19:07 | 27/11/2021

ຕຳຫຼວດ​ທະ​ເລ​ໂຄ​ສະ​ນາ​ຕ້ານ​ການ​ຂຸດ​ຄົ້ນ​ສິນ​ທະເລ​ແບບ​ຜິດ​ກົດ​ໝາຍ ໃຫ້​ແກ່​ຊາວ​ປະ​ມົງ ເກາະ​ແບກ​ລອງວີ

ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ 60 ປີ​ແຫ່ງວັນ​ເປີດ​ເສັ້​ນ​ທາງ ໂຮ່​ຈີ​ມິນ ​ໃນ​ທະ​ເລ ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ 60 ປີ​ແຫ່ງວັນ​ເປີດ​ເສັ້​ນ​ທາງ ໂຮ່​ຈີ​ມິນ ​ໃນ​ທະ​ເລ
ປະ​ການການ​ວາງ​ແຜນ​ຜັງ​ສັງ​ລວມ ພັດ​ທະ​ນາ​ລະ​ບົບ​ທ່າກ່ຳ​ປັ່ນ​ທະ​ເລ ຫວຽດ​ນາມ ໄລ​ຍະ 2021 – 2030, ວິ​ໄສ​ທັດ​ຮອດ​ປີ 2050. ປະ​ການການ​ວາງ​ແຜນ​ຜັງ​ສັງ​ລວມ ພັດ​ທະ​ນາ​ລະ​ບົບ​ທ່າກ່ຳ​ປັ່ນ​ທະ​ເລ ຫວຽດ​ນາມ ໄລ​ຍະ 2021 – 2030, ວິ​ໄສ​ທັດ​ຮອດ​ປີ 2050.
ຕຳຫຼວດ​ທະ​ເລ​ໂຄ​ສະ​ນາ​ຕ້ານ​ການ​ຂຸດ​ຄົ້ນ​ສິນ​ທະເລ​ແບບ​ຜິດ​ກົດ​ໝາຍ ໃຫ້​ແກ່​ຊາວ​ປະ​ມົງ ເກາະ​ແບກ​ລອງວີ
ພາບ​ປະ​ກອບ: P.V

ກຳ​ລັງຕຳຫຼວດ​ທະ​ເລ ແລະ ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ ໄດ້​ໂຄ​ສະ​ນາໃຫ້​ກ່ຳ​ປັ່ນ 168 ລຳ​ດ້ວຍ 950 ຄົນ, ແຈກໃບ​ປິວ​ກ່ຽວ​ກັບ​ກ​ານ​ຕ້ານ​ການ​ຂ​ຸດ​ຄົ້ນ IUU 200 ໃບ. ໄປ​ຄຽງ​ຄູ່​ກັນ​ນັ້ນ, ກໍ່ສົມ​ທົບການ​ມອບ​ທຸງ​ຊາດ 120 ຜືນ, ເສື້ອຊູ​ຊີບ 25 ຜືນ, ຂອງ​ຂວັນ 20 ພູດ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ.

ການ​ເຄື່ອນ​ໄຫວ​ໂຄສະ​ນາ IUU ໄດ້​ປະ​ກອບ​ສ່ວນ​ຊ່ວຍ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ປະ​ມົງ​ກຳ​ແໜ້ນ​ຂອບ​ຂະ​ໜາດ​ເຂດ​ທະ​ເລ​ຂອງ ຫວຽດ​ນາມ, ມີ​ສະ​ຕິ​ຄວາມ​ຮັບ​ຮູ້​ໃນ​ການ​ປະ​ຕິ​ບັດ​ກົດ​ໝາຍ​ເມື່ອ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ໃນ​ທະ​ເລ, ບໍ່​ມີ​ການ​ກະ​ທຳ​ລະ​ເມີດ​ເຂດ​ທະ​ເລ​ຕ່າງ​ປະ​ເທດ ເພື່ອ​ຫາ​ສິນ​ທະເລ​ແບບ​ຜິດ​ກົດ​ໝາຍ, ຮ່ວມ​ແຮງ​ຮ່ວມ​ໃຈ​ກັບ​ທຸກ​ຂັ້ນ, ທຸກ​ຂະ​ແໜງ​ການ ແລະ ທົ່ວ​ປະ​ເທດ ແກ້​ໄຂ “ບັດ​ເຫຼືອງ” ໃຫ້​ແກ່​ການ​ສົ່ງ​ອອກ​ສິນ​ໃນ​ນ້ຳ ຫວຽດ​ນາມ. ພ້ອມ​ທັງ, ລະ​ດົມ​ກຳ​ລັງ​ໃຈ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ມີ​ຄວາມ​ອຸ່ນ​ອ່ຽງ​ໃຈ​ຫາ​ປາ​ຢູ່​ທະ​ເລ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ຂອງ ຫວຽດ​ນາມ.

ບຸນ​ຄົງ

Link: https://huunghivietlao.thoidai.com.vn/detail-article-12125.html

In bài biết