ອົງການ CHIA ໜູນຊ່ວຍ ເສື້ອຄຸມຈຳນວນ 1.987 ຜືນໃຫ້ປະຊາຊົນທຸກຍາກແຂວງ ກວາງນາມ
ປະຊາຊົນທຸກຍາກນັບລ້ານຄົນ ໄດ້ຮັບການໜູນຊ່ວຍຈາກຂະບວນການ “ເຕັດເພື່ອຜູ້ຄົນທຸກຍາກ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ” | |
ກວາງນາມ ຈະເປັນເຈົ້າພາບຈັດຕັ້ງປີທ່ອງທ່ຽວແຫ່ງຊາດ 2022 |
ນີ້ແມ່ນທຶນຊ່ວຍເຫຼືອລ້າທີ່ບໍ່ຂຶ້ນກັບໂຄງການ, ປະຕິບັດແຕ່ເດືອນມີນາ ປີ 2022 ຫາເດືອນມິຖຸນາ ປີ 2022. ຄະນະກຳມະການປະຊາຊົນແຂວງ ໄດ້ມອບໝາຍໃຫ້ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ກວາງນາມ ເປັນເຈົ້າການໃນການໜູນຊ່ວຍນີ້.
ໂຄງການຈະໜູນຊ່ວຍເສື້ອຄຸມຈຳນວນ 1.987 ຜືນ ໃຫ້ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ເມືອງ ຟູນິງ ແລະ ຕຽນເຟຶອກ ດ້ວຍຍອດຈຳນວນທຶນຊ່ວຍເຫຼືອລ້າ ກ່ວາ 1,1 ຕື້ດົ່ງ, ທຽບເທົ່າກັບ 49,300 USD.
![]() |
ອົງການ CHIA ໜູນຊ່ວຍ ເສື້ອຄຸມຈຳນວນ 1.987 ຜືນໃຫ້ປະຊາຊົນທຸກຍາກແຂວງ ກວາງນາມ. |
CHIA ແມ່ນອົງການການກຸສົນທີ່ສ້າງຕັ້ງຂຶ້ນ ໂດຍແມ່ຍິງຊາວອົດສະຕຣາລີ, ທ່ານນາງ Robyn Morly ໃນປີ 2006. ກ່ອນທີ່ຈະສ້າງຕັ້ງອົງການນີ້, ທ່ານນາງ Robyn Morly ໄດ້ເຮັດວຽກຢູ່ສູນເດັກກໍາພ້າໃນເມືອງໂຮ້ຍອານ ເປັນເວລາ 5 ປີຕິດຕໍ່ກັນ.
ແມ່ຍິງຜູ້ນີ້ ມີຄວາມຕິດພັນພິເສດກັບດິນແດນ ກວາງນາມ ແລະ ຊາວກວາງນາມ. “ເມື່ອມາຮອດໂຮ້ຍອານ, ຂ້າພະເຈົ້າໄດ້ຮູ້ສຶກຮັກບ່ອນນີ້. ຮັກໂຮ້ຍອານ ແມ່ນຮັກກວາງນາມ, ຂ້າພະເຈົ້າຖືວ່ານີ້ແມ່ນບ້ານເກີດເມືອງນອນແຫ່ງທີສອງຂອງຂ້າພະເຈົ້າ”, ທ່ານນາງ Robyn Morly ກ່າວໃນໜັງສືພິມ ກວາງນາມ. ທ່ານນາງຮູ້ສຶກສະເທືອນໃຈ ເມື່ອເຫັນຄວາມໂຊກຮ້າຍຂອງເດັກນ້ອຍທີ່ຢູ່ໃນດິນແດນນີ້. ສິ່ງນັ້ນໄດ້ກະຕຸ້ນ Robyn Morly ໃຫ້ເຮັດບາງສິ່ງບາງຢ່າງ ເພື່ອຊ່ວຍອະນາຄົດຂອງເດັກນ້ອຍຢູ່ໃນບ້ານເກີດເມືອງນອນແຫ່ງທີສອງຂອງລາວ. ແລະ ອົງການຈັດຕັ້ງ CHIA ກໍ່ເກີດມາຈາກບ່ອນນັ້ນ.
ນັບແຕ່ CHIA ໄດ້ເຂົ້າສູ່ການເຄື່ອນໄຫວ, ທ່ານນາງ Robyn Morly ໄດ້ໃຊ້ເວລາສ່ວນຫຼາຍດຳລົງຊີວິດຢູ່ກວາງນາມ ເພື່ອພົບປະກັບເດັກນ້ອຍ. ຜູ້ມີຄວາມເມດຕາຜູ້ນີ້ໄດ້ລະດົມຈາກຍາດຕິພີ່ນ້ອງ ແລະ ເພື່ອນມິດຢູ່ ອົດສະຕາລີ ເພື່ອມີແຫຼ່ງທຶນເພື່ອຮັກສາບັນດາການເຄື່ອນໄຫວອາສາສະໝັກຢູ່ ຫວຽດນາມ.
ຫ້ອງການ CHIA ກາຍເປັນບ້ານ, ບັນດາເດັກນ້ອຍຫວຽດນາມກາຍເປັນຄອບຄົວ, ນັ້ນແມ່ນສິ່ງທີ່ Robyn Morly ໄດ້ເລືອກໃຫ້ຊີວິດຂອງລາວທີ່ຍັງເຫຼືອ. “ຂ້ອຍຮັກລູກຫຼານກວາງນາມ. ຂ້ອຍຮັກດິນແດນນີ້. ແລະບາງທີ ຂ້ອຍຈະຕາຍຢູ່ທີ່ນີ້,” ທ່ານນາງ Robyn Morly ເວົ້າ.
ຄຳຮຸ່ງ