06:02 | 18/01/2022

ຈັດ​ຕັ້ງພິທີໄຫວ້ອາໄລ ​ທ່ານ​ອະ​ດີດ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ກົນ ​ຢ່າງ​ສົມ​ກຽດ

ນາ​ຍົກ​ລັດ​ຖະ​ມົນ​ຕີ​ຮຽກ​ຮ້ອງ​ໃຫ້​ມີ​ການ​ສັກ​ຢາ​ວັກ​ຊີ​ນ​ຕ້ານ Covid-19 ໂດຍໄວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຮຽກ​ຮ້ອງ​ໃຫ້​ມີ​ການ​ສັກ​ຢາ​ວັກ​ຊີ​ນ​ຕ້ານ Covid-19 ໂດຍໄວ
ທ່​ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສປປ ​ລາວ ສິ້ນ​ສຸດການ​ຢ້ຽມ​ຢາມ ສສ ຫວຽດ​ນາມ ເປັນ​ທາງ​ການຢ່າງ​ຈົບ​ງາມ ທ່​ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສປປ ​ລາວ ສິ້ນ​ສຸດການ​ຢ້ຽມ​ຢາມ ສສ ຫວຽດ​ນາມ ເປັນ​ທາງ​ການຢ່າງ​ຈົບ​ງາມ
ຈັດ​ຕັ້ງພິທີໄຫວ້ອາໄລ ​ທ່ານ​ອະ​ດີດ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ກົນ ​ຢ່າງ​ສົມ​ກຽດ
ບັນ​ດາ​ການ​ນຳ​ເຂົ້າ​ຮ່ວມ​ພິ​ທີ (ພາບ: TTXVN)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ, ອະ​ດີດ​ປະ​ທານ​ປະ​ເທດ: ເຈິ່ນ​ດຶກ​ແອັງ, ຫງວຽນ​ມິງ​ຈຽນ, ເຈື່ອງ​ເຕິນ​ຊາງ, ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ວັນ​ອານ, ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕິນ​ຢຸງ… ໄດ້​ສົ່ງ​ພວງ​ມາ​ລາ​ອາ​ໄລ​ຫາ ທ່ານ​ອະ​ດີດ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ກົນ.

ຄະ​ນະ​ຜູ້​ແທນ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ໂດຍ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ຈິງ ນຳ​ໜ້າ​ເຂົ້າໄຫວ້ອາ​ໄລ​. ໃນ​ປຶ້ມ​ໄຫວ້ອາ​ໄລ​, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໄດ້​ຂຽນ​ວ່າ: ທ່ານ ຫງວຽນ​ກົນ, ສະ​ມາ​ຊິກ​ພັກ​ກອມ​ມູ​ນິດ ທີ່​ໝັ້ນ​ແກ່ນ, ແມ່ນ​ແບບ​ຢ່າງ​ທີ່​ໃສ​ແຈ້ງ​ກ່ຽວ​ກັບ​ຄຸນ​ທາດ​ຂອງ​ນັກ​ກອມ​ມູ​ນິດ, ເຖິງວ່າ​ຖືກ​ສັດ​ຕູ​ກັກ​ຕົວ​ເຂົ້າ​ຄຸກ​ເປັນຫຼາຍ​ຄັ້ງ ແຕ່​ຍັງ​ສັດ​ຊື່​ບໍ່​ລິ​ສຸດ ກັບ​ແນວ​ຄິດ​ຂອງ​ພັກ, ໃນ​ຕະຫຼອດ​ໄລ​ຍະ​ຕໍ່​ສູ້, ເສຍ​ສະຫຼະ ເພື່ອ​ເອ​ກະ​ລາດ​ແຫ່ງ​ຊາດ ແລະ ລັດ​ທິ​ສັງ​ຄົມນິຍົມ, ເພື່ອ​ຄວາມ​ຜາ​ສຸກ, ອີ່ມ​ໜຳ​ສຳ​ລານ​ຂອງ​ປະ​ຊາ​ຊົນ. ດ້ວຍ​ການ​ເຄື່ອນ​ໄຫວ​ປະ​ຕິ​ວັດ​ມາ​ເປັນ 52 ປີ, ເປັນ​ສະ​ມາ​ຊິກ​ພັກ​ 86 ປີ, ທ່ານ​ມີ​ການ​ປະ​ກອບ​ສ່ວນຫຼາຍ​ຢ່າງ​ໃຫ້​ແກ່​ພາ​ລະ​ກິດ​ປະ​ຕິ​ວັດ​ຂອງ ພັກ ແລະ ຂອງ​ຊາດ. ໃນ​ຖາ​ນະ​ຕຳ​ແໜ່ງ​ໃດ, ທ່ານ​​ຍາມ​ໃດ​ກໍ່​ມາ​ນະ​ພະ​ຍາ​ຍາມຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ ເພື່ອ​ພະ​ລະ​ກິດ​ລວມຂອງ​ການ​ປະ​ຕິ​ວັດ, ຂອງ​ຊາດ, ທ່ານ​ເສຍ​ຊີ​ວິດ​ແມ່ນ​ການສູນເສຍ​​ອັນ​ໃຫຍ່ຫຼວງ​ຂອງ​ພັກ, ລັດ ແລະ ປະ​ຊາ​ຊົນ ຫວຽດ​ນາມ.

ບຸນ​ຄົງ

Link: https://huunghivietlao.thoidai.com.vn/detail-article-12834.html

In bài biết