14:22 | 19/01/2022

ສະຖານທູດຫວຽດນາມ ປະຈຳ ກຳປູເຈຍ ໄດ້ຈັດຕັ້ງງານສະເຫຼີມສະຫຼອງບຸນປີໃໝ່ປະຈຳຊາດ

ຄວາມອົບອຸ່ນບຸນປີໃໝ່ປະຈໍາຊາດ 2022 ຂອງນັກຮຽນຫວຽດນາມ  ຢູ່ ກຳປູເຈຍ ຄວາມອົບອຸ່ນບຸນປີໃໝ່ປະຈໍາຊາດ 2022 ຂອງນັກຮຽນຫວຽດນາມ ຢູ່ ກຳປູເຈຍ
ກຽນຢາງ ສົ່ງຂອງຂວັນໜູນຊ່ວຍພີ່ນ້ອງຊາວຫວຽດນາມຢູ່ກຳປູເຈຍ ຕ້ອນຮັບບຸນປີໃຫມ່ປີຂານ 2022 ກຽນຢາງ ສົ່ງຂອງຂວັນໜູນຊ່ວຍພີ່ນ້ອງຊາວຫວຽດນາມຢູ່ກຳປູເຈຍ ຕ້ອນຮັບບຸນປີໃຫມ່ປີຂານ 2022

ຕອນຄ່ຳວັນທີ 16 ມັງກອນ, ສະຖານທູດ ຫວຽດນາມ ປະຈຳ ລາຊະອານາຈັກ ກຳປູເຈຍ ໄດ້ດຳເນີນງານພົບປະ “ລະດູບານໃໝ່ບ້ານເກີດເມືອງນອນ ປີ​ຂານ 2022” ໂດຍມີການເຂົ້າຮ່ວມຂອງພະນັກງານ, ພາລະກອນຂອງສະຖານທູດ, ບັນດາອົງການ, ອົງການ​ທີ່​ຢູ່​ໃກ້​ກັບ​ສະຖານທູດ, ຜູ້ຕາງໜ້າ​ການ​ນຳ ​ແລະ ພະນັກງານ​ສະຖານ​ກົງສຸນ​ໃຫຍ່​ປະຈຳ ກຳປູ​ເຈຍ, ຄະນະ​ນຳ​ສະມາຄົມ​ Khmer ​ - ຫວຽດນາມ, ຄະນະ​ນຳ​ສະ​ໂມ​ສອນ​ວິ​ສາ​ຫະກິດ ຫວຽດນາມ (VBCC), ການ​ນຳ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ປະຈຳ ກຳປູ​ເຈຍ, ການ​ນຳ​ວິ​ສາ​ຫະກິດ​ຊາວ​ Khmer ​ເຊື້ອຊາດຫວຽດນາມ, ພໍ່ແມ່​ພີ່ນ້ອງ​ຫວຽດນາມ, ນັກ​ສຶກ​ສາ​ຫວຽດ​ນາມ ຢູ່ ກຳ​ປູ​ເຈຍ.

ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຮຸຍ​ຕັງ ​ໄດ້​ໃຫ້ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ​ຕໍ່​ພະນັກງານ, ພາລະ​ກອນ​ສະຖານທູດ, ສະຖານ​ກົງສຸນ​ໃຫຍ່, ພະນັກງານ, ລັດຖະກອນ​ບັນດາ​ອົງການ​ທີ່ຢູ່​ອ້ອມ​ຂ້າງ​ສະຖານທູດ, ຜູ້​ຕາງ​ໜ້າ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ, ວິ​ສາ​ຫະກິດ​​ຊາວ​ Khmer ​ເຊື້ອຊາດຫວຽດນາມ ພ້ອມກັບພໍ່ແມ່ປະຊາຊົນ ​ແລະ ບັນດາ​ນັກ​ສຶກສາ​ຫວຽດນາມ ຢູ່​ປະ​ເທດກຳປູ​ເຈຍ ທີ່​ໄດ້​ເຂົ້າ​ຮ່ວມ​ງານ “ລະດູບານໃໝ່ບ້ານເກີດເມືອງນອນ ປີ​ໃໝ່ 2022” ​ແລະ ປິຕິຍິນ​ດີ​ປະກາດ​ບັນດາ​ຜົນງານ​ດ້ານ​ເສດຖະກິດ, ການ​ເມືອງ, ສັງຄົມ​ຂອງຫວຽດນາມ ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ.

ສະຖານທູດຫວຽດນາມ ປະຈຳ ກຳປູເຈຍ ໄດ້ຈັດຕັ້ງງານສະເຫຼີມສະຫຼອງບຸນປີໃໝ່ປະຈຳຊາດ
ທ່ານ Sim Chy ປະທານ​ສະມາຄົມ​ຂະ​ເໝນ-ຫວຽດນາມ. ພາບ: TTXVN

ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຮຸຍ​ຕັງ ​ໄດ້​ຍ້ອງຍໍ ​ແລະ ອວຍພອນ​ສະຖານທູດ ​ແລະ ບັນດາ​ອົງການທີ່ຢູ່​ອ້ອມ​ຂ້າງສະຖານທູດ ​ທີ່ໄດ້​ມານະ​ພະຍາຍາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ​ແລະ ປະສົບ​ຜົນສຳ​ເລັດ​ໃນ​ທຸກ​ວຽກ​ງານ​ທີ່ມອບໝາຍ ໂດຍ​ພັກ ​ແລະ ລັດ; ປະຊາຄົມວິສາຫະກິດ ຫວຽດນາມ ແລະ ວິສາຫະກິດ Khmer ​ - ຫວຽດນາມ ຢູ່ ກຳປູເຈຍ ທີ່ໄດ້ມານະພະຍາຍາມ ຜ່ານຜ່າທຸກຄວາມຫຍຸ້ງຍາກ, ຮັກສາການດຳເນີນງານຢ່າງໝັ້ນຄົງ ແລະ ຄ່ອຍໆດີກ່ວາປີ 2020, ມີບາງວິສາຫະກິດມີກຳໄລ, ປະຕິບັດນະໂຍບາຍ ເພື່ອຄວາມສະຫງົບປອດໄພສັງຄົມເປັນຢ່າງດີ, ໜູນຊ່ວຍ​ຍາດຕິ​ພີ່ນ້ອງເຊື້ອຊາດຫວຽດນາມ.

ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຮຸຍ​ຕັງ ​ເນັ້ນ​ໜັກ​ວ່າ: ປີ 2022, ສອງປະ​ເທດ​ ຈະ​ສະ​ເຫຼີມສະຫຼອງ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ (24 ມິຖຸນາ 1967 - 24 ມິຖຸນາ 2022) ​ແລະ ກໍ່​ແມ່ນ​ປີ​ມິດຕະພາບ ຫວຽດນາມ - ກຳປູ​ເຈຍ, ກຳປູ​ເຈຍ - ຫວຽດນາມ; ສອງຝ່າຍ​ຍັງ​ຈະ​ສົມທົບ​ກັນ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ ​ທີ່​ມີ​ຄວາມ​ໝາຍ​ໃນ​ທຸກ​ຂົງ​ເຂດ ​ເພື່ອ​ສະ​ເຫຼີ​ມສະຫຼອງ​ເຫດການ​ສຳຄັນ​ນີ້.

ທ່ານ​ເອກ​ອັກຄະ​ລັດຖະທູດ​ ສະ​ເໜີ​ໃຫ້​ ພາລະ​ກອນ​ຂອງ​ສະຖານທູດ ​ແລະ ບັນດາ​ອົງການ​ອ້ອມ​ຂ້າງ​ສະຖານທູດ ຕ້ອງ​ຕັ້ງໜ້າ​ຍາດ​ແຍ່ງ​ກາລະ​ໂອກາດ, ຜ່ານ​ຜ່າ​ບັນດາ​ສິ່ງ​ທ້າ​ທາຍ, ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ກັບ​ບັນດາ​ອົງການ​ພາຍ​ໃນ ​ແລະ ​ທຸກ​ຂັ້ນ​ຂອງ​ປະ​ເທດກຳປູ​ເຈຍ ​ເພື່ອ​ສ້າງ​ການ​ປ່ຽນ​ແປງ​ໃໝ່​ໃນ​ທຸກ​ຂົງ​ເຂດ. ​ໃນ​ນັ້ນ ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຊຸກຍູ້ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ລະຫວ່າງ ສອງປະ​ເທດ​ໃນ​ຂົງ​ເຂດ​ເສດຖະກິດ, ສ້າງ​ກຳລັງ​ແຮງ​ໃໝ່ ​ໃຫ້​ແກ່​ການ​ພົວພັນ​ສອງ​ປະ​ເທດ.

ປະທານ​ສະມາຄົມ​ຂະ​ເໝນ-ຫວຽດນາມ, ທ່ານ Sim Chy ​ແລະ ຜູ້ຕາງໜ້າ​ປະຊາຄົມ​ວິສາຫະກິດ​ຫວຽດນາມ ​ແລະ ວິສາຫະກິດຊາວ​ Khmer ​ເຊື້ອຊາດຫວຽດນາມ ຢູ່ ກຳປູ​ເຈຍ ​ໄດ້​ສະ​ແດງ​ຄວາມຕື້ນຕັນໃຈ​ທີ່​​ເຂົ້າ​ຮ່ວມງານ “ລະດູບານໃໝ່ບ້ານເກີດເມືອງນອນ ປີ​ໃໝ່ 2022” ທີ່​ສະຖານທູດ​ໄດ້​ຈັດ​ຕັ້ງ; ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະສາມັກຄີ, ຕິດພັນ ແລະ ຮ່ວມແຮງຮ່ວມ​ໃຈ​ກັບ​ສະຖານທູດ ​ແລະ ບັນດາ​ອົງການອ້ອມ​ຂ້າງ​ສະຖານທູດ ​ເພື່ອ​ປະຕິບັດ​ແນວທາງ ​ແລະ ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດໃຫ້ເປັນຢ່າງດີ.

​ໃນ​ບັນຍາກາດ​ເບີກບານ​ມ່ວນ​ຊື່ນ ​ເພື່ອ​ຕ້ອນຮັບ​ບຸນປີ​ໃໝ່​ປະຈຳ​ຊາດ​ 2022, ໝູ່ຄະນະ ພະນັກງານ​ສະຖານທູດ​ຫວຽດນາມ ປະຈຳ ກຳປູ​ເຈຍ, ບັນດາ​ອົງການ​ຕາງໜ້າ​ຫວຽດນາມ, ປະຊາ​ຄົມເຊື້ອຊາດ​ຫວຽດນາມ ​ແລະ ວິ​ສາ​ຫະກິດ​ຫວຽດນາມ ​ໄດ້​ຮັບຊົມ​ບັນດາ​ລາຍການ​ສະ​ແດງ​ວັດທະນະທຳ​ພິ​ເສດ, ເຍື່ອງອາຫານທີ່ເຕັມໄປດ້ວຍລົດຊາດພື້ນເມືອງ./.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-12859.html

In bài biết