19:07 | 03/01/2022

ການພົວພັນດ້ານການຄ້າ ຫວຽດນາມ - ອາເມລິກາ ບັນລຸສະຖິຕິໃຫມ່

ການບິນ ຫວຽດນາມ ແລະ ອາເມລິກາ ເພີ່ມທະວີການຮ່ວມມື ການບິນ ຫວຽດນາມ ແລະ ອາເມລິກາ ເພີ່ມທະວີການຮ່ວມມື
ສາຍການບິນ ຫວຽດນາມ ມີຖ້ຽວບິນປົກກະຕິໄປຍັງ ອາເມລິກາ ຖ້ຽວທຳອິດ ສາຍການບິນ ຫວຽດນາມ ມີຖ້ຽວບິນປົກກະຕິໄປຍັງ ອາເມລິກາ ຖ້ຽວທຳອິດ
ພາບປະກອບ: cafef.vn
ພາບປະກອບ: cafef.vn

ໂລກລະບາດໂຄວິດ 19 ໄດ້ສົ່ງຜົນສະທ້ອນຢ່າງແຮງເຖິງພື້ນຖານເສດຖະກິດຫລາຍປະເທດ. ບັນດາລະບົບສະຫນອງຖືກຕັດຕອນ, ມີວິສາຫະກິດຫລາຍແຫ່ງບໍ່ສາມາດຜະລິດໄດ້ຄືກ່ອນນີ້. ເຖິງຢ່າງໃດກໍຕາມ, ໃນການພົວພັນດ້ານການຄ້າ ລະຫວ່າງ ຫວຽດນາມ ແລະ ອາເມລິກາ, ການເຄື່ອນໄຫວນຳເຂົ້າສົ່ງອອກຍັງຄົງບັນລຸບັນດາຜົນງານຫນ້າປະທັບໃຈ, ປະກອບສ່ວນໃຫ້ແກ່ພື້ນຖານເສດຖະກິດບັນລຸລະດັບເຕີບໂຕເປັນບວກ. ປີ 2021, ການສົ່ງອອກຂອງຫວຽດນາມ ໄປຍັງ ອາເມລິກາ ແລະ ຈາກ ອາເມລິກາ ເຂົ້າຫວຽດນາມ ລ້ວນແຕ່ເຕີບໂຕເປັນບວກ ແລະ ເປັນຄັ້ງທຳອິດບັນລະລະດັບສະຖິຕິ 100 ຕື້ USD. ອາເມລິກາ ກາຍເປັນຫນຶ່ງໃນບັນດາຕະຫລາດສົ່ງອອກໃຫຍ່ສຸດຂອງ ວິສາຫະກິດ ຫວຽດນາມ.

ໝາກຜົນນີ້ ຍິ່ງມີຄວາມໝາຍກວ່າ ເມື່ອຕົ້ນປີ 2021, ການຄ້າສອງປະເທດຖືກຜົນສະທ້ອນຍ້ອນ ອາເມລິກາ ມີຂໍ້ລິເລີ່ມສືບສວນກ່ຽວກັບນະໂຍບາຍກວດກາເງິນຕາຕ່າງປະເທດ ແລະ ຕົ້ນກຳເນີດຂອງຜະລິດຕະພັນໄມ້. ບັນດາອົງການກ່ຽວຂອງຂອງສອງຝ່າຍ ໄດ້ສົມທົບກັນເປັນຢ່າງດີ ດ້ວຍຫລາຍແຫລ່ງກຳລັງແຕກຕ່າງກັນ ແລະ ພາຍຫລັງສິ້ນສຸດການສືບສວນ 2 ຄັ້ງ, ຝ່າຍ ອາເມລິກາ ບໍ່ຈັດວາງອັດຕາພາສີອີກ.

Link: https://huunghivietlao.thoidai.com.vn/detail-article-12645.html

In bài biết