ຕັ້ງໜ້າໂຄສະນາອາຫານ ແລະ ເຄື່ອງດື່ມຫວຽດນາມໃນຕະຫຼາດຍີ່ປຸ່ນ
ອາຫານ ຫວຽດນາມ | |
ຍີ່ປຸ່ນ ໃຫ້ທຶນຊ່ວຍເຫຼືອລ້າໂຄງການຄ້ຳປະກັນສະບຽງອາຫານ |
ຕາມຕົວເລກສະຖິຕິຂອງກົມໃຫຍ່ພາສີອາກອນຫວຽດນາມ, ຍອດມູນຄ່າການນຳເຂົ້າ-ສົ່ງອອກທັງໝົດລະຫວ່າງ ຫວຽດນາມ ກັບ ຍີ່ປຸ່ນ ປີ 2021 ບັນລຸ 42,7 ຕື້ໂດລາ USD, ເພີ່ມຂຶ້ນ 7,8% ທຽບກັບປີ 2020; ໃນນັ້ນ, ການສົ່ງອອກສິນຄ້າຈາກຫວຽດນາມໄປຍັງຍີ່ປຸ່ນບັນລຸ 20,1 ຕື້ໂດລາ USD, ເພີ່ມຂຶ້ນ 4,4%; ການນຳເຂົ້າຂອງຫວຽດນາມຈາກຍີ່ປຸ່ນບັນລຸ 22,6 ຕື້ໂດລາ USD, ເພີ່ມຂຶ້ນ 11,3%. ການສົ່ງອອກກຸ່ມສິນຄ້າການປະມົງ - ອາຫານຂອງຫວຽດນາມໄປຍັງຍີ່ປຸ່ນ ປີ 2021 ບັນລຸ 1,8 ຕື້ໂດລາ USD, ຫຼຸດລົງ 0,5% ທຽບກັບປີ 2020.
![]() |
ພາບປະກອບ: congthuong.vn |
ປະເທດຍີ່ປຸ່ນເປັນຕະຫຼາດທີ່ມີຄວາມຕ້ອງການນຳເຂົ້າ ແລະ ການຊົມໃຊ້ຫຼາຍສຳລັບບັນດາຜະລິດຕະພັນກະສິກຳ-ການປະມົງ-ອາຫານຈາກຕ່າງປະເທດ, ປະກອບດ້ວຍປາ ແລະ ຜະລິດຕະພັນປຸງແຕ່ງຈາກປາ, ກຸ້ງ, ອ່ຽນ, ຊີ້ນ ແລະ ຜະລິດຕະພັນຕ່າງໆຈາກຊີ້ນ, ຖົ່ວເຫຼືອງ, ຜະລິດຕະພັນຈາກທັນຍະພືດ, ຜັກ, ໝາກໄມ້ສົດ ແລະ ປຸງແຕ່ງ, ກາເຟ,… ຫວຽດນາມຖືກຕີລາຄາໃຫ້ເປັນປະເທດທີ່ມີກຳລັງແຮງທາງດ້ານຜະລິດຕະພັນສິນຄ້າຕ່າງໆທີ່ກ່າວມາຂ້າງເທິງນີ້ ແລະ ມີກຳລັງການຜະລິດສະໜອງໄດ້ດີໃຫ້ແກ່ຕະຫຼາດປະເທດຍີ່ປຸ່ນ.
ປະເພດສິນຄ້າຂອງຫວຽດນາມໄດ້ປາກົດຕົວໃນຊັ້ນວາງສິນຄ້າຕ່າງໆຂອງບັນດາຮ້ານຊັບພະສິນຄ້າໃຫຍ່ຢູ່ຍີ່ປຸ່ນ ເຊັ່ນ: AEON, Donkihote, Itoyakado,… ຕາມແຜນການຂອງກຸ່ມບໍລິສັດ AEON ທີ່ເປັນຜູ້ຈັດຈຳໜ່າຍລາຍໃຫຍ່ຂອງປະເທດຍີ່ປຸ່ນ ຈະຍົກມູນຄ່າການສົ່ງອອກສິນຄ້າຫວຽດນາມໄປຍັງຍີ່ປຸ່ນຂຶ້ນ 1 ຕື້ໂດລາ USD (ປະມານ 110 ຕື້ເຢນ) ໃນປີ 2025, ຂຶ້ນປະມານ 4 ທົບທຽບກັບປີ 2017.
ນັບແຕ່ວັນທີ 8 ຫາ 11 ມີນາ, ງານວາງສະແດງອາຫານ - ເຄື່ອງດື່ມສາກົນ FOODEX Japan 2022 ໄດ້ຮວບຮວມບໍລິສັດໃຫຍ່ຫຼາຍແຫ່ງຂອງຍີ່ປຸ່ນທີ່ຊ່ຽວຊານການນຳເຂົ້າ ແລະ ການຄ້າຜະລິດຕະພັນອາຫານ - ເຄື່ອງດື່ມຈາກຫວຽດນາມ. ພື້ນທີ່ບູດວາງສະແດງສິນຄ້າຊາດຫວຽດນາມປະກອບມີ 10 ບູດສິນຄ້າ ຂອງ 5 ບໍລິສັດນຳເຂົ້າທີ່ມີຄວາມເຊື່ອຖືໃນປວງຊົນຫວຽດນາມຢູ່ຍີ່ປຸ່ນ.
ຜະລິດຕະພັນທີ່ນຳມາວາງສະແດງໃນພື້ນທີ່ບູດສິນຄ້າຫວຽດນາມ ປະກອບມີຫຼາຍຫຼາຍປະເພດອາຫານ ແລະ ເຄື່ອງດື່ມ ເຊັ່ນ: ເສັ້ນເຂົ້າປຸ້ນ - ເສັ້ນລ້ອນ - ເສັ້ນເຝີ ແຫ້ງ, ໝາກໄມ້ແຊ່ເຢັນ ແລະ ອົບແຫ້ງ, ແກ່ນໝາກມ່ວງຫິມມະພານຂົ້ວເກືອ, ປະເພດນ້ຳຈີ້ມແຈ່ວ ແລະ ເຄື່ອງເທດ, ກາເຟຂົ້ວປັ່ນ ແລະ ກະປ໋ອງພ້ອມດື່ມ, ເບຍ - ເຫຼົ້າ - ເຄື່ອງດື່ມດັບກະຫາຍ, ນ້ຳກະທິ - ກະທິປຸງແຕ່ງ,… ສິນຄ້າຕ່າງໆໄດ້ຖືກຄັດສັນມາຢ່າງດີ, ມີການຈັດແຈງວາງສະແດງທີ່ດຶງດູດສາຍຕາຜູ້ຄົນ ແລະ ແຂກທີ່ມາທ່ຽວຊົມ.
ຜະລິດຕະພັນສິນຄ້າຕ່າງໆຂອງຫວຽດນາມ ກໍສາມາດດຶງດູດຄວາມສົນໃຈຕໍ່ກັບຜູ້ນຳເຂົ້າປະເທດເພື່ອນບ້ານ, ພິເສດແມ່ນຕໍ່ກັບສິນຄ້າກະສິກຳ.
ວິລະຊົນ