ການາດາໃຫ້ສັນຍາໃນການເສີມຂະຫຍາຍການພົວພັນການຄ້າກັບຫວຽດນາມ
ຊຸກຍູ້ການພົວພັນຮ່ວມມືດຳເນີນທຸລະກິດ, ການຄ້າຫວຽດນາມ-ອາເມລິກາ | |
ການໂອ້ລົມແລກປ່ຽນກ່ຽວກັບການຊຸກຍູ້ການສົ່ງອອກສິນທະເລຂອງຫວຽດນາມ ເຂົ້າສູ່ຕະຫຼາດ ກວາງຕຸ້ງ |
ຕອນເຊົ້າຂອງວັນທີ 11 ມັງກອນ (ເວລາທີ່ຫວຽດນາມ), ທ່ານ ນາງ Mary Ng - ລັດຖະມົນຕີຮັບຜິດຊອບການຄ້າສາກົນ, ສົ່ງເສີມການສົ່ງອອກ, ວິສາຫະກິດຂະໜາດນ້ອຍ ແລະ ພັດທະນາເສດຖະກິດ ຂອງການາດາ ແລະ ທ່ານ ຫງວຽນຮົ່ງຢ໊ຽນ ລັດຖະມົນຕີກະຊວງອຸດສະຫະກຳການຄ້າຫວຽດນາມ ໄດ້ຮ່ວມກັນເປັນສັກຂີພະຍານໃນພິທີເຊັນບົດບັນທຶກຊ່ວຍຈຳ (MOU) ໃນຮູບແບບທາງໄກອອນໄລ໌ ແລະ ການສ້າງຕັ້ງຄະນະກຳມະການຮ່ວມດ້ານເສດຖະກິດ (JEC) ລະຫວ່າງ ຫວຽດນາມ ກັບ ການາດາ.
ບົດບັນທຶກຊ່ວຍຈຳເຊັນໂດຍທ່ານ ໂດ໊ຖັ້ງຮ໊າຍ ຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ແລະ ທ່ານ Sara Wilshaw ຮັກສາການຮອງລັດຖະມົນຕີຮັບຜິດຊອບການຄ້າສາກົນການາດາ.
![]() |
ພິທີເຊັນບົດບັນທຶກຊ່ວຍຈຳ (MOU) ໃນຮູບແບບທາງໄກອອນໄລ໌ ແລະ ການສ້າງຕັ້ງຄະນະກຳມະການຮ່ວມດ້ານເສດຖະກິດ (JEC) ລະຫວ່າງ ຫວຽດນາມ ກັບ ການາດາ. ພາບ: bnews.vn |
ທ່ານ ນາງ Mary Ng ຢືນຢັນວ່າ: “ການາດາເຫັນໄດ້ລະດັບຄວາມສຳຄັນນັບມື້ນັບເພີ່ມຂຶ້ນຂອງການສ້າງໂອກາດທາງການຄ້າກັບຫວຽດນາມ ແລະ ພາກພື້ນອິນໂດ-ປາຊີຟິກ, ສຳລັບຕ່ອງໂສ້ການສະໜອງ, ກຳລັງແຮງການເຕີບໂຕທາງເສດຖະກິດໃນໄລຍະຍາວ ແລະ ຄວາມສາມາດແຂ່ງຂັນຂອງການາດາ. ບັນດາວິສາຫະກິດ ແລະ ຜູ້ອອກແຮງງານຢູ່ທັງການາດາ ແລະ ຫວຽດນາມ ຈະໄດ້ຮັບຜົນປະໂຫຍດຈາກຕ່ອງໂສ້ການສະໜອງທີ່ຫຼາກຫຼາຍ ແລະ ເຂັ້ມແຂງ, ກັບການສະໜັບສະໜູນຂອງຄະນະກຳມະການຮ່ວມດ້ານ ເສດຖະກິດ”.
ອົງການບັນຫາຕ່າງໆທົ່ວໂລກຂອງການາດາ (GAC) ອອກຖະແຫຼງການເນັ້ນໜັກວ່າ: “ເພື່ອຊຸກຍູ້ການຟື້ນຕົວເສດຖະກິດໃຫ້ເຂັ້ມແຂງ, ຍືນຍົງ ແລະ ກວມລວມ, ລັດຖະບານການາດາໃຫ້ສັນຍາຈະເສີມຂະຫຍາຍສາຍພົວພັນການຄ້າສາກົນກັບບັນດາຕະຫຼາດທີ່ກຳລັງຂະຫຍາຍຕົວໄວ, ເຊັ່ນ ຫວຽດນາມ.”
ຫວຽດນາມບໍ່ພຽງແຕ່ເປັນຄູ່ຮ່ວມມີການຄ້າລະດັບທົ່ວໂລກທີ່ສຳຄັນສຳລັບການາດາ ແຕ່ຍັງເປັນພື້ນຖານເສດຖະກິດໜຶ່ງທີ່ເຄື່ອນໄຫວຄ່ອງຕົວຢູ່ໃນພາກພື້ນອິນໂດ-ປາຊີຟິກ.
ວິລະຊົນ