12:59 | 12/11/2021

ການໂອ້ລົມເຈລະຈາແນະນຳຂະແໜງການພິມຈຳໜ່າຍຫວຽດນາມ ຢູ່ ເວເນຊູເອລາ

ໂຄສະນາວັນນະຄະດີຫວຽດນາມ ຢູ່ ເວເນຊູເອລາ ໂຄສະນາວັນນະຄະດີຫວຽດນາມ ຢູ່ ເວເນຊູເອລາ
ຫວຽດນາມ ແລະ ເວເນຊູເອລາ ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນ ຫວຽດນາມ ແລະ ເວເນຊູເອລາ ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນ
ການໂອ້ລົມເຈລະຈາແນະນຳຂະແໜງການພິມຈຳໜ່າຍຫວຽດນາມ ຢູ່ ເວເນຊູເອລາ
ການໂອ້ລົມເຈລະຈາແນະນຳຂະແໜງການພິມຈຳໜ່າຍຫວຽດນາມ ຢູ່ ເວເນຊູເອລາ (ພາບ: Baoquocte)

​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ກະຊວງ​ວັດທະນະທຳ​ເວ​ເນ​ຊູ​ເອລາ, ​ວັນ​ທີ 9 ພະ​ຈິກ, ສະຖານທູດ​ຫວຽດນາມ ປະຈຳ ເວ​ເນ​ຊູ​ເອ​ລາ ໄດ້​ຈັດ​ຕັ້ງ​ການໂອ້ລົມເຈລະຈາ​ດ້ວຍ​ຫົວ​ຂໍ້​ວ່າ “ສັງເຂບ​ບັນດາ​ຈຸດພິເສດ​ພົ້ນ​ເດັ່ນ​ຂອງ​ຂະ​ແໜງ​ການ​ພິມ​ຈຳໜ່າຍ​ຫວຽດນາມ ​ແຕ່​ກ່ອນ​ຮອດ​ຍຸກ​ທັນ​ສະ​ໄໝ” ດ້ວຍ​ຮູບ​ແບບ​ທາງ​ໄກ​ສົມ​ທົບ​ໂດຍ​ກົງ.

​ເຂົ້າ​ຮ່ວມ​ພິທີ​ມີ​ທ່ານ​ເອກ​ອັກຄະ​ລັດຖະທູດ ເວ​ເນ​ຊູ​ເອ​ລາ ປະຈຳ ຫວຽດນາມ Tatiana Moreno Pugh; ທ່ານປອ. ເຈິ່ນດວານເລິມ ອະດີດຜູ້ອໍານວຍການ, ບັນນາທິການໃຫຍ່ຂອງສໍານັກພິມແທ໊ ເຢີຍ,ທ່ານ Carolus Wimmer ປະທານສະມາຄົມມິດຕະພາບ ເວເນຊູເອລາ-ຫວຽດນາມ (CAVV), ທ່ານOswaldo Hernandezປະທານສະພາການຄ້າເວເນຊູເອລາ-ຫວຽດນາມ (CAVENVIET) ແລະ ແຂກຖືກເຊີນຈາກບັນດາກະຊວງ, ຂະແໜງການ, ຜູ້ຕາງໜ້າອຳນາດການປົກຄອງທ້ອງຖິ່ນ ແລະ ເພື່ອນມິດປະຈຳຖິ່ນ.

