08:00 | 18/12/2021

ຕົ້ນແປກສົດຂອງລັດເຊຍ ລາຄາຖືກ ເປັນຄັ້ງທໍາອິດສົ່ງອອກໄປຍັງຫວຽດນາມ

ປະທານປະເທດຫວຽດນາມ ຕີລາຄາສູງຈິດໃຈອວ່າຍໜ້າກັບເມືອບ້ານເກີດເມືອງນອນຂອງຊາວຫວຽດນາມ ອາໄສຢູ່ສະຫະພັນລັດເຊຍ ປະທານປະເທດຫວຽດນາມ ຕີລາຄາສູງຈິດໃຈອວ່າຍໜ້າກັບເມືອບ້ານເກີດເມືອງນອນຂອງຊາວຫວຽດນາມ ອາໄສຢູ່ສະຫະພັນລັດເຊຍ
ທ່ານປະທານປະເທດ ຫງວຽນຊວັນຟຸກ ສິ້ນສຸດການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການ ທ່ານປະທານປະເທດ ຫງວຽນຊວັນຟຸກ ສິ້ນສຸດການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການ

ນັບແຕ່ເດືອນພະຈິກ ເປັນຕົ້ນມາ, ຮ້ານຄ້າອອນໄລ ແລະ ໂດຍກົງຈຳນວນໜຶ່ງຢູ່ ນະຄອນໂຮ່ຈີມິນ ໄດ້ແນະນຳຕົ້ນ​ແປກສົດຂອງລັດເຊຍ ດ້ວຍລາຄາແຕ່ 500.000 ດົ່ງຫາປະມານ 6 ລ້ານດົ່ງ, ມີລວງສູງແຕ່ 0.5 ຫາ 3 ແມັດ. ກ່ອນ​ວັນ​ບຸນ​ຄຣິສມາສ 2 ອາທິດ​, ມີ​ຮ້ານ​ຄ້າ​ຫຼຸດ​ລາຄາ​ເຖິງ 40%, ​ ​ເຮັດ​ໃຫ້​ລາຄາ​ຖືກ​ຫຼຸດ​ລົງ​ເຫຼືອ 300.000 ດົ່ງຫາ 3,6 ລ້ານ​ດົ່ງ/ຕົ້ນ.

ຕົ້ນແປກສົດຂອງລັດເຊຍ ລາຄາຖືກ ເປັນຄັ້ງທໍາອິດສົ່ງອອກໄປຍັງຫວຽດນາມ
ພາບປະກອບ: ຕິ່ງກາ

ຕາມ​ນັ້ນ​ແລ້ວ, ຕົ້ນ​ແປກສົດ​ລັດ​ເຊຍ ​ ສູງ​ປະມານ 1,5 ​ແມັດ ປະຈຸ​ບັນ​ມີ​ມູນ​ຄ່າ​ພຽງ 1,5 ລ້ານ​ດົ່ງ. ລາຄາ​ນີ້​ແມ່ນແກ່ງແຍ້ງ​ກັນ​ຫຼາຍ​ເມື່ອ​ທຽບ​ໃສ່​ຕົ້ນ​ແປກ​ເດນ​ມາກ ​ທີ່​ນຳ​ເຂົ້າ​ຂາຍ​ດ້ວຍ​ລາຄາ​ປະມານ 15 ລ້ານ​ດົ່ງ.

ຕາມ​ຮ້ານ​ຄ້າ​ແລ້ວ, ຕົ້ນ​ແປກ​ເດນ​ມາກ​ ມີ​ລາ​ຄາ​ແພງ​ກວ່າ​ຕົ້ນ​ແປກ​ລັດ​ເຊຍ ທົບປະມານ 10 ເທົ່າ ເພາະ​ມີ​ຈຸດດີແມ່ນ​ມີພຸ່ມໜາ, ​ສະໝ່ຳສະເໝີ, ໃບ​ຍາວ​ ແລະ​ສີ​ສົດ​ງາມກວ່າ. ລາຄາທີ່ແພງກໍ່ແມ່ນຍ້ອນຕົ້ນໄມ້ແຕ່ລະຕົ້ນຕ້ອງໄດ້ຮັບການ ຄັດເລືອກ ແລະ ນໍາເຂົ້າໂດຍກົງ.

ບູນມີ

Link: https://huunghivietlao.thoidai.com.vn/detail-article-12421.html

In bài biết