08:55 | 28/02/2022

ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍຫວຽດນາມ - ສິງກະໂປ

ຫວຽດນາມ ຍາດເອົາແຊັມໃນງານແຂ່ງຂັນກິລາບານເຕະ U23 ອາຊີຕາເວັນອອກສ່ຽງໃຕ້ 2022 ຫວຽດນາມ ຍາດເອົາແຊັມໃນງານແຂ່ງຂັນກິລາບານເຕະ U23 ອາຊີຕາເວັນອອກສ່ຽງໃຕ້ 2022
ຫວຽດນາມ ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ໝັ້ນຄົງເຂັ້ມແຂງຂອງ ສປຊ ຫວຽດນາມ ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ໝັ້ນຄົງເຂັ້ມແຂງຂອງ ສປຊ

ທີ່ການພົບປະ, ທ່ານລັດຖະມົນຕີ ຟານວັນຢາງ ຕີລາຄາວ່າ ໃນສະພາບການໂລກ ແລະພາກພື້ນຜັນແປຢ່າງສັບສົນ, ຄາດເດົາໄດ້ຍາກ, ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ-ສິງກະໂປ ສືບຕໍ່ພັດທະນາຢ່າງດີງາມໃນຂົງເຂດການເມືອງ, ເສດຖະກິດ-ການຄ້າ, ວັດທະນະທໍາ, ການສຶກສາ, ກໍ່ສ້າງ ແລະການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ທ່ານລັດຖະມົນຕີ ຟານວັນຢາງ ຢັ້ງຢືນວ່າ ໂດຍບໍ່ຫົວຊາຕໍ່ພະຍາດໂຄວິດ-19 ທີ່ກໍາລັງຜັນແປຢ່າງສັບສົນ, ສອງຝ່າຍໄດ້ເປັນເຈົ້າການ, ຜັນຂະຫຍາຍຫຼາຍເນື້ອໃນຮ່ວມມືດ້ານປ້ອງກັນຊາດຢ່າງມີໄຫວພິບ...

ໃນໄລຍະຈະມາເຖິງ ທ່ານລັດຖະມົນຕີ ຟານວັນຢາງ ເຫັນດີເປັນເອກະພາບຕໍ່ທິດທາງຮ່ວມມືທີ່ວ່າ ຄວນສຸມໃສ່ການເພີ່ມທະວີການຊີ້ນໍາສົມທົບກັນຜັນຂະຫຍາຍສັນຍາວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດສອງຝ່າຍທີ່ໄດ້ລົງນາມໃຫ້ມີຄຸນນະພາບ, ມີປະສິດທິຜົນ; ເພີ່ມທະວີການຮ່ວມມືລະຫວ່າງບັນດາເຫຼົ່າຮົບ, ເຫຼົ່າທັບຢ່າງມີປະສິດທິຜົນ, ເໝາະສົມກັບຄວາມສາມາດບົ່ມຊ້ອນ ແລະຄວາມຕ້ອງການຂອງແຕ່ລະຝ່າຍ.

ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍຫວຽດນາມ - ສິງກະໂປ
ທ່ານລັດຖະມົນຕີ ຟານວັນຢາງ ພົບປະກັບທ່ານລັດຖະມົນຕີ Ng Eng Hen. ພາບ: ສໍານັກຂ່າວສານຫວຽດນາມ.

ນອກຈາກນີ້, ລັດຖະມົນຕີສອງທ່ານ ຍັງໄດ້ແລກປ່ຽນບາງບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີການຮັກສາກົນໄກຮ່ວມມື ແລະບົດບາດໃຈກາງຂອງອາຊຽນ; ເຫັນດີເປັນເອກະພາບຮັກສາຫຼັກໝັ້ນລວມຂອງອາຊຽນ ຕໍ່ກັບບັນຫາຄວາມໝັ້ນຄົງຢູ່ພາກພື້ນ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ລວມມີສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982 ໃນການແກ້ໄຂການຂັດແຍ້ງກັນຢູ່ທະເລ, ໃນນັ້ນມີທະເລຕາເວັນອອກ; ຊຸກຍູ້ການສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໃຫ້ແທດຈິງ ແລະມີປະສິດທິຜົນ.ສ່ວນທ່ານລັດຖະມົນຕີ Ng Eng Hen ໄດ້ສະແດງຄວາມຂອບໃຈການສະໜັບສະໜູນຂອງຫວຽດນາມ ຕໍ່ກັບຂໍ້ລິເລີ່ມຂອງສິງກະໂປ ໃນອາຊຽນ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າບົນພື້ນຖານສັນຍາວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດສອງຝ່າຍທີ່ໄດ້ລົງນາມ, ສອງຝ່າຍຈະຜັນຂະຫຍາຍການຮ່ວມມືໃນຫຼາຍຂົງເຂດໃຫ້ລະອຽດ, ແທດຈິງກວ່າ.

ກ່ອນໜ້ານັ້ນ, ໃນວັນດຽວກັນ, ທ່ານລັດຖະມົນຕີ ຟານວັນຢາງ ແລະທ່ານລັດຖະມົນຕີ Ng Eng Hen ໄດ້ເຊັນສັນຍາລະຫວ່າງລັດຖະບານແຫ່ງ ສສ ຫວຽດນາມ ແລະລັດຖະບານ ແຫ່ງ ສ. ສິງກະໂປ ວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ພາຍໃຕ້ການເປັນສັກຂີພິຍານຂອງການນໍາຂັ້ນສູງສອງປະເທດ ທີ່ທໍານຽບປະທານາທິບໍດີ ສິງກະໂປ.

ຕອນບ່າຍວັນທີ 25 ກຸມພາ, ທ່ານລັດຖະມົນຕີ ຟານວັນຢາງ ໄດ້ໄປຢ້ຽມຢາມຖານທັບເຮືອ Changi, ສູນແບ່ງປັນຂໍ້ມູນຂ່າວສານຂອງສິງກະໂປ (IFC), ສູນປະສານງານການໜູນຊ່ວຍມະນຸດສະທໍາ ແລະກູ້ຊ່ວຍໄພພິບັດພາກພື້ນ (RHCC).

Link: https://huunghivietlao.thoidai.com.vn/detail-article-13234.html

In bài biết