06:38 | 06/01/2022

ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ເອີ​ລົບ ມີ​ຄວາມ​ຫວັງ​ຢາກ​ຟື້ນ​ຟູ​ຖ້ຽວ​ບິນ​ສາ​ກົນ ກັບ​ຫວຽດ​ນາມ ໂດຍ​ໄວ

ສິ​ນ​ຄ້າຫວຽດ​ນາມ ຍັງ​ມີຄວາມ​ບົ່ມ​ຊ້ອນຫຼາຍຢ່າງ​ໃນ​ພາກ​ພື້ນ ອາ​ຊີ - ເອີ​ຣົບ ສິ​ນ​ຄ້າຫວຽດ​ນາມ ຍັງ​ມີຄວາມ​ບົ່ມ​ຊ້ອນຫຼາຍຢ່າງ​ໃນ​ພາກ​ພື້ນ ອາ​ຊີ - ເອີ​ຣົບ
ປະ​ທານ​ປະ​ເທດ ​ປາດ​ຖະ​ໜາ​ໃຫ້​ຊາວ​ຫວຽດ​ນາມອາໄສ​ຢູ່​ກຳ​ປູ​ເຈຍ ຮັກ​ສາ​ພາ​ສາ​ຫວຽດ ແລະວັດ​ທະ​ນະ​ທຳ​ຫວຽດ​ ປະ​ທານ​ປະ​ເທດ ​ປາດ​ຖະ​ໜາ​ໃຫ້​ຊາວ​ຫວຽດ​ນາມອາໄສ​ຢູ່​ກຳ​ປູ​ເຈຍ ຮັກ​ສາ​ພາ​ສາ​ຫວຽດ ແລະວັດ​ທະ​ນະ​ທຳ​ຫວຽດ​
ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ເອີ​ລົບ ມີ​ຄວາມ​ຫວັງ​ຢາກ​ຟື້ນ​ຟູ​ຖ້ຽວ​ບິນ​ສາ​ກົນ ກັບ​ຫວຽດ​ນາມ ໂດຍ​ໄວ
ພາບ​ປະ​ກອບ

ໃນ​ສະ​ພາບ​ການ​ໂຄງ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ແກ່​ປະ​ຊາ​ຊົນ ຫວຽດ​ນາມ, ກໍ່​ຄື​ບັນ​ດາ​ປະ​ເທດ​ເອີ​ລົບ ​ພວມ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ຕັ້​ງ​ໜ້າ ແລະ ມີ​ປ​ະ​ສິດ​ທິ​ຜົນ,ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ມີ​ຄວາມ​ປາດ​ຖະ​ໜາຢາກ​ໃຫ້ບັນ​ດາ​ອົງ​ການ​ທີ່​ມີ​ສິດ​​ອຳ​ນາດ​ຂອງ ຫວຽດ​ນາມ ສົມ​ທົບ​ກັບບັນ​ດາ​ປະ​ເທດ ເອີ​ລົບ ​ຟື້ນ​ຟູ​ຖ້ຽວ​ບິນ​ສາ​ກົນ ໂດຍ​ໄວ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ກັບ​ມາ​ຢ້ຽມ​ຢາມ​ພໍ່​ແມ່​ພີ່​ນ້ອງ​ກໍ​ຄື​ປະ​ກອບ​ສ່ວນ​ຊຸກ​ຍູ້​ບັນ​ດາ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ, ການ​ຄ້າ ແລະ ການ​ລົງ​ທຶນ ລະ​ຫວ່າງ ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ​ເອີ​ລົບ, ແນ​ໃສ່​ຟື້​ນ​ຟູ​ເສດ​ຖ​ະ​ກິດ, ນຳ​ຊີ​ວິດ​ກັບ​ຄືນ​ສູ່​ສະ​ພາບ​ການ​ທີ່​ເປັນປົກ​ກະ​ຕິ​​ເທື່ອ​ລະ​ກ້າວ.

ຕາມ​ທ່ານ ຮ່​ວາງ​ດິ່ງ​ທັ໊ງ ແລ້ວ, ການ​ຟື້ນ​ຟູ​ບັນ​ດາ​ຖ້ຽວ​ບິນ​ສາ​ກົນ ລະ​ຫວ່າງ ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ​ເອີ​ລົບ​ແມ່ນ​ຈຳ​ເປັນ​ທີ່​ສຸດ. ທ່ານ​ປະ​ທານ​ສະ​ຫະ​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ເອີ​ລົບ ມີ​ຄວາມ​ປາດ​ຖະ​ໜາ​ຢາກໃຫ້​ບັນ​ດາ​ອົງ​ການ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບຂອງ ຫວຽດ​ນາມ ສົມ​ທົບ​ກັບ​ລັດ​ຖະ​ບານ​ບັນ​ດາ​ປະ​ເທດ EU ຟື້ນ​ຟູ​ບັນ​ດາ​ຖ້ຽວ​ບິນ​ສາ​ກົນ ລະ​ຫວ່າງ ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ​ເອີ​ລົບ​ ດ້ວຍ​ທິດ​ນຳ​ທີ່​ວ່າ ທັງ​ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ເປັນ​ຢ່າງ​ດີ ທັງ​ຮັບ​ປະ​ກັນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ.

ບຸນ​ຄົງ

Link: https://huunghivietlao.thoidai.com.vn/detail-article-12671.html

In bài biết