16:30 | 30/01/2022

ສາຍການ​ບິນ​ຫວຽດ​ນາມ ເລີ່ມ​ຖ້ຽວ​ບິນ​ເປັນ​ປົກ​ກະ​ຕິ​ລະ​ຫວ່າງ ເອີ​ລົບ ແລະ ຫວຽດ​ນາມ

ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ການ​ພົວ​ພັນ​ຮ່ວມ​ມື​ຢ່າງ​ຮອບ​ດ້ານກັບ ສະ​ຫະ​ພາບ​ເອີ​ລົບ​ເປັນ​ສຳ​ຄັນ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ການ​ພົວ​ພັນ​ຮ່ວມ​ມື​ຢ່າງ​ຮອບ​ດ້ານກັບ ສະ​ຫະ​ພາບ​ເອີ​ລົບ​ເປັນ​ສຳ​ຄັນ
ລະ​ດົມ​ສະ​ຕິປັນ​ຍາ​ຂອງ​ປະ​ຊາ​ຊົນ ເພື່ອ​ປະ​ຕິ​ບັດ​ເປົ້າ​ໝາຍ​ນຳ ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ພັດ​ທະ​ນາ, ມີ​ຄວາມ​ຜາ​ສຸກ​ໃນ​ປີ 2045 ລະ​ດົມ​ສະ​ຕິປັນ​ຍາ​ຂອງ​ປະ​ຊາ​ຊົນ ເພື່ອ​ປະ​ຕິ​ບັດ​ເປົ້າ​ໝາຍ​ນຳ ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ພັດ​ທະ​ນາ, ມີ​ຄວາມ​ຜາ​ສຸກ​ໃນ​ປີ 2045
ພາບປະກອບ: VNA
ພາບປະກອບ: VNA

ບັນດາຖ້ຽວບິນໝາຍເລກ VN36 ໄປ Frankfurt (ເຢຍລະມັນ) - ຮ່າໂນ້ຍ ໄດ້ບັນທຸກຜູ້ໂດຍສານ 190 ຄົນ ແລະ VN18 ໄປ ລອນດອນ - ປາຣີ - ຮ່າໂນ້ຍ ໄດ້ບັນທຸກຜູ້ໂດຍສານເກືອບ 300 ຄົນ ແລະ ລົງຈອດຢ່າງປອດໄພຢູ່ສະໜາມບິນສາກົນ ໂນhຍບາຍ ໃນຕອນເຊົ້າວັນທີ 26 ມັງກອນ (ຕາມເວລາຫວຽດນາມ).

ຂະ​ບວນການເຊື່ອມຕໍ່​ຕາ​ໜ່າງ​ເສັ້ນທາງ​ການບິນ​ສາກົນ​ຂອງ​ສາຍການບິນ ຫວຽດນາມ ​ໃນ​ຊຸມ​ມື້​ຜ່ານ​ມາ ​ແມ່ນ​ໄລຍະ​ເປີດ​ປະຕູສະໜາມ​ບິນ​ສາກົນ​ເປັນ​ປົກກະຕິ, ​ຟື້ນ​ຟູຂົວ​ເຊື່ອມ​ຕໍ່​ການບິນ​ຂອງ​ຫວຽດນາມ ກັບ​ໂລກ, ປະກອບສ່ວນ​ພັດທະນາ​ເສດຖະກິດ, ຊຸກຍູ້​ການ​ລົງທຶນ, ການທ່ອງທ່ຽວ ​ແລະ ການ​ຜະລິດທຸລະກິດ.

ມາ​ຮອດ​ປະຈຸ​ບັນ, ສາຍການບິນ ຫວຽດນາມ ​ໄດ້​ຟື້ນ​ຟູ​ການ​ເຄື່ອນ​ໄຫວ​ຂົນ​ສົ່ງ​ຜູ້​ໂດຍສານ​ຢ່າງ​ເປັນ​ປົກກະຕິ​ ກັບ 12 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນຄື: ອາ​ເມ​ລິ​ກາ, ຍີ່ປຸ່ນ, ສ.​ເກົາຫຼີ, ສິງກະ​ໂປ, ​ໄທ, ກຳປູ​ເຈຍ, ​ໄຕ້ຫວັນ (ຈີນ), ອົດ​ສະ​ຕາ​ລີ, ຣັດ​ເຊຍ ​ແລະ ຫວ່າງ​ມໍ່ໆ​ມາ​ນີ້ ປະກອບມີ ອັງກິດ, ຝລັ່ງ, ​ເຢຍລະ​ມັນ.

ໄຊພອນ

Link: https://huunghivietlao.thoidai.com.vn/detail-article-12997.html

In bài biết