14:17 | 26/03/2022

ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ຊຸກ​ຍູ້​ການ​ພົວ​ພັນ​ຫວຽດ​ນາມ - ອົດ​ສະ​ຕາ​ລີ​ ໃນ​ບັນ​ດາ​ຂົງ​ເຂດ

​ການາ​ດາ ​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ກັບ ຫວຽດ​ນາມ ໃນ​ການ​ຜັນ​ຂະ​ຫຍາຍ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ​ການາ​ດາ ​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ກັບ ຫວຽດ​ນາມ ໃນ​ການ​ຜັນ​ຂະ​ຫຍາຍ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ
ສ້າງ​ຄວາມ​ສະ​ດວກ​ໃຫ້​ຊາວ​ຫວຽດ​ນາມ​ທີ່​ຍັງ​ເຫຼືອ​ຢູ່ ຢູ​ແກຼນ​ໄດ້​ຍົກ​ຍ້າຍ​​ໄປ​ເຖິງ​ເຂດ​ປອດ​ໄພ ສ້າງ​ຄວາມ​ສະ​ດວກ​ໃຫ້​ຊາວ​ຫວຽດ​ນາມ​ທີ່​ຍັງ​ເຫຼືອ​ຢູ່ ຢູ​ແກຼນ​ໄດ້​ຍົກ​ຍ້າຍ​​ໄປ​ເຖິງ​ເຂດ​ປອດ​ໄພ
ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ໂອ້ລົມທາງໂທລະສັບກັບທ່ານນາງລັດຖະມົນຕີກະຊວງການຕ່າງປະເທດ ອົດສະຕາລີ Marise Payne (ພາບ: baoquocte.vn)
ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ໂອ້ລົມທາງໂທລະສັບກັບທ່ານນາງລັດຖະມົນຕີກະຊວງການຕ່າງປະເທດ ອົດສະຕາລີ Marise Payne (ພາບ: baoquocte.vn)

ໃນການໂອ້ລົມທາງໂທລະສັບ, ລັດຖະມົນຕີສອງທ່ານໄດ້ສະແດງຄວາມປິຕິຊົມຊື່ນ ຕໍ່ການພັດທະນາຢ່າງແຮງຂອງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອົດສະຕາລີ ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ - 19 ໃນໄລຍະຜ່ານມາ.

ທ່ານລັດຖະມົນຕີ ບຸຍແທັງເຊີນ ໄດ້ສະແດງຄວາມຂອບອົກຂອບໃຈ ແລະ ຕີລາຄາສູງຕໍ່ເລື່ອງ ອົດສະຕາລີປະກາດວ່າຈະໜູນຊ່ວຍວັກຊິນກັນໂຄວິດ - 19 ໃຫ້ຫວຽດນາມ ຕື່ມອີກ ເພື່ອຜັນຂະຫຍາຍບັ້ນສັກວັກຊິນໃຫ້ເດັກນ້ອຍ, ທ່ານກໍ່ຖືວ່າ ການໜູນຊ່ວຍອັນລ້ຳຄ່າ ແລະ ທັນການຂອງລັດຖະບານອົດສະຕາລີ ຈະຊ່ວຍໃຫ້ຫວຽດນາມ ຍູ້ໄວການສັກວັກຊິນ, ປະກອບສ່ວນຢ່າງແທດຈິງເຂົ້າໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ຫວຽດນາມ ໃນປັດຈຸບັນ.

ລັດຖະມົນຕີສອງທ່ານໄດ້ເຫັນດີຕີລາຄາສູງຕໍ່ເລື່ອງສອງປະເທດເປີດປະຕູຢ່າງສົມບູນ ຈະສ້າງຄວາມສະດວກໃຫ້ແກ່ການຊຸກຍູ້ການພົວພັນລະຫວ່າງສອງປະເທດ ໃນທຸກຂົງເຂດ, ເປັນຕົ້ນແມ່ນການແລກປ່ຽນຄະນະຜູ້ແທນ, ການພົບປະແລກປ່ຽນປະຊາຊົນ, ເສດຖະກິດ, ກະສິກຳ, ແຮງງານ...ປະກອບສ່ວນນຳການພົວພັນສອງປະເທດຂຶ້ນສູ່ລະດັບສູງໃໝ່.

ວີ​ໂອ​ວີ

Link: https://huunghivietlao.thoidai.com.vn/detail-article-13524.html

In bài biết