ຫຼົງໄຫຼກັບທິວທັດອັນງົດງາມຢູ່ວັດທີ່ມີພະພຸດທະຮູບອົງໃຫຍ່ທີ່ສຸດໃນປະເທດຫວຽດນາມ
ຫລາຍຄົນເຄີຍໄດ້ຍິນຊື່ວ່າ "ເມືອງເອກຂອງວັດທາດຊ໊ອກຈັງ" ສະຖານທີ່ທີ່ມີວັດວາອາຮາມທີ່ສວຍສົດງົດງາມຄືພະລາຊະວັງ ເໝືອນດັ່ງປະເທດວັດວັດທາດຄຳໄທ. ແຕ່ລະວັດມີຮູບແບບທີ່ແຕກຕ່າງກັນ, ນຳມາໃຫ້ຜູ້ມາຢ້ຽມຢາມເຊິ່ງຄວາມແປກໃຈທີ່ສຸດ. ໃນນັ້ນ, ຄວນເວົ້າເຖິງວັດ Pătum Wongsa Som Rong.
 |
ພາບ: ກວາງເຈິ່ນ |
 |
ພາບ: ຫງວຽນແທງຕິ໊ງ |
 |
ພາບ: ຫງວຽນແທງຕິ໊ງ |
 |
ພາບ: ເຮືອກວກແອງ |
 |
ພາບ:ເຮືອກວກແອງ |
 |
ພາບ: ກວາງເຈິ່ນ |
 |
ພາບ: ຫງວຽນຮວ່າງແອງ |
 |
ພາບ: @simon.368 |
 |
ພາບ:ເຮືອກວກແອງ |
 |
ພາບ: ເຕິມຫງວຽນ |
 |
ພາບ: ເຕິມຫງວຽນ |
 |
ພາບ:ເຮືອກວກແອງ |
 |
ພາບ: ຫງວຽນແທງຕິ໊ງ |
ວັດ Pătum Wongsa Som Rong ຫຼືຍັງເອີ້ນວ່າ ວັດ Som Rong ຕັ້ງຢູ່ເລກທີ 367 ຖະໜົນໂຕນດຶກທັ໊ງ, ຄຸ້ມບ້ານ 2, ເມືອງ 5, ນະຄອນຊ໊ອກຈັງ, ແຂວງ ຊ໊ອກຈັງ. ຕາມເຈົ້າອະທິການແລ້ວ, ວັດມີປະຫວັດສາດຫຼາຍກວ່າ 600 ປີ. ເມື່ອ 300 ປີກ່ອນ, ວັດໄດ້ຍ້າຍມາຢູ່ສະຖານທີ່ປັດຈຸບັນ.
ດ້ວຍຮູບແບບສະຖາປັດຕະຍະກຳເຂັ້ມຂຸ້ມໄປດ້ວຍວັດທະນະທຳຂອງຊາວຂະແມ່, ວັດ Pătum Wongsa Som Rong ຢູ່ ຊ໊ອກຈັງ ແມ່ນສະຖານທີ່ທີ່ດຶງດູດນັກທ່ອງ ທ່ຽວຫຼາຍຄົນຈາກທຸກແຖບຖິ່ນມາຊ໊ອກຈັງ.
ຢູ່ທີ່ນີ້, ຮູບປັ້ນ ຫຼື ກິດຈະການສະຖາປັດຕະຍະກຳແຕ່ລະຮູບລ້ວນແຕ່ແກະສະຫຼັກຢ່າງສວຍງາມ, ມີສີສັນສະເພາະ.
ຢູ່ໃນບໍລິເວນຂອງວັດ, ຍັງມີຮູບປັ້ນພະພຸດທະຮູບອົງໃຫຍ່ອົງໜຶ່ງທີ່ຄຶກຂຶມ ເຊິ່ງນັກທ່ອງທ່ຽວສາມາດເຫັນໄດ້ແຕ່ໄກ. ເພາະຮູບປັ້ນນີ້ມີຂະໜາດໃຫຍ່ທີ່ສຸດຍາວ 73 ແມັດ, ສູງ 29 ແມັດ, ນ້ຳໜັກ 490 ໂຕນ, ຕັ້ງຢູ່ສູງຈາກໜ້າດິນປະມານ 28 ແມັດ. ໂດຍເປັນທີ່ຮູ້ກັນວ່ານີ້ແມ່ນພະພຸດທະຮູບອົງໃຫຍ່ທີ່ສຸດຂອງຫວຽດນາມ.
ບູນມີ