13:53 | 13/11/2021

ຫວຽດ​ນາມ​ຢືນ​ຢັນ​ຄືນ ສັນ​ຍາ​ວ່າ​ຈະ​ຊ່ວຍ​ໜູນ​ມຽນ​ມາ ກັບ​ຄືນ​ສູ່​ຄວາມ​ໝັ້ນ​ຄົງ

ສົນ​ທິ​ສັນ​ຍາ  RCEP ຈະ​ມີ​ຜົນ​ສັກ​ສິດ​ນັບ​ແຕ່​ວັນ​ທີ 1 ມັງ​ກອນ 2022 ສົນ​ທິ​ສັນ​ຍາ RCEP ຈະ​ມີ​ຜົນ​ສັກ​ສິດ​ນັບ​ແຕ່​ວັນ​ທີ 1 ມັງ​ກອນ 2022
ພື້ນ​ຖານ​ເສດ​ຖະ​ກິດ ອິນ​ເຕີ​ເນັດ ຫວຽດ​ນາມ ຄາດ​ວ່າ​ຈະ​ບັນ​ລຸ​ໄດ້ 220 ລ້ານ USD ໃນ​ປີ 2030 ພື້ນ​ຖານ​ເສດ​ຖະ​ກິດ ອິນ​ເຕີ​ເນັດ ຫວຽດ​ນາມ ຄາດ​ວ່າ​ຈະ​ບັນ​ລຸ​ໄດ້ 220 ລ້ານ USD ໃນ​ປີ 2030
ຫວຽດ​ນາມ​ຢືນ​ຢັນ​ຄືນ ສັນ​ຍາ​ວ່າ​ຈະ​ຊ່ວຍ​ໜູນ​ມຽນ​ມາ ກັບ​ຄືນ​ສູ່​ຄວາມ​ໝັ້ນ​ຄົງ
ທ່ານ ນາງ ຫງວຽນ​ເຟືອງ​ຈ່າ. ພາບ: anninhthudo.vn

ມີ​ຄຳ​ເຫັນ​ໃນ​ທີ່​ປະ​ຊຸມ, ທ່ານ ນາງ ຫງວຽນ​ເຟືອງ​ຈ່າ ທີ່​ປຶກ​ສາເອກ​ອັກ​ຄະ​ລັດ​ຖະ​ທູດ, ຮອງຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳ ສປຊ ຮຽກຮ້ອງໃຫ້ທຸກຝ່າຍຢູ່ມຽນມາ ຢຸດຕິທຸກການກະທຳທີ່ກໍ່ຄວາມຮຸນແຮງ, ຮັບປະກັນຕໍ່ຊີວິດ, ຄວາມປອດໄພ, ຄວາມເປັນ​ລະ​ບຽບ​ຮຽບ​ຮ້ອຍໃຫ້ແກ່ປະຊາຊົນ. ທຸກຝ່າຍໃນມຽນມາ ຄວນຮັບປະກັນການເຂົ້າເຖິງມະນຸດສະທຳ, ປອດໄພ ແລະ ບໍ່ຖືກການກີດກັ້ນ, ສອດຄ່ອງກັບກົດມະນຸດສະທຳສາກົນ, ໃຫ້ບູລິມະສິດໃນການປ້ອງກັນ ແລະ ຄວບຄຸມໂລກລະບາດໃຫຍ່ໂຄວິດ-19.

ຫວຽດນາມ ກະ​ຕຸ້ນໃຫ້ແຕ່​ລະ​ຝ່າຍປະຕິບັດການ​ຕົກ​ລົງ 5 ດ້ານໃຫ້ທັນການ ແລະ ຄົບ​ຖ້ວນ, ໃນນັ້ນມີການດໍ​າ​ເນີນ​ການເຈລະຈາທີ່ມີຄວາມໝາຍ ແນ​ໃສ່ເພື່ອຊອກຫາວິທີທາງແກ້ໄຂໂດຍສັນຕິ, ຍືນຍົງ ແລະ ຮອບ​ດ້ານ ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ພົນ​ລະ​ເມືອງ​ມຽນ​ມາ ແລະ ສ້າງເງື່ອນໄຂ ເພື່ອໃຫ້ຜູ້​ແທນພິເສດຂອງອາຊຽນສາ​ມາດພົວພັນກັບຝ່າຍຕ່າງໆທີ່ກ່ຽວຂ້ອງ.

ປະຊາຄົມໂລກ ຄວນປະກອບສ່ວນຢ່າງຕັ້ງໜ້າ ເພື່ອຊ່ວຍມຽນມາ ສະກັດກັ້ນຄວາມຮຸນແຮງ ແລະ ສ້າງ​ເງື່ອນ​ໄຂອຳນວຍຄວາມສະດວກໃຫ້ແກ່ການເຈລະຈາ ແລະ ການ​ໄກ່​ເກັ່ຍ, ເຄົາ​ລົບ​ບັນ​ດາຫຼັກ​ການເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບ​ຖ້ວນ ແລະ ເປັນເອກກະພາບຂອງມຽນມາ.

ຜູ້ຕາງໜ້າຫວຽດນາມ ຢືນຢັນຄືນຄຳໝັ້ນສັນຍາຂອງອາຊຽນເວົ້າລວມ ແລະ ຫວຽດນາມ ເວົ້າສະເພາະ ໃນການຊ່ວຍເຫຼືອມຽນມາ ໃຫ້ກັບຄືນສູ່ສະພາບປົກກະຕິ ແລະ ມີ​ຄວາມໝັ້ນຄົງຕາມຄວາມມຸ່ງຫວັງຂອງປະຊາຊົນ.

ໄຊພອນ

Link: https://huunghivietlao.thoidai.com.vn/detail-article-11937.html

In bài biết