06:38 | 28/11/2021

ເກິ່ນເທີ ໄດ້ຮັບ ແລະແຈກຢາຍເຄື່ອງຊ່ວຍເຫຼືອເພື່ອປ້ອງກັນ ແລະ ຄວບຄຸມ COVID-19 ສະໜັບສະໜູນໂດຍ ອົງການ WWO ແລະ ສະຖານທູດໄອແລນ/FHI 360

ເຂດ​ນິ​ເວດ​ວິ​ທະ​ຍາ 2 ແຫ່ງ​ຂອງ ຫວຽດ​ນາມ ໄດ້ຮັບ​ການ​ສະ​ເໜີ​ຢູ່ UNESCO ເຂດ​ນິ​ເວດ​ວິ​ທະ​ຍາ 2 ແຫ່ງ​ຂອງ ຫວຽດ​ນາມ ໄດ້ຮັບ​ການ​ສະ​ເໜີ​ຢູ່ UNESCO
WVI ໜູນຊ່ວຍ  ນະຄອນ  ເກິ່ນເທີ ໃນການຕ້ານໂລກລະບາດ COVID-19 WVI ໜູນຊ່ວຍ ນະຄອນ ເກິ່ນເທີ ໃນການຕ້ານໂລກລະບາດ COVID-19
ເກິ່ນເທີ ໄດ້ຮັບ ແລະແຈກຢາຍເຄື່ອງຊ່ວຍເຫຼືອເພື່ອປ້ອງກັນ ແລະ ຄວບຄຸມ COVID-19 ສະໜັບສະໜູນໂດຍ ອົງການ WWO ແລະ ສະຖານທູດໄອແລນ/FHI 360

ເກິ່ນເທີ ໄດ້ຮັບ ແລະແຈກຢາຍເຄື່ອງຊ່ວຍເຫຼືອເພື່ອປ້ອງກັນ ແລະ ຄວບຄຸມ COVID-19 ສະໜັບສະໜູນໂດຍ ອົງການ WWO ແລະ ສະຖານທູດໄອແລນ/FHI 360. ພາບ: TTXVN

ບ້ວງ​ຊ່ວຍ​ເຫຼືອ​ດ້ານ​ການ​ແພດ​ໃຫ້​ແກ່​ບັນດາໂຮງ​ໝໍ ​ຈາກ​ສະຖານທູດ​ໄອ​ແລນ ​ໄດ້​ໃຫ້ການ​ສະໜັບສະໜູນ ​ໂດຍຜ່ານ ອົງການ FHI360/ອາເມລິກາ ລວມມີ​ຜ້າ​ອັດປາກ N95 ຈຳນວນ 8.000 ອັນ, ຜ້າອັດປາກການ​ແພດ​ມາດຕະຖານ 20.000 ອັນ, ຊຸດປ້ອງກັນພະຍາດ​ລະດັບ 2, 3, ແລະ 4 ຈຳນວນ 3.000 ຊຸດ, ຖົງມື​ການແພດ 12.000 ອັນ ​ແລະ ແວ່ນຕາກັນພະຍາດ​ 3.000 ອັນ, ດ້ວຍມູນ​ຄ່າ ເກືອບ 500 ລ້ານດົ່ງ.

ພາຍຫຼັງພິທີຮັບ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ຈະສົ່ງໄປໂຮງໝໍຫຼາຍຂະແໜງ, ໂຮງໝໍແມ່ ແລະ ເດັກ ຂອງນະຄອນ, ໂຮງໝໍກາງສະໜາມ ເລກທີ 3 (ໂຮງໝໍຢາພື້ນເມືອງນະຄອນ) ເພື່ອໜູນຊ່ວຍວຽກງານປ້ອງກັນ ແລະ ຄວບຄຸມການລະບາດ ຢູ່ບັນດາໂຮງໝໍ.

ບ້ວງຊ່ວຍເຫຼືອເດັກນ້ອຍຜູ້ປະສົບກັບຄວາມຫຍຸ້ງຍາກທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ-19 ໃນບໍລິເວນນະຄອນ ໄດ້ຮັບການສະໜັບສະໜູນຈາກອົງການ AVPN ຜ່ານອົງການ WWO ຈະໃຫ້ການຊ່ວຍເຫລືອເດັກນ້ອຍ 136 ຄົນ ຢູ່ 06 ຫົວໜ່ວຍໃນບໍລິເວນແຂວງ.

ໄຊພອນ

Link: https://huunghivietlao.thoidai.com.vn/detail-article-12134.html

In bài biết