ບິ່ງລຽວໃນລະດູໜາວ - ສະຖານທີ່ນັດພົບທີ່ປະທັບໃຈຂອງນັກທ່ອງທ່ຽວ
ເຢຍລະມັນມອບເຄື່ອງຊ່ວຍຫາຍໃຈ ແລະ ເຄື່ອງວັດລະດັບອົກຊີໃຫ້ຫວຽດນາມ ມູນຄ່າ 21 ຕື້ດົງ | |
ຝຸກວັກ ຕ້ອນຮັບຄະນະແຂກທ່ອງທ່ຽວທຳອິດມາ ຫວຽດນາມ ດ້ວຍໜັງສືຜ່ານແດນວັກຊິນ |
![]() |
ວັນບຸນລະດູເຂົ້າສຸກເຫຼືອງ 2020, ນັກທ່ອງທ່ຽວຄ່ອຍໆຮູ້ຈັກບິ່ງລຽວ ກັບທົ່ງນາຂັ້ນໄດທີ່ເຕັມໄປດ້ວຍເຂົ້າສຸກເຫຼືອງ, ເສັ້ນຊາຍແດນອັນສະຫງ່າງາມ, ເຕັມໄປດ້ວຍດອກເລົ່າຂາວ, ປ່າຕົ້ນເສີ... ພາບ: VOV |
![]() |
ໂດຍຕັ້ງຢູ່ທິດຕາເວັນຕົກຂອງພູກາວຊຽມ ດ້ວຍລະດັບຄວາມສູງແຕ່ 300 – 600 ແມັດເໜືອລະດັບນໍ້າທະເລ, ທົ່ງນາຂັ້ນໄດຢູ່ບ້ານງ່ານປາດ, ກາວທັ໊ງ, ເຄອໍ (ຕາແສງລຸກໂຮ່ນ, ເມືອງບິ່ງລຽວ) ໄດ້ສ້າງທິວທັດທີ່ປະທັບໃຈທີ່ສຸດ. ພາບ: VOV |
![]() |
ສະຫຼັບລະຫວ່າງທົ່ງນາເຂົ້າສຸກເຫຼືອງ ແມ່ນໝູ່ບ້ານຂອງຊາວເຜົ່າຢາວ, ເຜົ່າຊ໊ານຈີ. ພາບ: VOV |
![]() |
ໃນຕົ້ນເດືອນພະຈິກນີ້, ທົ່ງນາຂັ້ນໄດນັບຮ້ອຍເຮັກຕາຢູ່ບິ່ງລຽວ ພວມຮອດລະດູເກັບກ່ຽວ. ພາບ: VOV |
![]() |
ມາເຖິງບິ່ງລຽວ ໃນລະດູເກັບກ່ຽວ, ນັກທ່ອງທ່ຽວສາມາດລົງຕົວຈິງເກັບກ່ຽວເຂົ້າຮ່ວມກັບພໍ່ແມ່ປະຊາຊົນຢູ່ທົ່ງນາຂັ້ນໄດ. ພາບ: VOV |
![]() |
ນັກທ່ອງທ່ຽວຍັງມີໂອກາດໄດ້ໂດດຈ້ອງ ເພື່ອຊົມລະດູເຂົ້າສຸກເຫຼືອງຈາກບ່ອນສູງ. ພາບ: VOV |
![]() |
ມາເຖິງບິ່ງລຽວ ໃນລະດູໜາວ, ນັກທ່ອງທ່ຽວຍັງໄດ້ຊົມດອກເສີຂາວທີ່ມີກິ່ນຫອມ. ພາບ: VOV |
![]() |
ກິດຈະກໍາເຕະບານຍິງແມ່ນຈຸດພິເສດສະເພາະຂອງເມືອງບິ່ງລຽວ. ພາບ: VOV |
![]() |
ຄວາມປະທັບໃຈກວ່ານັ້ນແມ່ນການເດີນທາງລຽບຕາມເສັ້ນທາງລາດຕະເວນຊາຍແດນ. ພາບ: VOV |
![]() |
ຖະໜົນຫົນທາງຕາມຍອດພູເຂົາອັນສະຫງ່າງາມ ໄປສູ່ຫຼັກໝາຍຊາຍແດນ 1300, 1302, 1305 ແລະ 1327. ຖ້າຂຶ້ນໄປຫຼັກໝາຍເລກທີ 1305 ໃນເດືອນຕຸລາ-ເດືອນພະຈິກ, ສອງຟາກຂອງເສັ້ນທາງຈະເຕັມໄປດ້ວຍດອກເລົ່າ ສ້າງບ່ອນເຊັກອິນທີ່ສວຍງາມທີ່ສຸດໃຫ້ແຂກທ່ອງທ່ຽວ. ພາບ: VOV |
![]() |
ຖະໜົນໄປສູ່ຫຼັກໝາຍຊາຍແດນ 1305 ມີຄວາມຍາວກວ່າ 1.100 ແມັດ ແລະ ສູງ 700 ແມັດເໜືອລະດັບນໍ້າທະເລ. ພາບ: VOV |
![]() |
ນັກທ່ອງທ່ຽວມາທ່ຽວຢູ່ບິ່ງລຽວ ຈະໄດ້ຄົ້ນຫາຄວາມສວຍງາມທາງທຳມະຊາດອັນສະຫງ່າງາມ ແລະຈຸດວັດທະນະທຳພິເສດຂອງຊາວເຜົ່າໄຕ່, ຊ໊ານຈີ, ແລະ ຢາວ ຢູ່ທີ່ນີ້. ພາບ: VOV |
ໄຊພອນ