12:13 | 14/04/2022

ວິສາຫະກິດຢູ່ແຂວງ Mazandaran ຕ້ອງການນຳເຂົ້າປາທູນ່າ ຈາກຫວຽດນາມ

ແລກປ່ຽນກ່ຽວກັບຄວາມອາດສາມາດໃນການຮ່ວມມືດ້ານການແພດ ລະຫວ່າງ ຫວຽດນາມ - ອີຣານ ແລກປ່ຽນກ່ຽວກັບຄວາມອາດສາມາດໃນການຮ່ວມມືດ້ານການແພດ ລະຫວ່າງ ຫວຽດນາມ - ອີຣານ
ຊຸກຍູ້ການຮ່ວມມືລະຫວ່າງປະຊາຊົນຫວຽດນາມ ແລະ ອີຣານ ຊຸກຍູ້ການຮ່ວມມືລະຫວ່າງປະຊາຊົນຫວຽດນາມ ແລະ ອີຣານ

ຄະນະ​ຜູ້​ແທນ​ໄດ້​ພົບ​ປະ ​ແລະ ​ເຮັດ​ວຽກ​ກັບ​ຄະນະ​ອຳນວຍ​ການ​ບໍລິສັດ​ອຸດສາຫະກຳ​ອາຫານ Mavarid Karane Khazar - ​ເຊິ່ງ​ເປັນ​ບໍລິສັດ​ທີ່​ຊ່ຽວຊານ​ດ້ານ​ການ​ຜະລິດ​ປາທູນ່າສຳເລັດຮູບແບບກະປ໋ອງ ​ຢູ່​ອີຣານ. ບໍລິສັດ​ໄດ້​ແນະນຳ​ກ່ຽວ​ກັບ​ກຳລັງ​ການ​ຜະລິດ, ສິ່ງ​ອຳນວຍ​ຄວາມ​ສະດວກ ​ແລະ ປາດ​ຖະໜາ​ຢາກ​ນຳ​ເຂົ້າ​ປາທູ​ນ່າ​ຈາກ ຫວຽດນາມ ​ເພື່ອ​ເພີ່ມ​ທະວີ​ການ​ນຳ​ເຂົ້າ ​ພ້ອມ​ທັງ​ປຶກສາ​ຫາລື​ຄວາມ​ສາມາດ​ຮ່ວມ​ມື ​ແລະ ສ້າງ​ຕັ້ງ​ໂຮງງານຜະລິດປາທູນ່າຂອງ​ບໍລິສັດ​ຢູ່ ຫວຽດນາມ.

ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອີຣານ ເລຶ່ອງກ໋ວກຮູ່ຍ ​ໄດ້​ແນະນຳ​ກ່ຽວ​ກັບ​ຂະ​ແໜງ​ການ​ສິນ​ໃນ​ນ້ຳ ​ແລະ ອາ​ຫານ​ທະ​ເລ​ຂອງ​ຫວຽດນາມ, ​ໄດ້​ປຶກສາ​ຫາລື​ກັບ​ບໍລິສັດ​ ເພື່ອ​ຊອກ​ຫາ​ວິທີ​ການ​ຮ່ວມ​ມື​ທີ່​ມີ​ປະສິດທິ​ຜົນ​ທີ່​ສຸດ​ລະຫວ່າງ 2 ຝ່າຍ.

ວິສາຫະກິດຢູ່ແຂວງ Mazandaran ຕ້ອງການນຳເຂົ້າປາທູນ່າ ຈາກຫວຽດນາມ
ວິສາຫະກິດຢູ່ແຂວງ Mazandaran ຕ້ອງການນຳເຂົ້າປາທູນ່າ ຈາກຫວຽດນາມ. (ພາບ: baoquocte)

ກ່ອນ​ໜ້າ​ນັ້ນ, ທ່ານ​ເອກ​ອັກຄະ​ລັດຖະທູດ ເລຶ່ອງກ໋ວກຮູ່ຍ ​ໄດ້​ເຮັດ​ວຽກ​ກັບ​ທ່ານ H. Mirzajani, ຜູ້ອຳນວຍການຂອງ Arang Sazpad Construction Co ​ເພື່ອ​ປຶກສາ​ຫາລື​ຄວາມ​ສາມາດ​ຮ່ວມ​ມື, ການ​ຄ້າ ​ແລະ ການ​ລົງທຶນ​ກັບ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ໃນ​ຂົງ​ເຂດ​ກໍ່ສ້າງ.

ຫວຽດນາມ ​ແລະ ອີຣານ ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ໃນ​ວັນ​ທີ 4 ສິງຫາ 1973. ເກືອບ 50 ປີຜ່ານມາ, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ມີ​ບາດກ້າວ​ພັດທະນາ​ຢ່າງ​ຕັ້ງໜ້າ​ໃນ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ - ການ​ຄ້າ, ວັດທະນະທຳ, ການ​ສຶກສາ, ວິທະຍາສາດ - ​ເຕັກ​ນິກ.

ອີຣານ ປາດ​ຖະໜາ​ຢາກ​ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ​ທີ່​ມີທ່າແຮງ​ຄື: ອຸດສາຫະກຳ, ນ້ຳມັນ, ການກໍ່ສ້າງ, ຄົມມະນາຄົມຂົນສົ່ງ, ຜະລິດ​ຊີມັງ, ຝຸ່ນ...; ອີຣານກໍ່​ມີ​ຄວາມ​ຕ້ອງການ​ນຳ​ເຂົ້າ​ຜະລິດ​ຕະພັນ​ກະ​ເສດ​ຈາກ​ຫວຽດນາມ.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-13734.html

In bài biết