07:12 | 10/02/2022

ສື່ມວນ​ຊົນ​ຄວນ​ສືບ​ຕໍ່​ປະ​ຕິ​ບັດ​ໜ້າ​ທີ່​ຖະ​ແຫຼງ​ຂ່າວ, ໂຄ​ສະ​ນາ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ພະ​ຍາດ​ໃຫ້​ເປັນ​ຢ່າງ​ດີ

ສືບ​ຕໍ່​ປະ​ຕິ​ບັດຄວາມ​ໃຝ​່​ຝັນ​ຫັນ​ເປັນ​ດີ​ຈີ​ຕອນ​ ຢູ່ ຫວຽດ​ນ​າມ ໃຫ້​ເປັນ​ຈິງ ສືບ​ຕໍ່​ປະ​ຕິ​ບັດຄວາມ​ໃຝ​່​ຝັນ​ຫັນ​ເປັນ​ດີ​ຈີ​ຕອນ​ ຢູ່ ຫວຽດ​ນ​າມ ໃຫ້​ເປັນ​ຈິງ
ນະຄອນ​ໂຮ່ຈິ​ມິນ​ຜັນ​ຂະຫຍາຍ ລາຍ​​ການ​​ສັງ​ລວມ​ກ່ຽວ​ກັບ​ການ​ປ້ອງ​ກັນຕ້ານ​ພະຍາດ ໂຄວິດ-19 ​ໃນ​ປີ 2022-2023 ຢ່າງ​ມີ​ປະ​ສິດ​ທິ​ຜົນ ນະຄອນ​ໂຮ່ຈິ​ມິນ​ຜັນ​ຂະຫຍາຍ ລາຍ​​ການ​​ສັງ​ລວມ​ກ່ຽວ​ກັບ​ການ​ປ້ອງ​ກັນຕ້ານ​ພະຍາດ ໂຄວິດ-19 ​ໃນ​ປີ 2022-2023 ຢ່າງ​ມີ​ປະ​ສິດ​ທິ​ຜົນ
ສື່ມວນ​ຊົນ​ຄວນ​ສືບ​ຕໍ່​ປະ​ຕິ​ບັດ​ໜ້າ​ທີ່​ຖະ​ແຫຼງ​ຂ່າວ, ໂຄ​ສະ​ນາ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ພະ​ຍາດ​ໃຫ້​ເປັນ​ຢ່າງ​ດີ
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ກ່າວ​ຄຳ​ເຫັ​ນ​ທີ່​ການ​ແລກ​ປ່ຽນ​ວຽກ​ງານ (ພາບ: TTXVN)

ກ່າວ​ຄຳ​ເຫັນ​ທີ່​ການ​ແລກ​ປ່ຽນ​ວຽກ​ງານ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ໂດຍ​ຕາງ​ໜ້າ​ລັດ​ຖະ​ບານ, ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ​້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ໄປ​ຍັງ​ຄະ​ນະ​ໂຄ​ສະ​ນາ​ສຶກສາສູນ​ກາງ, ສະ​ມາ​ຄົມ​ນັກ​ຂ່າ​ວ​ຫວຽດ​ນາມ, ບັນ​ດາ​ອົງ​ການ​ສື່ມວນ​ຊົນ​ຍາມ​ໃດ​ກໍ່​ຮ່ວມ​ເດີນ​ທາງ, ຮ່ວມ​ແຮງ​ຮ່​ວມ​ໃຈ, ໜູນ​ຊ່ວຍ​ລັດ​ຖະ​ບານ ຜ່ານ​ຜ່າ​ປີ​ໜຶ່ງ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ, ປະ​ຕິ​ບັດ​ສຳ​ເລັດ​ບັນ​ດາ​ເປົ້າ​ໝາຍ​ໃຫຍ່​ໃນ​ທຸກ​ດ້ານ​ໂດຍ​ພື້ນ​ຖານ.

ຕາມ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ປີ2021ແມ່ນ​ປີ​ພິ​ເສດ, ມີຫຼາຍ​ເຫດ​ການ​ໃຫຍ່​ສຳ​ຄັນຫຼາຍ​ຢ່າງ, ແຕ່​ປະ​ເທດ​ເຮົາ​ກໍ່​ຖືກ​ເສຍ​ຫາຍຫຼາຍ​ຢ່າງ​ຍ້ອນ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19. ໃນ​ສະ​ພາບ​ການ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຫຍຸ້ງ​ຍາກ​ນັ້ນ ພະ​ລັງ​ຊີ​ວິດ, ບັນ​ດາ​ຄຸນ​ທາດ​ທີ່​ດີ​ງາມ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ ແຕ່​ລ​ະ​ຄົນ​ພັດ​ໄດ້​ຮັບການປຸ​ກ​ລຸກ, ແຜ່​ກະ​ຈາຍອອກ.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ວ່າ: ສື່ມວນ​ຊົນ​ຄວນ​ສືບ​ຕໍ່​ປະ​ຕິ​ບັດ​ໜ້າ​ທີ່​ຖະ​ແຫຼງ​ຂ່າວ, ໂຄ​ສະ​ນາ​ໃຫ້​ເປັນ​ຢ່າງ​ດີ ເພື່ອ​ໃຫ້​ປະ​ຊາ​ຊົນ​ແຕ່​ລະ​ຄົນ ຕະຫຼອດ​ຮອດ​ບັນ​ດາ​ວິ​ສາ​ຫະ​ກິດ, ປະ​ຊາ​ຄົມ, ສັງ​ຄົມ ເຫັນ​ດີ​ເຫັນ​ພ້ອມ, ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19ບົນ​ຈິດ​ໃຈ “ຮັບ​ມື​ຢ່າງ​ປອດ​ໄພ, ມີ​ໄຫວ​ພິບ, ຄວບ​ຄຸມ​ພະ​ຍາດ​ໂຄວິດ - 19ຢ່າງ​ມີ​ປະ​ສິດ​ທິ​ຜົນ” ໃນ​ນັ້ນ​ຄາດ​ຄະ​ເນ ແລະ ເປັນ​ເຈົ້າ​ການ​ທາງ​ສື່ມວນ​ຊົນ​ກ່ຽວ​ກັບ​ບັນ​ດາ​ຄວາມ​ສ່ຽງ​ທີ່ອາດ​ຈະ​ເກີດ​ຂຶ້ນ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19.

ບຸນ​ຄົງ

Link: https://huunghivietlao.thoidai.com.vn/detail-article-13053.html

In bài biết