ກ່າວຄຳເຫັນທີ່ການ​ໂອ້​ລົມ​ເຈລະຈາ, ທ່ານ ປອ. ເຈິ່ນດວານເລິມ ໄດ້​ສະ​ແດງ​ຄວາມຂອບ​ອົກ​ຂອບ​ໃຈຕໍ່​ຄະນະ​ກຳມະການ​ຈັດ​ຕັ້ງ​ງານ​ຕະຫຼາດນັດ​ປຶ້ມ​ສາກົນ ເວ​ເນ​ຊູ​ເອ​ລາ (FILVEN 2021), ຢືນຢັນ​ເຫດການ​ວັດທະນະທຳ​ທີ່​ໃຫຍ່​ທີ່​ສຸດໃນ​ປີຂອງ ເວ​ເນ​ຊູ​ເອ​ລາ ​ໂດຍ​ມີ ຫວຽດນາມ ​ເປັນ​ແຂກ​ຖືກ​ເຊີນ ​ເພື່ອ​ພິສູດ​ໃຫ້​ເຫັນ​ວ່າ​ສອງ​ປະ​ເທດ, ​ເຖິງ​ແມ່ນ​​ຫ່າງ​ໄກ​​ທາງ​ພູມ​ສາດກໍ່​ຕາມ, ແຕ່ຍັງ​ມີ​ຄວາມ​ໃກ້​ຊິດ​ດ້ານ​ຄວາມ​ຮັກແພງ​ ​ສໍາ​ລັບ​​ວັດ​ທະ​ນະ​ທໍາການ​ອ່ານ, ການ​ແບ່ງ​ປັນບັນ​ດາ​ຫນ້າປະ​ຫວັດ​ສາດ​ທີ່​ຄ້າຍ​ຄື​ກັນ ດ້ວຍຄວາມຄາດ​ຫວັງຢາກມີສິດ​ເສລີ​ພາບ, ເອ​ກະ​ລາດ, ເຈດ​ຈຳ​ນົງ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕ​ົນ​ເອງ, ຈິດ​ໃຈ​ອົງ​ອາດ​ກ້າ​ຫານ ແລະ ນ້ຳ​ໃຈ​ຮັກ​ຊາດ​ຢ່າງ​ຈິງ​ໃຈ.

ທ່ານ ປອ. ເຈິ່ນດວານເລິມ ​ໄດ້​ສະ​ເໜີ​ສັງ​ເຂບ​ບັນດາ​ໄລຍະ​ການ​ພັດທະນາຕົວອັກສອນ​ ​ແລະ ພື້ນຖານການພິມ​ຈຳໜ່າຍ​ຢູ່​ຫວຽດນາມ, ນັບ​ແຕ່​ແບບວິທີການ​ພິມ​ໄມ້​ຕະຫຼອດ​ຮອດ​ການ​ນຳ​ໃຊ້​ຕົ້ນ​ໄມ້​ດັ່ງ​ກ່າວ ຜະ​ລິດເຈ້ຍ​ທີ່​ມີຄ​ວາມ​ເປັນ​ເອກະລັກ​ສະ​ເພາະ ​ເໝາະ​ສົມ​ກັບ​ການ​ພິມ, ການຂຽນ​ໃນ​ສະຕະວັດ​ທີ 2 ກ່ອນ​ຄ.ສ ຫຼື ການ​ປະ​ດິດ​ຄິດສ້າງເປັນຕົວ​ໜັງ​ສື​ຫວຽດ​ເດີມ (ຕົວໜັງສື ໂນມ) ທີ່​ນຳ​ໃຊ້​ປະ​ດິດ​ວັນ​ນະ​ຄະ​ດີ​ໃນ​ສະຕະວັດ​ທີ 10, ມາ​ເຖິງ​ການ​ກຳ​ເນີດ​ຂອງ​ວັນນະຄະດີ​ບູ​ຮານ​ທີ່​ຍອດ​ຢ້ຽມ​ຂອງ​ຫວຽດນາມ ​ເຊັ່ນ: ເລື່ອງ​ກຽວ​ ຂອງ ຫງວຽນ​ຢູ ​ໃນ​ສະຕະວັດ​ທີ 18.

ນັກ​ຮຽນ​ຮູ້​ຫວຽດ​ນາມ ​ໃຫ້​ຮູ້​ວ່າ: ​ໃນ​ສະ​ໄໝ​ເກົ່າ, ການ​ພິມ​ຈຳໜ່າຍ​​ໄດ້​ຮັບ​ການ​ຫັນ​ເປັນ​ວິຊາ​ສະ​ເພາະ​ເພື່ອ​ສ້າງ​ໝູ່​ບ້ານ​ພິມ​ຈຳໜ່າຍ​ປື້ມ​ດ້ວຍ​ແຜ່ນ​ໄມ້, ຕົ້ນຕໍ​ແມ່ນ​ສຸມ​ໃສ່​ຢູ່​ເຂດໃກ້​ກັບ​ນະ​ຄອນ​ຫຼວງ ​ແທງ​ລອງ - ຮ່າ​ໂນ້ຍ.​ໃນ​ນັ້ນ, ວັດ​ວິງ​ງຽມ ດ້ວຍ​​ແຜ່ນ​ໄມ້​ກ່​ວາ 3.050 ແຜ່​ນ ທີ່​ຍັງ​ຄົງ​ໄດ້​ຮັບ​ການ​ຮັບສາ​ຈາກ​ອົງການ​ສຶກສາ, ວິທະຍາສາດ ​ແລະ ວັດທະນະທຳ​ ສະຫະ​ປະຊາ​ຊາດ (UNESCO) ໂດຍ​ໄດ້​ຮັບ​ຮອງ​​ເອົາ​ເປັນ​ມໍລະດົກ​ເອກະສານ​ຂຶ້ນ​ກັບ​ໂຄງ​ການ​ຄວາມ​ຊົງ​ຈຳ​ຂອງ​ພາກ​ພື້ນ​ອາຊີ​ - ປາຊີ​ຟິກ.

