16:30 | 22/03/2022

ງານຕະຫຼາດນັດທ່ອງທ່ຽວອອນລາຍ Danang FantastiCity 2022 ໂຄສະນາສົ່ງເສີມແຫຼ່ງທ່ອງທ່ຽວຢູ່ດານັງ ແລະ ພາກກາງ.

ແຂວງກາເມົ່າປະກາດຮັບຮອງກິດຈະກຳທີ່ໜ້າດຶງດູດໃຈທາງດ້ານວັດທະນະທຳ ແລະ ການທ່ອງທ່ຽວ ປີ 2022 ແຂວງກາເມົ່າປະກາດຮັບຮອງກິດຈະກຳທີ່ໜ້າດຶງດູດໃຈທາງດ້ານວັດທະນະທຳ ແລະ ການທ່ອງທ່ຽວ ປີ 2022
ຜັນຂະຫຍາຍຢ່າງມີຈຸດສຸມ ແລະ ມຸ່ງໄປເຖິງບັນດາໂຄງການເຄື່ອນໄຫວຂອງແນວໂຮມ ໃນປີ 2022 ຜັນຂະຫຍາຍຢ່າງມີຈຸດສຸມ ແລະ ມຸ່ງໄປເຖິງບັນດາໂຄງການເຄື່ອນໄຫວຂອງແນວໂຮມ ໃນປີ 2022
ງານຕະຫຼາດນັດທ່ອງທ່ຽວອອນລາຍ Danang FantastiCity 2022 ໂຄສະນາສົ່ງເສີມແຫຼ່ງທ່ອງທ່ຽວຢູ່ດານັງ ແລະ ພາກກາງ.
ງານ​ຕະຫຼາດ​ນັດ Danang FantastiCity 2022 (ພາບ: drt.danang.vn)

ງານ​ຕະຫຼາດນັດ​ຈະ​ດຳ​ເນີນ​ແຕ່​ວັນ​ທີ 17-25 ມີນາ 2022 ຢູ່ danangfantasticity.com ຫຼື travelbook.vn/danang, ​ໂດຍ​ມີ 150 ຮ້ານວາງສະແດງອອນລາຍ​ຈາກ​ບັນດາ​ວິ​ສາ​ຫະກິດ​ທ່ອງ​ທ່ຽວ ​ແລະ ຄູ່​ຮ່ວມ​ມື​ລູກ​ຄ້າ​ຍີ່ປຸ່ນ, ສ.​ເກົາຫຼີ, ຈີນ, ອິນ​ເດຍ ​ແລະ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ 60 ກວ່າ​ແຫ່ງ.

ງານ​ຕະຫຼາດນັດ​ທ່ອງ​ທ່ຽວ Danang FantastiCity 2022 ​ໄດ້​ນຳ​ສະ​ເໜີ​ຮ້ານ​ວາງສະ​ແດງ​ຂອງ​ອົງການ​ຄຸ້ມ​ຄອງ​ແຫຼ່ງທ່ອງ​ທ່ຽວ, ສາຍ​ການບິນ, ບໍລິສັດ​ທ່ອງ​ທ່ຽວ, ​ໂຮງ​ແຮມ, ວິ​ສາ​ຫະກິດ​ຂົນ​ສົ່ງ...

ບັນດາ​ວິ​ສາ​ຫະກິດ​ທີ່​ມາ​ວາງສະ​ແດງ​ໃນ​ງານ​ວາງສະ​ແດງ​ຈະ​ຈັດຕາຕະລາງ​ນັດ​ພົບ​ຜູ້​ມີ​ທ່າ​ແຮງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເພື່ອ​ເຊື່ອມ​ຕໍ່, ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ ​ແລະ ​ເປີດ​ກວ້າງ​ການ​ພົວພັນ​ດ້ານ​ການ​ຄ້າ.

ບຸນ​ຄົງ

Link: https://huunghivietlao.thoidai.com.vn/detail-article-13459.html

In bài biết