11:47 | 24/12/2021

ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ອວຍພອນພໍ່ແມ່ປະຊາຊົນສາສະໜາກາໂຕລິກ ຢູ່ເທື່ອທຽນເຫ້ວ

ຍົກສູງຄວາມຮັບຜິດຊອບຂອງຜູ້ນຳໜ້າ ໃນການປ່ອຍເງິນລົງທຶນພາກລັດ ຍົກສູງຄວາມຮັບຜິດຊອບຂອງຜູ້ນຳໜ້າ ໃນການປ່ອຍເງິນລົງທຶນພາກລັດ
ຈະມີ 5 ເມືອງ ໄດ້ທົດລອງຕ້ອນຮັບນັກທ່ອງທ່ຽວສາກົນ ຈະມີ 5 ເມືອງ ໄດ້ທົດລອງຕ້ອນຮັບນັກທ່ອງທ່ຽວສາກົນ

ທ່ານຮອງນາຍົກລັດຖະມົນຕີ ຮັບຮູ້ການປະກອບສ່ວນຢ່າງຕັ້ງໜ້າຂອງ ວົງການຜູ້ມີຍົດສັກຕຳແໜ່ງສາສະໜາກາໂຕລິກ ແລະ ພໍ່ແມ່ພີ່ນ້ອງຊາວຄຼິດ ໃນທົ່ວແຂວງໃນວິວັດທະນາການສ້າງສາປະເທດຊາດໃນໄລຍະຜ່ານມາ; ພິເສດແມ່ນການປະກອບສ່ວນເຫື່ອແຮງ ແລະ ຊັບສິນໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.

ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ອວຍພອນພໍ່ແມ່ປະຊາຊົນສາສະໜາກາໂຕລິກ ຢູ່ເທື່ອທຽນເຫ້ວ
ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ອວຍພອນພໍ່ແມ່ປະຊາຊົນສາສະໜາກາໂຕລິກ ຢູ່ເທື່ອທຽນເຫ້ວ. ພາບ: VGP

ຕາງໜ້າໃຫ້ການນຳພັກ ແລະ ລັດ, ທ່ານ ຟ້າມບິ່ງມິງ ອວຍພອນຜູ້ມີຍົດສັກຕຳ ແໜ່ງສາສະໜາກາໂຕລິກ ແລະ ພໍ່ແມ່ພີ່ນ້ອງຊາວຄຼິດທຸກຖ້ວນໜ້າຢູ່ເຂດຊາວ ຄຼິດເຫ້ວ ຕ້ອນຮັບວັນບຸນຄຼິດສະມາດ ແລະ ປີໃໝ່ສາກົນ 2022 ຢ່າງເບີກບານມ່ວນຊື່ນ ແລະ ມີຄວາມສຸກ. ທ່ານກ່າວວ່າ: ເນື່ອງໃນໂອກາດ ວັນບຸນຄຼິດສະມາດ ກໍ່ຄືບຸນປີໃໝ່ສາກົນ, ການນຳພັກ, ລັດ ຫວັງວ່າ ສັງຄະນາຍົກ, ສະພາສັງຄະລາດຫວຽດນາມ ພ້ອມດ້ວຍພໍ່ແມ່ພີ່ນ້ອງຊາວຄຼິດ ຈະສືບຕໍ່ເສີມຂະຫຍາຍນ້ຳໃຈຄວາມຮັກແພງ, ປະຕິບັດກົດໝາຍ ແລະ ເຄື່ອນໄຫວສາສະໜາ.

ໂດຍປະຕິບັດຕາມແນວຄິດຂອງສະພາສັງຄະລາດນັ້ນແມ່ນ: ດຳລົງຊີວິດຕາມຫຼັກສິນທຳ “ຢູ່ໃນສິນກິນໃນທຳ” ເພື່ອໃຫ້ພວກເຮົາສ້າງສາປະເທດ ຫວຽດນາມ ສາມັກຄີຈະເລີນ, ເຂັ້ມແຂງ ແລະ ສົດໄສ.

ໃນຕອນເຊົ້າວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ໄປຢ້ຽມຢາມ ແລະ ອວຍພອນວັນບຸນຄຼິດສະມາດ ຢູ່ເຂດຊາວຄຼິດ ສຳນັກຊາວຄຼິດ ຟູກາມເຫ້ວ, ຢ້ຽມຢາມຄອບຄົວຊາວຄຼິດດີເດັ່ນ.

ບູນມີ

Link: https://huunghivietlao.thoidai.com.vn/detail-article-12500.html

In bài biết