15:39 | 31/03/2022

ກາວບັງມີເຂດຮ່ອ​ງ​ຮອຍ​ປະ​ຫວັດ​ສາດແຫ່ງ​ຊາດ​ຕື່ມ​ອີກ 2 ແຫ່ງ

ກອງ​ປະ​ຊຸມ​ສຳມະນາສາ​ກົນ​ໂຄງ​ການ​ເຄື່ອນ​ໄຫວ​ແຫ່ງ​ຊາດ​ເພື່ອແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ ກອງ​ປະ​ຊຸມ​ສຳມະນາສາ​ກົນ​ໂຄງ​ການ​ເຄື່ອນ​ໄຫວ​ແຫ່ງ​ຊາດ​ເພື່ອແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ຮຽກ​ຮ້ອງ​ໃຫ້​ນະ​ຄອນ​ໂຮ່​ຈີ​ມິນ ພັດ​ທະ​ນາ​ໂດຍ​ໄວ, ຍືນ​ຍົງ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ຮຽກ​ຮ້ອງ​ໃຫ້​ນະ​ຄອນ​ໂຮ່​ຈີ​ມິນ ພັດ​ທະ​ນາ​ໂດຍ​ໄວ, ຍືນ​ຍົງ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ
ກາວບັງມີເຂດຮ່ອ​ງ​ຮອຍ​ປະ​ຫວັດ​ສາດແຫ່ງ​ຊາດ​ຕື່ມ​ອີກ 2 ແຫ່ງ
ທິວ​ທັດທຳ​ມະ​ຊາດ​ຕາເທວະ​ດາ​ພູ ຢູ່​ກາວ​ບັ່ງ (ພາບ: TTXVN)

ຕອນ​ບ່າຍ​ວັນ​ທີ 30 ມີ​ນາ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ເມືອງ ຈຸງ​ແຄ໋ງ​, ແຂວງ ກາວ​ບັງ ໄດ້​ຈັດ​ຕັ້ງ​ພິ​ທີ​ຮັບ​ໃບ​ຢັ້ງ​ຢືນ​ຮ່ອ​ງ​ຮອຍ​ປະ​ຫວັດ​ສາດລະ​ດັບ​ຊາດຫວຽດ​ນາມ ຢູ່​ຖ້ຳ​ເງືອມ​ຈຽງ ແລະ ທິວ​ທັດທຳ​ມະ​ຊາດ​ຕາເທວະ​ດາ​ພູ, ເມືອງຈຸງແຄ໋ງ.

ຮ່ອງ​ຮອຍປະຫວັດສາດຂອງວິທະຍຸກະຈາຍສຽງຫວຽດນາມ ຢູ່ຖ້ຳເງືອມຈຽງ (1966-1978) - ໄດ້ຮັບ​ການ​ຄັດເລືອກເປັນໜຶ່ງໃນຫຼາຍສະ​ຖານ​ທີ່ໃນທົ່ວປະເທດ ເພື່ອສ້າງຕັ້ງເຄືອຂ່າຍສະຖານີວິທະຍຸກະຈາຍສຽງ ຫວຽດນາມ ສຳ​ຮອງ, ອອ​ກ​ອາ​ກາດ​ກະ​ຈາຍສຽງ​ຫວຽດ​ນາມ.ໜ້າ​ທີ່​ຂອງ​ວິທະຍຸ A3 ​ແມ່ນ​ວິທະຍຸ​ກະຈາຍສຽງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ, ກະຈາຍສຽງ​ໄປ​ຍັງ​ເອີ​ລົບ ປະຕິບັດ​ບັນດາ​ໜ້າທີ່​ການ​ເມືອງ, ນະ​ໂຍບາຍ, ​ແນວທາງ​ຂອງ​ພັກ ​ແລະ ລັດ, ການ​ຕ່າງປະ​ເທດ ​ແລະ ອື່ນໆ, ປະກອບສ່ວນ​ຮັບປະກັນ​ໃຫ້​ວິທະຍຸ​ກະຈາຍສຽງ​ຫວຽດນາມ ສືບ​ຕໍ່​ຮັກສາ​ຢ່າງລຸ​ລ່ວງໃນ​ໄລຍະ​ສົງຄາມ​ຕ້ານ ​ອາ​ເມ​ລິ​ກາ ກອບ​ກູ້ເອົາ​ປະ​ເທດຊາດ​ແຕ່​ປີ 1966-1978. ນີ້​ກໍ່​ແມ່ນ​ສະຖານ​ທີ່ສ້າງ​ຂ​ີດ​ໝາຍ​ຂອງ​ຊຸມ​​ວັນ​ເຄື່ອນ​ໄຫວ​ຂອງ​ພະນັກງານ, ລັດຖະກອນ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໃນ​ສົງຄາມ​ຕໍ່ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ.

ດ້ວຍ​ບັນດາ​ຄຸນຄ່າ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ, ມີ​ຄວາມ​ພົ້ນ​ເດັ່ນ​ດ້ານ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ, ທິວ​ທັດທຳ​ມະ​ຊາດ, ຮ່ອງ​ຮອຍປະ​ຫວັດ​ສາດ​ສະຖານີ​ວິທະຍຸ​ກະຈາຍສຽງ​ຫວຽດນາມ, ຖ້ຳ​ເງືອມຈຽງ ​ແລະ ​ເຂດ​ທິວ​ທັດ​ທຳ​ມະ​ຊາດຕາ​ເທ​ວະ​ດາ​ພູ ຢູ່ຕາ​ແສງ ກາວ​ເຈືອງ ​ໄດ້​ຮັບ​ການ​ຮັບຮອງ​ວ່າ​ແມ່ນຮ່ອ​ງ​ຮ​ອຍ​ປະ​ຫວັດ​ສາດ​ແຫ່ງ​ຊາດຈາກ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ.

ບຸນ​ຄົງ

Link: https://huunghivietlao.thoidai.com.vn/detail-article-13597.html

In bài biết