14:49 | 03/01/2022

ຊ່ວຍເຫຼືອອາຫານ ແລະວັດຖຸອຸປະກອນການແພດ ໃຫ້ ແຂວງຫຼວງພະບາງ ແລະ ແຂວງເຊກອງ

ການເຈລະຈາລະຫວ່າງສະຖາບັນຍຸດທະສາດປ້ອງກັນຊາດຫວຽດນາມ ແລະ ແຂວງຫຼວງພະບາງ - ລາວ ການເຈລະຈາລະຫວ່າງສະຖາບັນຍຸດທະສາດປ້ອງກັນຊາດຫວຽດນາມ ແລະ ແຂວງຫຼວງພະບາງ - ລາວ
ແຂວງເຊີນລາ ສສ ຫວຽດນາມ ແລະ ແຂວງຫຼວງພະບາງ ສປປ ລາວ: ແລກປ່ຽນວຽກງານຊາຍແດນ ຄັ້ງທີ XII ແຂວງເຊີນລາ ສສ ຫວຽດນາມ ແລະ ແຂວງຫຼວງພະບາງ ສປປ ລາວ: ແລກປ່ຽນວຽກງານຊາຍແດນ ຄັ້ງທີ XII

ວັນທີ 31 ທັນວາ 2021, ຢູ່ປ້ອມຄວບຄຸມປະສົມດ່ານສາກົນນາມຢາງ- ດັກຕາອອກ (ກວາງນາມ), ກອງບັນຊາການທະຫານຊາຍແດນແຂວງກວາງນາມ ໄດ້ຈັດຕັ້ງການມອບອາຫານໃຫ້ກຳລັງປ້ອງກັນຊາຍແດນແຂວງເຊກອງ.

ຕາງໜ້າບັນດາກົມກອງຂອງປະເທດເພື່ອນລາວ, ທ່ານຮ້ອຍເອກ ມອນທາ ຄຳວຽງດອນ, ຫົວໜ້າການເມືອງກອງຮ້ອຍຊາຍແດນ 533 ໄດ້ສະແດງຄວາມຂອບອົກ ຂອບໃຈຕໍ່ຄວາມເອົາໃຈໃສ່, ຊ່ວຍເຫຼືອຢ່າງທັນການຂອງທະຫານຊາຍແດນແຂວງກວາງນາມ. ເຖິງວ່າໃນໄລຍະຜ່ານມາແຂວງກວາງນາມ ກໍ່ຖືກເສຍຫາຍຫຼາຍຢ່າງຍ້ອນພະຍາດໂຄວິດ-19 ແລະໄພທຳມະຊາດກໍ່ຕາມ ແຕ່ແຂວງກວາງນາມ ຍັງເອົາໃຈໃສ່, ຊ່ວຍເຫຼືອພະນັກງານ, ນັກຮົບທີ່ປະຕິບັດໜ້າທີ່ປ້ອງກັນຊາຍແດນຂອງລາວ ຢ່າງທັນການ.

ພິທີມອບ-ຮັບອາຫານໃຫ້ບັນດາກົມກອງປ້ອງກັນຊາຍແດນຂອງແຂວງເຊກອງ. ພາບ: ຮວິ່ງຈິ໊ນ.
ພິທີມອບ-ຮັບອາຫານໃຫ້ບັນດາກົມກອງປ້ອງກັນຊາຍແດນຂອງແຂວງເຊກອງ. ພາບ: ຮວິ່ງຈິ໊ນ.

ໃນວັນດຽວກັນ, ທ່ານ ຫງວຽນດັງຮຸ່ງ ຫົວໜ້າສະຖານກົງສູນໃຫຍ່ຫວຽດນາມ ປະຈໍາ ຫຼວງພະບາງ ໄດ້ມອບເງິນຊ່ວຍເຫຼືອ ຈໍານວນ 20.000 ໂດລາສະຫະລັດ ໃຫ້ທ່ານ ຄໍາຂັນ ຈັນທະວີສຸກ ເລຂາພັກແຂວງ, ເຈົ້າແຂວງໆ ຫຼວງພະບາງ.

ນີ້ແມ່ນຂອງຂວັນຂອງແຂວງກວ້າງນິງ ທີ່ຊ່ວຍແຂວງຫຼວງພະບາງ (ໜຶ່ງໃນສາມແຂວງພາກເໜືອຂອງລາວ ທີ່ແຂວງກວ້າງນິງ ມອບເງິນຊ່ວຍເຫຼືອໃນຄັ້ງນີ້) ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19.

ທີ່ການພົບປະ, ທ່ານ ຫງວຽນດັງຮຸ່ງ ສະແດງຄວາມເຊື່ອໝັ້ນວ່າ ແຂວງຫຼວງພະບາງຈະຄວບຄຸມພະຍາດໂຄວິດ-19 ໄດ້ເປັນຢ່າງດີ ແລະມີບັນດາມາດຕະການ ນໍາການເຄື່ອນໄຫວທຸກຢ່າງກັບຄືນສູ່ສະພາບປົກກະຕິໃນສະພາບການປັດຈຸບັນໂດຍໄວ.

ທ່ານ ຫງວຽນດັງຮຸ່ງ ຫົວໜ້າສະຖານກົງສູນໃຫຍ່ຫວຽດນາມ ປະຈໍາ ຫຼວງພະບາງ ມອບຂອງຂວັນຂອງອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນແຂວງກວ້າງນິງ ໃຫ້ແຂວງຫຼວງພະບາງ. ພາບ: ສໍານັກຂ່າວສານຫວຽດນາມ.
ທ່ານ ຫງວຽນດັງຮຸ່ງ ຫົວໜ້າສະຖານກົງສູນໃຫຍ່ຫວຽດນາມ ປະຈໍາ ຫຼວງພະບາງ ມອບຂອງຂວັນຂອງອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນແຂວງກວ້າງນິງ ໃຫ້ແຂວງຫຼວງພະບາງ. ພາບ: ສໍານັກຂ່າວສານຫວຽດນາມ.

ສ່ວນທ່ານ ຄໍາຂັນ ຈັນທະວີສຸກ ກ່າວສະແດງຄວາມຂອບໃຈອັນເລິກເຊິ່ງມາຍັງອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນແຂວງກວ້າງນິງ ທີ່ໄດ້ມອບຂອງຂວັນທີ່ມີຄວາມໝາຍນີ້, ສະແດງໃຫ້ເຫັນຄວາມສາມັກຄີ, ການແບ່ງປັນຂອງແຂວງກວ້າງນິງ ກັບ 3 ແຂວງແຮກສ່ຽວຢູ່ພາກເໜືອຂອງລາວ ເວົ້າລວມ ແລະແຂວງຫຼວງພະບາງ ເວົ້າສະເພາະ, ທ່ານ ຄໍາຂັນ ຈັນທະວີສຸກ ຫວັງວ່າ ໃນໄລຍະຈະມາເຖິງ, ອາລົມຈິດ ແລະການຮ່ວມມື, ຊ່ວຍເຫຼືອລະຫວ່າງແຂວງກວ້າງນິງ ແລະຫຼວງພະບາງ ຈະນັບມື້ນັບຮັດແໜ້ນກວ່າອີກ.

ໄຊພອນ

Link: https://huunghivietlao.thoidai.com.vn/detail-article-12640.html

In bài biết