"ຄວາມເຊື່ອໝັ້ນ ແລະຄວາມຄາດຫວັງ": ຢັ້ງຢືນຖານະ ແລະສີສັນຂອງວັດທະນະທໍາຫວຽດນາມ
ນຳຕະຫຼາດຫຼັກຊັບຂອງຫວຽດນາມ ເຂົ້າກຸ່ມ 4 ໃນອາຊຽນ | |
ສືບຕໍ່ເພີ່ມພູນຄູນສ້າງການພົວພັນ ອາຊຽນ - ຈີນ ໃຫ້ມີການພັດທະນາຢ່າງບໍ່ຢຸດຢັ້ງ |
"ຄວາມເຊື່ອໝັ້ນ ແລະຄວາມຄາດຫວັງ": ຢັ້ງຢືນຖານະ ແລະສີສັນຂອງວັດທະນະທໍາຫວຽດນາມ. ພາບ: TTXVN |
ລາຍການສະແດງສິລະປະພິເສດ "ຄວາມເຊື່ອໝັ້ນ ແລະຄວາມຄາດຫວັງ" ແມ່ນໄດ້ຈັດຂຶ້ນຢ່າງພິຖິພິຖັນ, ເຕັມໄປດ້ວຍຄວາມຄິດ, ມີຄວາມໝາຍຍ້ອງຍໍກຳລັງສິລະປະອາຊີບຜ່ານການເຂົ້າຮ່ວມກວ່າ 10 ຫົວໜ່ວຍສິລະປະໃນທົ່ວປະເທດ. ທີມງານຈັດສ້າງໄດ້ສະແດງໃຫ້ເຫັນຄວາມ ຫຼາກຫຼາຍ ແລະອຸດົມສົມບູນຂອງລາຍການສະແດງທີ່ມີສີສັນວັດທະນະ ທໍາຂອງເຂດ, ພາກ, ແຕ່ພາກເໜືອ, ພາກກາງ, ເຂດໄຕງວຽນ ຕະຫຼອດຮອດພາກໃຕ້. ການສະແດງໃຊ້ເວລາ 100 ນາທີ ແລະໄດ້ແບ່ງອອກເປັນ 3 ພາກຄື: ປະເທດຊາດ (ໄລຍະວັດທະນະທຳສ້າງຊາດ); ເສັ້ນທາງທີ່ພວກເຮົາເດີນໄປ (ໄລຍະວັດທະນະທໍາການປະຕິວັດ, ກ້າວໜ້າ, ເຕັມໄປດ້ວຍສີສັນວັດທະນະທໍາຊາດ) ແລະຄວາມຈະເລີນຮຸ່ງເຮືອງຂອງຫວຽດນາມ (ໄລຍະການເຊື່ອມໂຍງວັດທະນະທໍາ ແລະການພັດທະນາ).
ບັນດາລາຍການສະແດງໃນລາຍການລວມມີ: “ຕາເວັນຂຶ້ນຢູ່ ດິນແດນຫວຽດນາມ”; “ປະເທດຊາດຮຽກເອີ້ນ”; “ສຽງກ່ອມຂອງປະເທດຊາດ”; “ບ້ານເກີດເມືອງນອນຂອງຂ້າພະເຈົ້າປ່ຽນແປງໃໝ່”... ຫົວຂໍ້ການສະແດງ ສິລະປະໄດ້ເປັນການຢັ້ງຢືນຖານະບົດບາດ ແລະທີ່ຕັ້ງຂອງວັດທະນະທຳ ໃນວິວັດການພັດທະນາປະເທດຊາດ, ຖືຄຸນຄ່າວັດທະນະທຳ ແລະມະນຸດ ເປັນພື້ນຖານ, ເປັນກໍາລັງແຮງພາຍໃນ ເພື່ອຮັບປະກັນການພັດທະນາແບບ ຍືນຍົງ ແລະການເຊື່ອມໂຍງ.
ໄຊພອນ