ທາງລົດໄຟເພີ່ມຖ້ຽວຂຶ້ນໃນບຸນປີໃໝ່ 2022
ປີທ່ອງທ່ຽວແຫ່ງຊາດ 2022 ໄດ້ຈັດຂຶ້ນຢູ່ ແຂວງກວາງນາມ | |
ຮ່າໂນ້ຍ ບໍ່ຈັດຕັ້ງພິທີ "countdown", ຍິງບັ້ງໄຟດອກ ໃນປີໃໝ່ 2022 |
ລະອຽດແມ່ນເສັ້ນທາງລົດໄຟຮ່າໂນ້ຍ-ຫວິງ ແລ່ນລົດໄຟຄູ່ NA1/NA2. ລົດໄຟ NA1 ອອກຈາກສະຖານີຮ່າໂນ້ຍ ເວລາ 22 ໂມງ 15 ນາມີ ວັນທີ 31 ທັນວາ 2021; ກົງກັນຂ້າມ, ລົດໄຟ NA2 ອອກຈາກສະຖານີ ຫວິງ ໃນເວລາ 21 ໂມງ 25 ນາທີ ຂອງວັນທີ 3 ມັງກອນ 2022.
![]() |
ທາງລົດໄຟເພີ່ມຖ້ຽວຂຶ້ນໃນບຸນປີໃໝ່ 2022. ພາບ: kinhtedothi.vn |
ໃນເສັ້ນທາງຮ່າໂນ້ຍ - ຫາຍຟ່ອງ, VNR ໄດ້ຈັດເພີ່ມລົດໄຟ 4 ຖ້ຽວ. ຢູ່ສະຖານີຮ່າໂນ້ຍ, ລົດໄຟ LP7 ໄດ້ເລີ່ມອອກເດີນທາງເວລາ 18 ໂມງ 15 ນາທີ ວັນທີ 3 ມັງກອນ 2022. ຢູ່ສະຖານີລອງບຽນ, ລົດໄຟ LP3 ອອກເດີນທາງເວລາ 9 ໂມງ 25 ນາທີ ຂອງວັນທີ 4 ມັງກອນ 2021.
ຢູ່ຫາຍຟ່ອງ, ລົດໄຟ LP8 ໄດ້ອອກເດີນທາງເວລາ 15 ໂມງຂອງວັນທີ 3 ມັງກອນປີ 2022; ລົດໄຟ HP2 ອອກເດີນທາງເວລາ 18 ໂມງ 40 ນາທີ ໂມງຂອງວັນທີ 3 ມັງກອນ 2022.
ລົດໄຟໃນເສັ້ນທາງ ຮ່າໂນ້ຍ - ຫາຍຟ່ອງ ຮັບຜູ້ໂດຍສານຢູ່ບັນດາສະຖານີ ຫາຍຟ່ອງ, ຝູໄທ, ຫາຍເຢືອງ, ເກິມຢາງ, ຢາເລິມ, ລອງບຽນ, ຮ່າໂນ້ຍ ແລະ ຮັບຂົນສົ່ງກະເປົ໋າ, ລົດຖີບ ແລະ ລົດຈັກຢູ່ບັນດາສະຖານີທີ່ຢຸດຈອດ.
ຂະແໜງທາງລົດໄຟ ກໍ່ນຳໃຊ້ຮູບແບບຂາຍປີ້ຍົນເຕັມຕູ້ລົດໄຟ, ຫ້ອງໂດຍສານ ແລະ ລາຄາປີ້ລົດຫຼຸດລົງ 10-15% ແລະ ໄດ້ກິນອາຫານໂດຍບໍ່ເສຍຄ່າ.
ບູນມີ