16:30 | 03/03/2022

ເວທີປາໄສການໄປສຶກສາຢູ່ຕ່າງປະເທດ ເຊັກໂກ ເປີດໂອກາດການຮຽນຮູ້ໃຫ້ຊາວໜຸ່ມ ຫວຽດນາມ

ເຂັ້ມຂຸ້ນໄປດ້ວຍຄວາມສາມັກຄີ ແລະມິດຕະພາບໃນວັນຄອບຄົວອາຊຽນ 2021 ທີ່ສາທາລະນະລັດເຊັກໂກ ເຂັ້ມຂຸ້ນໄປດ້ວຍຄວາມສາມັກຄີ ແລະມິດຕະພາບໃນວັນຄອບຄົວອາຊຽນ 2021 ທີ່ສາທາລະນະລັດເຊັກໂກ
ບັນດານັກຊ່ຽວຊານເຊັກໂກ ຕີລາຄາສູງຄຳປາໄສຂອງນາຍົກລັດຖະມົນຕີຫວຽດນາມ ບັນດານັກຊ່ຽວຊານເຊັກໂກ ຕີລາຄາສູງຄຳປາໄສຂອງນາຍົກລັດຖະມົນຕີຫວຽດນາມ

ເຂົ້າ​ຮ່ວມ​ມີ​ຜູ້ຕາງໜ້າ​ສະຖານທູດ​ຫວຽດນາມ, ຜູ້ຕາງໜ້າ​ສະມາຄົມ​ຊາວ​ຫວຽດນາມ ປະຈຳ ​ເຊັກ​ໂກ, ບັນດາຊ່ຽວຊານທີ່​ປຶກສາ​ດ້ານ​ການ​ສຶກສາ, ອະດີດ​ນັກ​ສຶກສາ​​ຢູ່ ສາທາລະນະ​ລັດ ເຊັກ​ໂກ, ຜູ້ປົກຄອງນັກຮຽນ ​ແລະ ຊາວ​ໜຸ່ມ ຫວຽດນາມ ​ເປັນ​ຈຳນວນ​ຫຼວງ​ຫຼາຍ ​ທີ່​ມີ​ຄວາມ​ສົນ​ໃຈ​ຊອກ​ຫາ​ໂອ​ກາດ​ໄປ​ສຶກ​ສາ​ຢູ່​ປະ​ເທດ​ເອີ​ຣົບ​ນີ້​.

ເວທີປາໄສການໄປສຶກສາຢູ່ຕ່າງປະເທດ ເຊັກໂກ ເປີດໂອກາດການຮຽນຮູ້ໃຫ້ຊາວໜຸ່ມ ຫວຽດນາມ
ເວທີປາໄສການໄປສຶກສາຢູ່ຕ່າງປະເທດ ເຊັກໂກ ເປີດໂອກາດການຮຽນຮູ້ໃຫ້ຊາວໜຸ່ມ ຫວຽດນາມ. (ພາບ: VOV)

ຄະນະຈັດຕັ້ງ ແລະ ນັກປາຖະກະຖາ ໄດ້ສະໜອງຮູບພາບສັງລວມ ແລະ ບັນຫາຕ່າງໆ ທີ່ກ່ຽວຂ້ອງກັບການໄປຮຽນຕໍ່ຕ່າງປະເທດ ທີ່ສາທາລະນະລັດເຊັກໂກ ເຖິງຜູ້ເຂົ້າຮ່ວມງານ ເຊັ່ນ: ຂັ້ນຕອນການລົງທະບຽນ, ຂໍ້ມູນກ່ຽວກັບສະຖາບັນການບຳລຸງສ້າງ, ສາຂາວິຊາຮຽນ, ພາສາໃນການສອນ, ທຶນການສຶກສາ ແລະ ຄ່າຮຽນ, ທີ່ພັກ, ການດຳລົງຊີວິດ, ການເດີນທາງໄປມາ, ຮີດຄອງປະເພນີຂອງຊາວເຊັກໂກ, ກິດຈະກໍານອກຫຼັກສູດ, ກິດຈະກໍາຂອງສະມາຄົມຊາວຫນຸ່ມ - ນັກສຶກສາ ແລະ ສະມາຄົມນັກສຶກສາໄປຮຽນຕ່າງປະເທດ, ໂອກາດການເຮັດວຽກ ...

ບັນດາ​ນັກປະຖະກະຖາ ​ໄດ້​ຕອບ​ຄຳ​ຖາມຂໍ້ຂ້ອງໃຈ​ຂອງ​ພໍ່​ແມ່​ຜູ້ປົກຄອງ ແລະ ໄວ​ໜຸ່ມ​ຫວຽດນາມ ທີ່​ມີ​ຄວາມ​ສົນ​ໃຈ​ໄປ​ຮ່ຳຮຽນ​ຢູ່​ຕ່າງປະ​ເທດ ສາທາລະນະ​ລັດ ເຊັກ​ໂກ ​ໃນ​ປີ 2022 ​ແລະ ຊຸມ​ປີ​ຕໍ່ໜ້າ.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-13277.html

In bài biết