16:07 | 07/04/2022

ແລກປ່ຽນກ່ຽວກັບຄວາມອາດສາມາດໃນການຮ່ວມມືດ້ານການແພດ ລະຫວ່າງ ຫວຽດນາມ - ອີຣານ

VUFO, ສະມາຄົມມິດຕະພາບຫວຽດນາມ-ລາວ ອວຍພອນບຸນປີໃໝ່ລາວ 2022 VUFO, ສະມາຄົມມິດຕະພາບຫວຽດນາມ-ລາວ ອວຍພອນບຸນປີໃໝ່ລາວ 2022
ຫວຽດ​ນາມ ແລະ ອັງ​ກິດ ຮ່ວມ​ມື​ກັນ​ໃນ​ຂົງ​ເຂດ​ການ​ສຶ​ກ​ສາ​ວິ​ຊາ​ຊີບ ຫວຽດ​ນາມ ແລະ ອັງ​ກິດ ຮ່ວມ​ມື​ກັນ​ໃນ​ຂົງ​ເຂດ​ການ​ສຶ​ກ​ສາ​ວິ​ຊາ​ຊີບ
undefined
ບັນຍາກາດທີ່ການເຮັດວຽກ. ພາບ: baoquocte.vn

ປະຈຸບັນ, Tadbir ເປັນຜູ້ບຸກເບີກໃນການຄົ້ນຄວ້າ ແລະ ພັດທະນາວັກຊີນຕ້ານ Covid-19 ດ້ວຍວັກຊີນ 2 ຊະນິດຄື Coviran Barekat, ເຊິ່ງໄດ້ຮັບການອະນຸມັດໃຫ້ນຳໃຊ້ໃນອີຣານ, ພວມໃນໄລຍະລໍຖ້າການອະນຸມັດຈາກອົງການອະນາໄມໂລກ (WHO) ແລະ ວັກຊີນ Coviran Barekat Plus ຕ້ານສາຍພັນ Omicron ແມ່ນຢູ່ໃນໄລຍະການທົດລອງ.

ທ່ານເອກອັກຄະລັດຖະທູດ ເລືອງກວກຮຸຍ ໄດ້ແນະນຳບັນດາຜົນງານສຳຄັນຂອງຫວຽດນາມ ໃນການຕ້ານໂລກລະບາດ Covid – 19. ຍ້ອນການປະຕິບັດຍຸດທະສາດວັກຊີນຢ່າງແຂງແຮງ, ມາຮອດປະຈຸບັນ, ຫວຽດນາມໄດ້ຮັບວັກຊີນ 219 ລ້ານໂດຮ.

ຫວຽດນາມ ເປັນໜຶ່ງໃນ 6 ປະເທດທີ່ມີອັດຕາການປົກຄຸ້ມວັກຊີນສູງທີ່ສຸດໃນໂລກ ແລະ ເປັນໜຶ່ງໃນຈຳນວນ 11 ປະເທດທີ່ໄດ້ຮັບການມອບໂອນເຕັກໂນໂລຊີການຜະລິດວັກຊີນ mRNA ຈາກ WHO.

ທ່ານເອກອັກຄະລັດຖະທູດ ເລືອງກວກຮຸຍ ຕີລາຄາສູງບັນດາຜົນງານທີ່ອີຣານບັນລຸໄດ້ໃນການຄົ້ນຄວ້າ ແລະ ຜະລິດວັກຊີນ, ປາດຖະໜາວ່າ ກະຊວງສາທາລະນະສຸກ ກໍ່ຄືບັນດາຫົວໜ່ວຍຄົ້ນຄວ້າ ແລະ ຜະລິດວັກຊີນຂອງ 2 ປະເທດ ຈະມີການຮ່ວມມືລະອຽດໃນໄລຍະຈະມາເຖິງ.

ໄຊພອນ

Link: https://huunghivietlao.thoidai.com.vn/detail-article-13669.html

In bài biết