19:38 | 15/01/2022

ທ່ານ​ປະ​ທານ​ປະ​ເທດ​ ຫວຽດ​ນາມ ຢ້ຽມ​ຢາມ, ລົງລະ​ດົມ​ກຳ​ລັງ​ໃຈ​ກຳ​ລັງ​ສາ​ທາ​ລະ​ນຸ​ສຸກ ຢູ່ ດ່າ​ໜັງ

ການ​ຢ້ຽມ​ຢາມ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີລາວ ຮັດ​ແໜ້ນການ​ພົວ​ພັນ​ແບບ​ພິ​ເສດ​ລະ​ຫວ່າງ ລາວ ຫວຽດ​ນາມ ການ​ຢ້ຽມ​ຢາມ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີລາວ ຮັດ​ແໜ້ນການ​ພົວ​ພັນ​ແບບ​ພິ​ເສດ​ລະ​ຫວ່າງ ລາວ ຫວຽດ​ນາມ
ກຳ​ປູ​ເຈຍໜູນ​ຊ່ວຍ​ດ້ານ​ສະ​ບຽງ​ອາ​ຫານ, ວັດ​ຖຸ​ສາ​ທາ​ລະ​ນະ​ສຸກ ໃນ​ການ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ຫວຽດ​ນາມ ກຳ​ປູ​ເຈຍໜູນ​ຊ່ວຍ​ດ້ານ​ສະ​ບຽງ​ອາ​ຫານ, ວັດ​ຖຸ​ສາ​ທາ​ລະ​ນະ​ສຸກ ໃນ​ການ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ຫວຽດ​ນາມ
ທ່ານ​ປະ​ທານ​ປະ​ເທດ​ ຫວຽດ​ນາມ ຢ້ຽມ​ຢາມ, ລົງລະ​ດົມ​ກຳ​ລັງ​ໃຈ​ກຳ​ລັງ​ສາ​ທາ​ລະ​ນຸ​ສຸກ ຢູ່ ດ່າ​ໜັງ
ທ່ານ​ປະ​ທານ​ປະ​ເທດ​ ຫວຽດ​ນາມ ຢ້ຽມ​ຢາມ, ລົງລະ​ດົມ​ກຳ​ລັງ​ໃຈ​ກຳ​ລັງ​ສາ​ທາ​ລະ​ນຸ​ສຸກ ຢູ່ ດ່າ​ໜັງ. ພາບ: TTXVN

ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຕີລາຄາສູງຕໍ່ການພັດທະນາຂອງບັນດາໂຮງໝໍແຫ່ງດັ່ງກ່າວ, ກາຍເປັນສູນກວດ, ປິ່ນປົວພະຍາດທີ່ມີຊື່ສຽງຢູ່ພາກກາງ, ເຂດໄຕງວຽນຂອງ ຫວຽດນາມ. ​ໃນ​ນັ້ນ, ​ໂຮງໝໍ​ດາໜັງ ກໍ​ໄດ້​ດຳ​ເນີນບັນດາ​ວຽກ​ງານ​ວິຊາສະເພາະກ່ຽວ​ກັບ​ການ​ປ່ຽນອະໄວຍະວະພາຍໃນຕົວຄົນ. ບັນດາທ່ານໝໍ, ພະນັກງານ, ລັດຖະກອນ​ຂອງ​ໂຮງໝໍ​ດາໜັງ ​ແລະ ​ໂຮງໝໍ C ນະຄອນ ດ່າໜັງ ​ໄດ້​ພ້ອມ​ກັນ​ມານະ​ພະຍາຍາມ​ຢ່າງ​ບໍ່​ຢຸດ​ຢັ້ງ ​ເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຈາກ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19, ປະກອບສ່ວນ​ສຳຄັນພ້ອມກັບນະຄອນ​ດ່າ​ໜັງ​ເຂົ້າ​ໃນ​ການ​ຄຸ້ມ​ຄອງ​​​ພະຍາດ​ໂຄ​ວິດ-19 ຢ່າງ​ມີ​ປະສິດທິ​ຜົນ.

ໂດຍຊົມເຊີຍ, ຮັບຮູ້ບັນດາຜົນງານທີ່ໂຮງໝໍສອງແຫ່ງດັ່ງກ່າວບັນລຸໄດ້, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ສົ່ງຄຳຢື້ຢາມຖາມຂ່າວ ແລະ ຕີລາຄາສູງຂອງການນຳພັກ, ລັດທີ່ມີຕໍ່ວຽກງານຊີ້ນຳ, ນຳພາ, ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຂອງຂະແໜງສາທາລະນະສຸກ ນະຄອນ, ພິເສດແມ່ນພະນັກງານການແພດ ທີ່ມີບົດບາດສຳຄັນທີ່ສຸດໃນການຮັບມືກັບໂລກລະບາດໂຄວິດ - 19. ນີ້ແມ່ນຜົນສຳເລັດຢ່າງໃຫຍ່ຫຼວງ, ເປັນໜ້າຮັບຮູ້ຊື່ນຊົມ ແລະ ແຜ່ກະຈາຍອອກ.

ໄຊພອນ

Link: https://huunghivietlao.thoidai.com.vn/detail-article-12808.html

In bài biết