06:25 | 14/12/2021

ວັນ​ທີ 15 ທັນວາ​ ຈະ​ດຳ​ເນີນ​ເວທີ​ປາ​ໄສການ​ສົ່ງ​ເສີມ​ການ​ສົ່ງ​ອອກ​ຫວຽດນາມ​

ຈີນ​ພິ​ຈາ​ລະ​ນາ​ການ​ນຳ​ເຂົ້າໝາກ​ຫນອດຫວຽດ​ນາມ ຈີນ​ພິ​ຈາ​ລະ​ນາ​ການ​ນຳ​ເຂົ້າໝາກ​ຫນອດຫວຽດ​ນາມ
ຄາດ​ວ່າການ​ສົ່ງ​ອອກຂອງຂະແໜງ​ຫນັງ​​ເກີບ​ຈະ​ເຕີບໂຕ 5% ຄາດ​ວ່າການ​ສົ່ງ​ອອກຂອງຂະແໜງ​ຫນັງ​​ເກີບ​ຈະ​ເຕີບໂຕ 5%
ວັນ​ທີ 15 ທັນວາ​ ຈະ​ດຳ​ເນີນ​ເວທີ​ປາ​ໄສການ​ສົ່ງ​ເສີມ​ການ​ສົ່ງ​ອອກ​ຫວຽດນາມ​
ພາ​ບ​ປະ​ກອບ: dangcongsan.vn

ເວທີປາໄສແມ່ນການເຄື່ອນໄຫວປະຈຳປີເພື່ອປະຕິບັດບັນດາທິດທາງ, ມາດຕະການແກ້ໄຂຂອງລັດຖະບານກ່ຽວກັບການຊຸກຍູ້ການເຕີບໂຕເສດຖະກິດ, ການຫັນເປັນດີຈີຕອນ ແລະ ການສົ່ງອອກແບບຍືນຍົງ, ໜູນຊ່ວຍວິສາຫະກິດ ແລະ ສະຫະກອນເພື່ອຟື້ນຟູການຜະລິດ, ດຳເນີນທຸລະກິດ ແລະ ສົ່ງອອກໃນສະພາບການຫຼັງ Covid-19.

ໂຄງ​ການ​ຄາດ​ຄະ​ເນ​ຂອງ​ເວ​ທີ​ປາ​ໄສ​ປະ​ກອບ​ມີ 2 ວາລະ​ປຶກ​ສາ​ຫາ​ລື. ວາລະ​ທີ 1 ດ້ວຍ​ເນື້ອ​ໃນ: ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍ​ຂອງ​ບາງ​ຕະ​ຫຼາດ​ສົ່ງ​ອອກ​ໃນ​ໄລ​ຍະ​ຫຼັງ ​ໂຄ​ວິດ-19; ຍຸດ​ທະ​ສາດ​ແຫ່ງ​ຊາດ​ຂອງ​ກົມ​ເສດຖະກິດ​ຂອງ​ສະ​ຫະ​ພັນ​ສະ​ວິດ (SECO) ​ໄລຍະ 2021 – 2025 ​ແລະ ການກຳ​ນົດທິດ​​ການ​ສົມທົບ​ກັບ​ບັນດາ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ຫວຽດນາມ.

ວາລະ​ທີ 2 ດ້ວຍ​ເນື້ອ​ໃນ​: ກຳນົດ​ທິດ​ທາງ, ວິ​ທີ​ການ​ແກ້​ໄຂ​, ​ສົ່ງ​ເສີມ​ການ​ສົ່ງ​ອອກ ​ເພື່ອ​ປະກອບສ່ວນ​ຟື້ນ​ຟູ ​ແລະ ພັດທະນາ​ເສດຖະກິດ.

ບຸນ​ຄົງ

Link: https://huunghivietlao.thoidai.com.vn/detail-article-12366.html

In bài biết