15:49 | 10/02/2022

ອົດ​ສະ​ຕາ​ລີ ພ້ອມ​ແລ້ວ​ທີ່​ຈະ​ຊຸກ​ຍູ້​ສາຍ​ພົວ​ພັນ​ຮອບ​ດ້ານ​ກັບ ຫວຽດ​ນາມ

ລາວ ອະນຸຍາດໃຫ້ພາກເອກະຊົນກໍ່ສ້າງສາຍສົ່ງໄຟຟ້າເຊື່ອມຕໍ່ກັບຫວຽດນາມ ລາວ ອະນຸຍາດໃຫ້ພາກເອກະຊົນກໍ່ສ້າງສາຍສົ່ງໄຟຟ້າເຊື່ອມຕໍ່ກັບຫວຽດນາມ
ຕະຫຼາດ ຫວຽດ​ນາມ ນຳ​ມາ​ເຊິ່ງ​ກາ​ລະ​ໂອ​ກາດ​ເຕີບ​ໂຕ​ທີ່​ມີ​ກຳ​ລັງ​ບົ່ມ​ຊ້ອນ​ໃຫ້​ແກ່​ນັກ​ລົງ​ທຶນ ຕະຫຼາດ ຫວຽດ​ນາມ ນຳ​ມາ​ເຊິ່ງ​ກາ​ລະ​ໂອ​ກາດ​ເຕີບ​ໂຕ​ທີ່​ມີ​ກຳ​ລັງ​ບົ່ມ​ຊ້ອນ​ໃຫ້​ແກ່​ນັກ​ລົງ​ທຶນ
undefined
ທ່ານ ຫງວຽນເຕິດແທັ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອົດສະຕາລີ ເຂົ້າຢ້ຽມຂ່ຳນັບ ທ່ານ Andrew Wallace ປະທານສະພາຕ່ຳ ອົດສະຕາລີ (ພາບ: ສະຖານທູດ ຫວຽດນາມ ປະຈຳ ອົດສະຕາລີ)

ທ່ານ ກໍສະແດງຄວາມປິຕິຊົມຊື່ນຕໍ່ຜົນງານພົ້ນເດັ່ນດ້ານເສດຖະກິດ - ສັງຄົມ ເຊິ່ງ ຫວຽດນາມ ບັນລຸໄດ້ໃນປີ 2021, ຕີລາຄາສູງຄວາມມານະພະຍາຍາມໃນການປ້ອງກັນ, ຕ້ານໂລກລະບາດ ແລະ ຜົນງານທີ່ພົ້ນເດັ່ນໃນການຜັນຂະຫຍາຍບັ້ນສັກວັກຊິນກັນພະຍາດໂຄວິດ - 19 ຂອງ ຫວຽດນາມ. ທ່ານ Wallace ເຊື່ອໝັ້ນວ່າ ນີ້ແມ່ນພື້ນຖານເພື່ອໃຫ້ສອງປະເທດ ເຊື່ອມຕໍ່ສາຍການບິນການຄ້າຄືນໃໝ່ໂດຍໄວ ກໍຄື ເພີ່ມທະວີການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການພົວພັນແລກປ່ຽນປະຊາຊົນ.

ທ່ານເອກອັກຄະລັດຖະທູດ ຫງວຽນເຕິດແທັ່ງ ແລະ ທ່ານປະທານສະພາຕ່ຳ Wallace ເຫັນດີເປັນເອກະພາບ ສົມທົບກັນຊຸກຍູ້ສາຍພົວພັນສອງຝ່າຍ, ພິເສດແມ່ນການພົວພັນລະຫວ່າງສະພາແຫ່ງຊາດສອງປະເທດ, ເພື່ອມຸ່ງໄປເຖິງການສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ (1973 – 2023).

Link: https://huunghivietlao.thoidai.com.vn/detail-article-13067.html

In bài biết