08:31 | 05/03/2022

ມູ​ນ​ຄ່າ​ສົ່ງ​ອອກ​ເກີນ​ດຸນດ້ານກະ​ສິ​ກຳ, ປ່າ​ໄມ້, ສິນ​ໃນ​ນ້ຳ​ຫວຽດ​ນາມ ເພີ່ມ​ຂຶ້ນ​ເກືອບ 87%

ວົງ​ເງິນ​ການ​ສົ່ງ​ອອກ ນຳ​ເຂົ້າ​ບັນ​ລຸ 21,41 ຕື້ USD ໃນ​ 15 ວັນ ຕົ້ນ​ເດືອນ ກຸມ​ພາ ວົງ​ເງິນ​ການ​ສົ່ງ​ອອກ ນຳ​ເຂົ້າ​ບັນ​ລຸ 21,41 ຕື້ USD ໃນ​ 15 ວັນ ຕົ້ນ​ເດືອນ ກຸມ​ພາ
ສ.​ເກົາຫຼີ ໜູນ​ຊ່ວຍ​ບັນດາ​ໂຄງການ​ລ້ຽງ​ສິນ​ໃນ​ນ້ຳ​ຢູ່ ຫວຽດນາມ ຜ່ານທຶນ ODA ສ.​ເກົາຫຼີ ໜູນ​ຊ່ວຍ​ບັນດາ​ໂຄງການ​ລ້ຽງ​ສິນ​ໃນ​ນ້ຳ​ຢູ່ ຫວຽດນາມ ຜ່ານທຶນ ODA
ມູ​ນ​ຄ່າ​ສົ່ງ​ອອກ​ເກີນ​ດຸນດ້ານກະ​ສິ​ກຳ, ປ່າ​ໄມ້, ສິນ​ໃນ​ນ້ຳ​ຫວຽດ​ນາມ ເພີ່ມ​ຂຶ້ນ​ເກືອບ 87%
ພາບ​ປະ​ກອບ: TTXVN

ບາງ​ຜະ​ລິດ​ຕ​ະ​ພັນ/ກຸ່ມ​ຜະ​ລິດ​ຕະ​ພັນ​ທີ່​ມີ​ມູນ​ຄ່າ​ສົ່ງ​ອອກເພີ່ມຂຶ້ນ ​ຄື: ກາ​ເຟ, ຢາງ​ພາ​ລາ, ເຂົ້າ​ສານ, ພິກ​ໄທ, ນ້ຳນົມ ແລະ ຜະ​ລິດ​ຕະ​ພັນ​ຈາກ​ນ້ຳນົມ…

ກ່ຽວ​ກັບ​ຕະຫຼາດ​ສົ່ງ​ອອກ, ມູນ​ຄ່າ​ສົ່ງ​ອອກດ້ານ​ກະ​ສິ​ກຳ, ປ່າ​ໄມ້, ສິນ​ໃນ​ນ້ຳ​ ໄດ້​ສົ່ງ​ໄປ​ຍັງ​ບັນ​ດາ​ຕະຫຼາດ​ຂຶ້ນ​ກັບ​ເຂດ​ອາ​ຊີ​ອາ​ຊີ​ຢືນ​ຢູ່​ອັນ​ດັບ​ທີ 1, ກວມ​ເອົາ 39,5%, ຖັດ​ຈາກ​ນັ້ນ​ແມ່ນ ທະ​ວີບ​ອາ​ເມ​ລິ​ກາ, ເອີ​ລົບ, ໂອ​ເຊ​ເນຍ ແລະ ອາ​ຟ​ຼິກ​ກາ. ອາ​ເມ​ລິ​ກາ ສືບ​ຕໍ່​ຮັກ​ສາ​ແມ່ນ​ຕະຫຼາດ​ສົ່ງ​ອອກ​ດ້ານກະ​ສິ​ກຳ, ປ່າ​ໄມ້, ສິນ​ໃນ​ນ້ຳ ໃຫຍ່​ທີ່​ສຸດ​ຂອງ ຫວຽດ​ນາມ. ຍືນ​ຢູ່​ອັນ​ດັບ​ທີ 2 ແມ່ນ​ຕະຫຼາດ​ຈີນ ແລະ ອັນ​ດັບ​ທີ 3 ແມ່ນ​ຕະຫຼາດ​ຍີ່​ປຸ່ນ.

ເພື່ອ​ແນ​ໃສ່​ຍູ້​ແຮງ​ການ​ສົ່ງ​ອອກ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ຈະ​ສືບ​ຕໍ່​ຊຸກ​ຍູ້​ການ​ເປີດ​ປະ​ຕູ​ຕະຫຼາດ​ຜະ​ລິດ​ຕະ​ພັນ​ກະ​ເສດ ກັບ​ບັນ​ດາ​ປະ​ເທດ ເປ​ຣູ, ອົດ​ສະ​ຕາ​ລີ, ບ​ຣາ​ຊິນ, ຈີນ, ອາ​ເມ​ລິ​ກາ.

ບຸນ​ຄົງ

Link: https://huunghivietlao.thoidai.com.vn/detail-article-13297.html

In bài biết