19:07 | 08/04/2022

ສະຫະປະຊາຊາດຕີລາຄາສູງຄວາມພະຍາຍາມໃນການຮັບປະກັນສິດທິມະນຸດຢ່າງເຂັ້ມແຂງ ແລະ ໂປ່ງໃສ ຂອງຫວຽດນາມ

ຫວຽດນາມພ້ອມປະກອບສ່ວນໃຫ້ແກ່ການເຄື່ອນໄຫວຊ່ວຍໜູນທາງດ້ານມະນຸດສະທຳຂອງສະຫະປະຊາຊາດຕໍ່ກັບຢູເຄຣນ ຫວຽດນາມພ້ອມປະກອບສ່ວນໃຫ້ແກ່ການເຄື່ອນໄຫວຊ່ວຍໜູນທາງດ້ານມະນຸດສະທຳຂອງສະຫະປະຊາຊາດຕໍ່ກັບຢູເຄຣນ
ສະຫະປະຊາຊາດ ປາດຖະໜາຢາກໃຫ້ຫວຽດນາມ ເຂົ້າຮ່ວມບັນດາການ ເຄື່ອນໄຫວຮັກສາສັນຕິພາບເລິກເຊິ່ງກວ່າອີກ ສະຫະປະຊາຊາດ ປາດຖະໜາຢາກໃຫ້ຫວຽດນາມ ເຂົ້າຮ່ວມບັນດາການ ເຄື່ອນໄຫວຮັກສາສັນຕິພາບເລິກເຊິ່ງກວ່າອີກ

ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຫາ​ກໍ​ເປັນ​ປະທານ​ໃນ​ພິທີ​ເຜີຍ​ແຜ່ບົດ​ລາຍ​ງານ​ໄລຍະ​ກາງ​ຢ່າ​ງ​ການ​ສະໝັກ​ໃຈ​ປະຕິບັດ​ຂໍ້​ສະ​ເໜີ​ UPR ສະ​ໄໝທີ III ຊຶ່ງຫວຽດນາມໄດ້​ຮັບ​ຮອງເອົາ ​ແລະ ໃຫ້ຂໍ້​ມູນ​ກ່ຽວ​ກັບ​ການ​​ສະ​ໝັກຂອງ​ຫວຽດນາມ​ເຂົ້າ​ຮ່ວມ​ສະພາ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ ສ​ະ​ໄໝ 2023-2025. ​

ສະຫະປະຊາຊາດຕີລາຄາສູງຄວາມພະຍາຍາມໃນການຮັບປະກັນສິດທິມະນຸດຢ່າງເຂັ້ມແຂງ ແລະ ໂປ່ງໃສ ຂອງຫວຽດນາມ
ສະຫະປະຊາຊາດຕີລາຄາສູງຄວາມພະຍາຍາມໃນການຮັບປະກັນສິດທິມະນຸດຢ່າງເຂັ້ມແຂງ ແລະ ໂປ່ງໃສ ຂອງຫວຽດນາມ. ພາບ: baoquocte


ໂດຍ​ລວມ​ແລ້ວ, ບັນດາ​ຜູ້​ແທນລ້ວນ​ແຕ່​ສະໜັບສະໜູນ​ລັດຖະບານ​ຫວຽດນາມ ສືບ​ຕໍ່​ກຳນົດ​ມາດຕະຖານ​ສິດທິ​ມະນຸດທີ່​ກ່ຽວ​ຂ້ອງ​ກັບ​ບັນດາ​ສົນທິສັນຍາ​ສາກົນ​ທີ່ ຫວຽດນາມ ໄດ້​ໃຫ້​ສັດຕະຍາບັນ​ ຢ່າງ​ມີ​ຄວາມໂປ່​ງ​ໃສ, ​ເປີດ​ເຜີຍ ​ແລະ ພາ​ວະ​ວິ​ໄສ.ຕອບ​ໃຫ້​ສຳພາດ​ຕໍ່​ໜັງສືພິມ World & Vietnam, ທ່ານ​ນາງ Rana Flowers ​ໄດ້​ຊີ້​ແຈ້ງ​ຄວາມ​ໝາຍ​ຄວາມ​ສຳຄັນ​ຂອງ​ບົດ​ລາຍ​ງານ ​ພ້ອມ​ທັງຢືນຢັນ​ຄຳ​ໝັ້ນ​ສັນຍາ​ຂອງ​ລະບົບ​ບັນດາ​ອົງການ​ສະຫະ​ປະຊາ​ຊາດ​ ທີ່​ຈະ​ຄຽງ​ບ່າ​ຄຽງ​ໄຫຼ່​ກັບຫວຽດນາມ ​ໃນ​ການສົ່ງ​ເສີມ​ຊຸກຍູ້ ​ແລະ ປົກ​ປ້ອງ​ສິດທິ​ມະນຸດ. ​

ພ້ອມ​ກັນ​ນັ້ນ, ພວກ​ເຮົາ​ກໍ​ຫວັງ​ວ່າ ລັດຖະບານຫວຽດນາມ ຈະສືບ​ຕໍ່​ພະຍາຍາມ​ຄື​ແນວ​ນີ້ ແລະ ບໍ່​ຢຸດ​ທີ່​ຈະ​ກ້າວ​ຕໍ່, ຈັດ​ຕັ້ງປະຕິບັດ ​ແລະ ​ເພີ່ມ​ທະວີ​ບັນດາ​ມາດ​ຕະການ​ຊຸກຍູ້​ສົ່ງ​ເສີມສິດທິ​ມະນຸດ.

ວິ​ລະ​ຊົນ

Link: https://huunghivietlao.thoidai.com.vn/detail-article-13689.html

In bài biết