11:25 | 14/12/2021

ຈຸດອ່ອນຂອງວິສາຫະກິດຫວຽດນາມຢູ່ຈີນ

ໄຂການຝຶກຊ້ອມລວມດ້ານເສນາຮັກ ຫວຽດນາມ-ຈີນ ໄຂການຝຶກຊ້ອມລວມດ້ານເສນາຮັກ ຫວຽດນາມ-ຈີນ
ສາຍ​ເຫດ​ໃໝ່​ຈາກ​ຈີນ, ສິນ​ຄ້າ​ຫວຽດ​ນາມ​ມີ​ຄວາມ​ສ່ຽງອັ່ງ​ຢູ່​ດ່ານ​ຊາຍ​ແດນ​ທີ່ດົນກວ່າ ສາຍ​ເຫດ​ໃໝ່​ຈາກ​ຈີນ, ສິນ​ຄ້າ​ຫວຽດ​ນາມ​ມີ​ຄວາມ​ສ່ຽງອັ່ງ​ຢູ່​ດ່ານ​ຊາຍ​ແດນ​ທີ່ດົນກວ່າ
ຈຸດອ່ອນຂອງວິສາຫະກິດຫວຽດນາມຢູ່ຈີນ
ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈໍາຈີນ ຟ້າ​ມຊາວ​ມາຍ ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ (ພາບ: baoquocte)

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເພື່ອ​ຫັນ​ບັນດາ​ກາລະ​ໂອກາດ​ດັ່ງກ່າວ​ໃຫ້​ກາຍ​ເປັນ​ປະສິດທິຜົນ​ການລົງທຶນລະອຽດ​, ບັນດາ​ວິ​ສາ​ຫະກິດ ຫວຽດນາມ ຕ້ອງ​ຊອກ​ຫາ​ວິທີ​ແກ້​ໄຂ​ບາງ​ຈຸດ​ອ່ອນ​ທີ່​​ຍັງ​ຄົງ​ຄ້າງ​ໂດຍ​ໄວ.

ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ຈີນ ຟ້າ​ມຊາວ​ມາຍ ​ໃຫ້​ຮູ້​ວ່າ: ທີ່​ການໂອ້​ລົມ​ສົ​ນ​ທະ​ນາ​ລະຫວ່າງ​ບັນດາ​ຫົວໜ້າ​​ອົງ​ການ​ຕາງ​ໜ້າ​ຫວຽດນາມ ປະ​ຈຳ​ຕ່າງປະ​ເທດ ​ແລະ ​ວິ​ສາ​ຫະກິດ ດ້ວຍ​ຫົວ​ເລື່ອງ: ຜັນ​ຂະຫຍາຍ​ການ​ທູດ​ເສດຖະກິດ​ເພື່ອຮັບ​ໃຊ້​ການ​ພັດທະນາ​​ຖື​ວິ​ສາ​ຫະກິດ​ເປັນ​ໃຈກາງ - ວິທີການ​ແກ້​ໄຂ ​ແລະ ການ​ກະທຳ.

ການ​ໂອ້​ລົມ​ສົນ​ທະ​ນາ​ໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 10 ທັນ​ວາ, ​ເຊິ່ງແມ່ນ​ການ​ເຄື່ອນ​ໄຫວ​ທຳ​ອິດ​ໃນບັນ​ດາ​ເຫດການ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ການຕ່າງ​ປະ​ເທດ​ຄັ້ງ​ທີ 31.

ເມື່ອອະທິບາຍ​ຈຸດ​ອ່ອນ​ຂອງ​ວິ​ສາ​ຫະກິດ​ຫວຽດນາມ ​ຢູ່​ຈີນ, ທ່ານ​ເອກ​ອັກຄະ​ລັດຖະທູດ ຟ້າ​ມຊາວ​ມາຍ ​ໃຫ້​ຮູ້​ວ່າ: ມູນ​ຄ່າ​ຫວຽດນາມ​ໃນ​ຕ່ອງ​ໂສ້​ການ​ສະໜອງ​ຂອງ​ຈີນ​ຍັງ​ຕ່ຳ. ນອກຈາກ​ນັ້ນ, ​ເຖິງ​ວ່າ​ຈີນ​ແມ່ນ​ໜຶ່ງ​ໃນ​ບັນດາ​ຕະຫຼາດ​ສົ່ງ​ອອກ​ໃຫຍ່​ທີ່​ສຸດ​ຂອງ​ຫວຽດນາມ, ​ແຕ່​ພາຍຫຼັງ 30 ປີ​ມາ​ນີ້, ບັນດາ​ຜະລິດ​ຕະພັນ​ຂອງ​ປະ​ເທດ​ພວກ​ເຮົາ​ທີ່​ສົ່ງ​ອອກ​ໄປ​ຍັງ​ຕະຫຼາດ​ແຫ່ງ​ນີ້​ຍັງ​ບໍ່​ທັນ​ມີ​ລະບົບ​ຈຳໜ່າຍ​ຂອງ​ຕົນ ​ແລະ ຍັງຂຶ້ນກັບ​ບັນດາ​ວິ​ສາ​ຫະກິດ​ປະ​ຈຳ​ຖິ່ນ.

ສິນຄ້າຫວຽດນາມທີ່ສົ່ງອອກໄປຈີນຍັງອີງໃສ່ການ​ສົ່ງ​ສິນຄ້າລາຍຍ່ອຍ, ໃນຂະນະທີ່ຈີນກໍາລັງກະກຽມການປ່ຽນແປງນະໂຍບາຍການຄຸ້ມຄອງໃນຂົງເຂດນີ້.

ບຸນ​ຄົງ

Link: https://huunghivietlao.thoidai.com.vn/detail-article-12361.html

In bài biết