09:49 | 18/03/2022

ຫວຽດນາມ ຮ່ວມ​ມື​ກັບ​ເຢຍລະ​ມັນ​ເພື່ອ​ພັດທະນາ​ກິລາ​ບານ​ເຕະ

ດົງ​ທາບ ​ຊອກ​ຮູ້​ກາລະ​ໂອກາດ​ຮ່ວມ​ມື​ດ້ານ​ການ​ລົງທຶນ, ສະພາບ​ການ​ຂອງ​ຊາວ ຫວຽດນາມ ຢູ່ ກຳປູ​ເຈຍ ດົງ​ທາບ ​ຊອກ​ຮູ້​ກາລະ​ໂອກາດ​ຮ່ວມ​ມື​ດ້ານ​ການ​ລົງທຶນ, ສະພາບ​ການ​ຂອງ​ຊາວ ຫວຽດນາມ ຢູ່ ກຳປູ​ເຈຍ
ຍີ່ປຸ່ນ ປາດ​ຖະໜາ​ຢາກ​ໜູນ​ຊ່ວຍ ຫວຽດນາມ ພັດທະນາ​ ກິລາ Baseball ຍີ່ປຸ່ນ ປາດ​ຖະໜາ​ຢາກ​ໜູນ​ຊ່ວຍ ຫວຽດນາມ ພັດທະນາ​ ກິລາ Baseball
ຫວຽດນາມ ຮ່ວມ​ມື​ກັບ​ເຢຍລະ​ມັນ​ເພື່ອ​ພັດທະນາ​ກິລາ​ບານ​ເຕະ
ພາບ​ປະ​ກອບ: VFF

ສອງ​ຝ່າຍ​ໄດ້​ແລກປ່ຽນ​ຂໍ້​ມູນ​ກ່ຽວ​ກັບ​ພື້ນຖານ​ກິລາ​ບານ​ເຕະ​ຂອງ​ສອງ​ປະ​ເທດ ​ແລະ ປຶກສາ​ຫາລື​ກ່ຽວ​ກັບ​ກາລະ​ໂອກາດ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ​ເພື່ອ​ພັດທະນາ​ກິລາ​ບານ​ເຕະ​ຮ່ວມ​ກັນ, ​ໂດຍ​ສະ​ເພາະ​ບາງ​ຂົງ​ເຂດ​ທີ່​ສຳຄັນ​ເຊັ່ນ: ກິລາ​ບານ​ເຕະ​ເຍົາວະ​ຊົນ, ບານ​ເຕະ​ຍິງ, ການ​ຝຶກ​ອົບຮົມ​ຄູ​ເຝິກ. ການ​ເດີນ​ທາງໄປຝຶກຊ້ອມ​ຂອງ​ທີມ​ຊາດ...

ຜູ້ຕາງໜ້າສະຫະພັນບານເຕະ ເຢຍລະມັນ ກໍ່ສະແດງຄວາມສົນໃຈຕໍ່ວົງການບານເຕະ ຫວຽດນາມ ກ່ຽວກັບບັນດາຜົນງານເຊິ່ງບານເຕະ ຫວຽດນາມ ບັນລຸໄດ້ໃນໄລຍະມໍ່ໆມານີ້, ບໍ່ພຽງແຕ່ຢູ່ລະດັບທະວີບເທົ່ານັ້ນ ຫາກຍັງຢູ່ໃນລະດັບໂລກອີກດ້ວຍ. ຜູ້ຕາງໜ້າສະຫະພັນບານເຕະ ເຢຍລະມັນ ຊົມເຊີຍທີມຍິງ ຫວຽດນາມ ເປັນຄັ້ງທຳອິດທີ່ຍາດໄດ້ສິດເຂົ້າແຂ່ງຂັນ FIFA Women’s World Cup ຢູ່ ອົດສະຕາລີ ແລະ ນິວຊີແລນ ໃນປີ 2023. ສະຫະພັນບານເຕະເຢຍລະມັນ ກໍ່ປາດຖະໜາຢາກໄດ້ຮັບການສະໜັບສະໜູນຈາກ VFF ເພື່ອຍາດໄດ້ສິດທິໃນການເປັນເຈົ້າພາບຈັດການແຂ່ງຂັນບານເຕະຍິງໂລກ 2027 ພ້ອມກັບແບນຊິກ ແລະເນເທີແລນ.

ນອກ​ນັ້ນ, ການ​ຜັນ​ຂະຫຍາຍ​ການ​ຮ່ວມ​ມື​ພັດທະນາ​ລະຫວ່າງ​ກິລາ​ບານ​ເຕະ​ຫວຽດນາມ ​ແລະ ບານ​ເຕະ​ເຢຍລະ​ມັນ ກໍ່​ຈະ​ໄດ້​ຮັບ​ຜົນສຳ​ເລັດ​ໂດຍ​ຜ່ານ​ການ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ໂຄງການ “​ສູນ​ອົບ​ຮົບ​ນັກ​ກິລາ​ບານເຕະ​ຊາວ​ໜຸ່ມ ຫວຽດນາມ ຢູ່ ​ເຢຍລະ​ມັນ”, ດ້ວຍ​ການ​ຮ່ວມ​ມື​ຂອງ VFF, Next Media ​ແລະ Bundesliga, ຜ່ານ​ນັ້ນ​ ສ້າງ​ກາລະ​ໂອກາດ​ໃຫ້​ບັນດາ​ນັກ​ກິລາ​ບານ​ເຕະ​ຫວຽດນາມ ​ໄດ້​ຝຶກ​ຝົນ ​ແລະ ແຂ່ງຂັນ ​ເພື່ອ​ຍົກ​ສູງ​ຄວາມ​ສາມາດ​ໃນ​ສະພາບ​ແວດລ້ອມ​ບານ​ເຕະ​ອາຊີບ​ຊັ້ນ​ນຳ​ຂອງ​ໂລກ​ຄື ​ເຢຍລະ​ມັນ.

ບຸນ​ຄົງ

Link: https://huunghivietlao.thoidai.com.vn/detail-article-13437.html

In bài biết