ທ່ານ ປອ. ເຈິ່ນດວານເລິມ ແບ່ງປັນວ່າໃນຄວັນໄຟຂອງ​ການ​ຕ​ໍ່​ສູ້​ຕ້ານຝະລັ່ງ, ວັນທີ 10 ຕຸລາ 1952, ທ່ານປະທານ ໂຮ່ຈີມິນ ໄດ້ລົງນາມ ລັດຖະດຳລັດວ່າດ້ວຍການສ້າງຕັ້ງໂຮງພິມແຫ່ງຊາດ ຫວຽດນາມ, ໃຫ້ກຳເນີດອຸດສາຫະກຳຂະແໜງພິມຈຳໜ່າຍປະຕິວັດ.ນັບ​ແຕ່​ນັ້ນ​ມາ, ຫວຽດນາມ​ມີສຳ​ໜັກ​ງານ​ພິມ​ຈຳໜ່າຍ 60 ກວ່າ​ແຫ່ງ​ຢູ່​ພາຍ​ໃຕ້​ບັນດາ​ຫົວໜ່ວຍ​ຄຸ້ມ​ຄອງ​ຕ່າງໆ. ພື້ນ​ຖານເສດຖະກິດຕະຫຼາດອະນຸຍາດໃຫ້ບໍລິສັດຫນັງສືຈໍານວນຫຼາຍເຂົ້າສູ່ຕະຫຼາດການພິມເຜີຍແຜ່.

ນອກຈາກ​ນັ້ນ, ຫວຽດນາມ ຍັງ​ມີ​ໂຮງ​ພິມ​ຈຳໜ່າຍ​ປະມານ 1.500 ​ແຫ່ງ ​ແລະ ມີ​ຮ້ານ​ຂາຍ​ປຶ້ມ 13.700 ​ແຫ່ງ​ຢູ່​ທົ່ວ​ປະ​ເທດ. ​ແຕ່ລະ​ປີ,​ໃນ​ໂອກາດ​ວັນ​ປື້ມ​ຫວຽດນາມ (20 ​ເມສາ), ງານ​ຕະຫຼາດນັດ​ປຶ້ມໃຫຍ່​ໄດ້​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ ​ແລະ ນະຄອນ​ໂຮ່ຈິ​ມິນໂດຍດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງບັ​ນ​ດາ​ສຳ​ນັກ​ພິມ​ຈຳໜ່າຍ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເປັນ​ຈຳນວນ​ຫຼວງ​ຫຼາຍ.

ທ່ານ​ປະທານ CAVV Carolus Wimmer ໄດ້ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ​ຮ່ວມ​ມື​ກັບ​ສຳນັກ​ພິມ​ຈຳໜ່າຍ​ໂລກ, ຖ່າຍທອດ​ປຶ້ມ​ຫວຽດນາມ ​ໃຫ້​ຜູ້​ອ່ານ ເວ​ເນ​ຊູ​ເອ​ລາ ຕື່ມ​ອີກ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ເຂົ້າ​ໃຈ​ປະຫວັດສາດ, ວັດທະນະທຳ, ປະ​ເທດ​ຊາດ ​ແລະ ປະຊາຊົນ​ພາກ​ໃຕ້​ຂອງ​ທ້ອງ​ຖິ່ນ.

ການໂອ້​ລົມເຈລະຈາແມ່ນຫນຶ່ງໃນກິດຈະກໍາຢ່າງເປັນທາງການທີ່ FILVEN 2021.

ບຸນ​ຄົງ

Link: https://huunghivietlao.thoidai.com.vn/detail-article-11924.html

In bài biết