12:54 | 30/12/2021

ແຂວງດົ່ງນາຍ ແລະແຂວງຈໍາປາສັກ ລົງນາມຮ່ວມມືໃນຫຼາຍຂົງເຂດ

​​ປີ 2022, ຫວຽດນາມ ​ແມ່ນ​ຕະຫຼາດ​ສຳຄັນ​ຂອງ​ບັນດາກຸ່ມ​ວິ​ສາ​ຫະກິດ​ຂາຍຍ່ອຍ​ຍີ່ປຸ່ນ ​​ປີ 2022, ຫວຽດນາມ ​ແມ່ນ​ຕະຫຼາດ​ສຳຄັນ​ຂອງ​ບັນດາກຸ່ມ​ວິ​ສາ​ຫະກິດ​ຂາຍຍ່ອຍ​ຍີ່ປຸ່ນ
ວຽກງານຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນວຽກງານສຳຄັນໜຶ່ງໃນບັນດາການເຄື່ອນໄຫວຂອງ VUFO ວຽກງານຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນວຽກງານສຳຄັນໜຶ່ງໃນບັນດາການເຄື່ອນໄຫວຂອງ VUFO
undefined
ທ່ານ ກາວຕຽນຢຸ້ງ ຮອງເລຂາພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງດົ່ງນາຍ ລົງນາມບົດບັນທຶກຊ່ວຍຈໍາວ່າດ້ວຍການເພີ່ມທະວີການພົວພັນຮ່ວມມືມິດຕະພາບລະຫວ່າງແຂວງດົ່ງນາຍ ແລະແຂວງຈໍາປາສັກ ໄລຍະ 2022-2026. ພາບ: baodongnai.com.vn.

ສອງແຂວງເຫັນດີເປັນເອກະພາບເພີ່ມທະວີການພົວພັນມິດຕະພາບ, ຊຸກຍູ້ການຮ່ວມມືດ້ານກໍ່ສ້າງພັກ ແລະອໍານາດການປົກຄອງທ້ອງຖີ່ນ, ສາທາລະນະສຸກ, ການສຶກສາ, ກໍ່ສ້າງຊັບພະຍາກອນມະນຸດ, ການຄ້າ, ການທ່ອງທ່ຽວ, ການພົບປະແລກປ່ຽນດ້ານວັດທະນະທໍາ... ສອງຝ່າຍຈະຈັດຕັ້ງລາຍການແລກປ່ຽນລັດຖະກອນໄປຮຽນພາສາລາວ, ພາສາຫວຽດນາມ ຫຼື ຂະແໜງການຕ່າງໆ; ຈັດຕັ້ງບັນດາຄະນະສົ່ງເສີມການລົງທຶນ, ສ້າງເງື່ອນໄຂໃຫ້ວິສາຫະກິດສອງຝ່າຍຊອກຮູ້, ພັດທະນາຕະຫຼາດ... ຕາມການນໍາແຂວງດົ່ງນາຍ ແລ້ວ, ເລື່ອງສອງແຂວງສືບຕໍ່ລົງນາມບົດບັນທຶກຊ່ວຍຈໍາ ໄລຍະ 2022-2026 ຈະປະກອບສ່ວນເຮັດໃຫ້ສາຍພົວພັນຮ່ວມມືມິດຕະພາບແບບພິເສດລະຫວ່າງຫວຽດນາມ-ລາວ ເວົ້າລວມ, ແຂວງດົ່ງນາຍ ແລະແຂວງຈໍາປາສັກ ເວົ້າສະເພາະ ເລິກເຊິ່ງກວ່າອີກ.

Link: https://huunghivietlao.thoidai.com.vn/detail-article-12608.html

In bài biết