ທ່ານ ZhaoQian (ຈີນ):
ຄົນຈີນຫຼາຍຄົນທີ່ເຮັດວຽກຢູ່ຫວຽດນາມ ຖືວ່າຫວຽດນາມເປັນບ້ານເກີດເມືອງນອນແຫ່ງທີສອງຂອງເຂົາເຈົ້າແລ້ວ!
ວາດພາບບັນຍາກາດບຸນປີໃໝ່ປະຈໍາຊາດຫວຽດນາມ ຜ່ານເອກະສານສຳເນົາ | |
ງານວາງສະແດງ “ບຸນເຕັດດັ້ງເດີມ” ວາງສະແດງເອກະສານ ແລະຮູບພາບທີ່ເປັນເອກະລັກສະເພາະກ່ວາ 100 ແຜ່ນກ່ຽວກັບບຸນປີໃໝ່ປະຈໍາຊາດ |
![]() |
ທ່ານ ZhaoQian, ປະທານສະມາຄົມນັກທຸລະກິດຈີນສາຂາສະມາຄົມນະຄອນໂຮ່ຈິມິນ. |
ການສະເຫຼີມສະຫຼອງບຸນເຕັດຢູ່ຫວຽດນາມຍັງມີຫຼາຍສິ່ງທີ່ຄ້າຍຄືກັນກັບບຸນເຕັດຈີນ ຍ້ອນວ່າທັງສອງປະເທດລ້ວນແຕ່ມີພື້ນຖານອາລິຍະທຳຕາເວັນອອກ. ຂ້າພະເຈົ້າເອງກໍ່ແມ່ນຊາວເຜົ່າຈວາງ, ດຳລົງຊີວິດຢູ່ນະຄອນໜານໜິງ - ແຂວງກວາງຊີ, ແຂວງໜຶ່ງທີ່ມີຊາຍແດນຕິດກັບຫວຽດນາມ, ດັ່ງນັ້ນ ນັບແຕ່ຮີດຄອງປະເພນີຂອງງານບຸນເຕັດເຖິງເຍື່ອງອາຫານໃນຊ່ວງບຸນເຕັດ ກໍມີລັກສະນະຄ້າຍຄືກັນຫຼາຍຢ່າງ, ຕົວຢ່າງຄື: ເຂົ້າໜຽວ ແລະ ຖົ່ວຂຽວທີ່ໄດ້ຫໍ່ເຂົ້າຕົ້ມດ້ວຍໃບຕອງຈີງ...
ຢູ່ຫວຽດນາມ ມີນັກລົງທຶນ ແລະ ນັກຊ່ຽວຊານດ້ານການຄຸ້ມຄອງຂອງຈີນເປັນຈຳນວນຫຼວງຫຼາຍທີ່ບໍ່ສາມາດກັບຄືນບ້ານເກີດຂອງຕົນໄດ້ຍ້ອນພະຍາດໂຄວິດ-19, ສະນັ້ນ ເຂົາເຈົ້າຈຶ່ງຢູ່ຫວຽດນາມ ເພື່ອສະຫຼອງບຸນເຕັດ. ຂ້າພະເຈົ້າຄິດວ່າໃນໃຈຂອງທຸກຄົນ, ອາດຈະຄືກັບຂ້າພະເຈົ້າເອງ, ເຂົາເຈົ້າກໍ່ໄດ້ຖືຫວຽດນາມເປັນບ້ານເກີດເມືອງນອນແຫ່ງທີ່ສອງຂອງເຂົາເຈົ້າແລ້ວ.
ປີ 2021 ເປັນປີທີ່ຫຍຸ້ງຍາກ ແລະ ວຸ້ນວາຍ. ລັດຖະບານຫວຽດນາມ ໄດ້ຕັ້ງໜ້າຄວບຄຸມໂລກລະບາດ, ຖືເອົາແຜນນະໂຍບາຍ “ດຳລົງຊີວິດຢ່າງປອດໄພຮ່ວມກັບພະຍາດລະບາດ” ເພື່ອພັດທະນາເສດຖະກິດໃຫ້ກ້າວເຂົ້າສູ່ສະພາບປົກກະຕິໃໝ່. ໄລຍະຜ່ານມາ, ຖັນແຖວແພດໝໍ ແລະ ພະນັກງານແພດໄດ້ໃຫ້ການຊ່ວຍເຫຼືອ ແລະ ສັກຢາວັກຊີນໃຫ້ແກ່ບັນດານັກລົງທຶນ ແລະ ນັກຊ່ຽວຊານຈີນຢ່າງກະຕືລືລົ້ນ, ຂ້າພະເຈົ້າຂໍຕາງໜ້າສະມາຄົມນັກທຸລະກິດຈີນສາຂານະຄອນໂຮ່ຈິມິນ ສົ່ງຄຳຂອບໃຈຢ່າງເລິກເຊິ່ງເຖິງອຳນາດການປົກຄອງບັນດາທ້ອງຖິ່ນ.
ໃນໄລຍະຜ່ານມາ, ສະມາຄົມຂອງພວກຂ້າພະເຈົ້າຍັງໄດ້ປຸກລະດົມ ແລະ ຈັດຕັ້ງບັນດາການເຄື່ອນໄຫວອາສາສະໝັກຢູ່ບັນດາແຂວງພາກໃຕ້ຄື: ນະຄອນ ໂຮ່ຈີມິນ, ບິ່ງເຢືອງ, ດົ່ງນາຍ, ລອງອານ. ຍອດຈຳນວນເງິນ ແລະ ເຄື່ອງຂອງທີ່ບັນດາວິສາຫະກິດຈີນບໍລິຈາກແມ່ນກວ່າ 46 ຕື້ດົ່ງ, ໃນນັ້ນກວ່າ 5 ຕື້ດົ່ງແມ່ນໄດ້ບໍລິຈາກໂດຍກົງຈາກສະມາຄົມ. ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍຈິດໃຈໜູນຊ່ວຍເຊິ່ງກັນແລະກັນ, ພວກເຮົາຈະເອົາຊະນະໂລກລະບາດ, ເສດຖະກິດຫວຽດນາມຈະກ້າວຂຶ້ນສູ່ລະດັບສູງໃໝ່!
ໄຊພອນ