15:00 | 23/12/2021

ກອງ​ປະ​ຊຸມ​ການ​ທູດວັດ​ທະ​ນະ​ທຳ

ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວ ຮ່າ​ໂນ້ຍ - ມົດ​ສະ​ກູ ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວ ຮ່າ​ໂນ້ຍ - ມົດ​ສະ​ກູ
ກອງ​ປະ​ຊຸມສໍາມະນາ​ວິ​ທະ​ຍາ​ສາດ “30 ປີ​ແຫ່ງ​ການ​ສົມ​ທົບລະຫວ່າງແພດ​ທະ​ຫານ ແລະ ປະຊາຊົນ​ຢູ່​ທະ​ເລ ແລະ ໝູ່​ເກາະ” ກອງ​ປະ​ຊຸມສໍາມະນາ​ວິ​ທະ​ຍາ​ສາດ “30 ປີ​ແຫ່ງ​ການ​ສົມ​ທົບລະຫວ່າງແພດ​ທະ​ຫານ ແລະ ປະຊາຊົນ​ຢູ່​ທະ​ເລ ແລະ ໝູ່​ເກາະ”
ກອງ​ປະ​ຊຸມ​ການ​ທູດວັດ​ທະ​ນະ​ທຳ

ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ບູຍ​ແທັງ​ເຊີນ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ.(ພາບ: vietnamplus.vn)

ກອງ​ປະ​ຊຸມ​ການ​ທູດ​ວັດ​ທະ​ນະ​ທຳ​ໄດ້​ຮັບ​ການ​ຈັດ​ຕັ້ງ​ເພື່ອ​ແນ​ໃສ່​ກຳ​ແໜ້ນ​ບັນ​ດາ​ນະ​ໂຍ​ບາຍ, ແນວ​ທາງ​ການ​ຕ່າງ​ປະ​ເທດ, ວັດ​ທະ​ນະ​ທຳ, ການ​ທູດ​ວັດ​ທະ​ນະ​ທຳ​ຂອງ​ພັກ ແລະ ລັດ; ພ້ອມ​ກັນ​ນັ້ນ, ​ກໍໄດ້​ເຜີຍ​ແຜ່​ເນື້ອ​ໃນ​ຍຸດ​ທະ​ສາດ​ການ​ທູດ​ວັດທະນະທຳ​ຮອດ​ປີ 2030 ທີ່​ນາຍົກລັດຖະມົນຕີປະກາດ​ໃຊ້​ໃນ​ວັນ​ທີ 30 ພະຈິກ 2021.

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ບູຍ​ແທັງ​ເຊີນ ​ໃຫ້​ຮູ້​ວ່າ: ພາຍຫຼັງ 10 ປີ​ແຫ່ງ​ການ​ຜັນ​ຂະຫຍາຍ​ຍຸດ​ທະ​ສາດ​ການ​ທູດ​ວັດທະນະທຳ​ຮອດ​ປີ 2020, ການ​ທູດ​ວັດທະນະທຳ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ກວ້າງຂວາງ​ໃນ​ຫຼາຍ​ຂັ້ນ, ​ໃນ​ນັ້ນ​ມີຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ບັນລຸ​ໄດ້​ບັນດາ​ຜົນງານ​ສຳຄັນ, ພົ້ນ​ເດັ່ນ ຄື: ໂຄ​ສະ​ນາ​ພາບພົດ​ປະ​ເທດຊາດ, ວັດ​ທະ​ນະ​ທຳ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ອອກ​ສູ່​ໂລກຢ່າ​ງ​ແຮງ; ຊຸກຍູ້ ​ແລະ ປັບປຸງ​ປະສິດທິ​ຜົນ​ການ​ພົວພັນ​ທາງ​ການ​ທູດ​ດ້ານ​ການ​ເມືອງ ​ແລະ ການ​ທູດ​ເສດຖະກິດ; ຍົກ​ສູງ​ທີ່ຕັ້ງ​ຂອງ​ປະ​ເທດຊາດ ​ແລະ ນຳ​ໃຊ້​ຊັບພະຍາກອນ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ປະ​ເທດຊາດ...

ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລື ​ແລະ ສະ​ເໜີ​ບັນດາ​ມາດ​ຕະການ​ປະຕິບັດ​ຍຸດ​ທະ​ສາດ​ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອພ້ອມ​ກັບການທູດດ້ານ​ການ​ເມືອງ ​ແລະ ການ​ທູດ​ເສດຖະກິດ ສືບ​ຕໍ່​ຮັບ​ໃຊ້​ໃຫ້​ແກ່​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ປະ​ເທດຊາດ, ຖື​ທ້ອງ​ຖິ່ນ, ປະຊາຊົນ ​ແລະ ວິ​ສາ​ຫະກິດ​ເປັນ​ໃຈກາງ, ປະກອບສ່ວນ​ເຜີຍ​ແຜ່​ວັດທະນະທຳ. ຄຸນຄ່າ, ໂຄສະນາ​ພາບ​ພົດ​ຂອງ​ປະ​ເທດຊາດ, ປະຊາຊົນ ​ແລະ ຜະລິດ​ຕະພັນ​ຂອງ​ຫວຽດນາມ.

ບຸນ​ຄົງ

Link: https://huunghivietlao.thoidai.com.vn/detail-article-12474.html

In bài biết