ອງໃນໂອກາດວັນໄຫວ້ບູຊາ ເຈົ້າຊີວິດ ຮຸ່ງ. ພາບ: baogiaothong.vn |
ໃນຕອນທ້າຍຂອງມື້ທ່ຽວຊົມ, ຄົ້ນຫາຈຸດເຊັກອິນ, ຮັບປະທານອາຫານຂອງຫາຍຟ່ອງ, ແຂກຈະຂຶ້ນລົດໄຟ HP2 ອອກຈາກສະຖານີ ລົດໄຟຫາຍຟ່ອງ ເວລາ 18:40 ໂມງ, ມາຮອດສະຖານີລົດໄຟຮ່າໂນ້ຍ ເວລາ 21:26 ໂມງ.
ບູນມີ