14:00 | 07/11/2021

ນາຍົກລັດຖະມົນຕີຫວຽດນາມ ຝ້າມມິນຈີ້ງເປັນປະທານກອງປະຊຸມສະໄໝສາມັນປະຈຳເດືອນຕຸລາຂອງລັດຖະບານ

ອົດ​ສະ​ຕາ​ລີ ​ຊ່ວຍເຫຼືອ​ຫວຽດນາມ ​ຕີ​ລາຄາ​ຜົນ​ກະທົບ​ຂອງ​ເຕັກ​ໂນ​ໂລ​ຢີເຖິງ​​ການ​ເຕີບ​ໂຕ​ເສດຖະກິດ ອົດ​ສະ​ຕາ​ລີ ​ຊ່ວຍເຫຼືອ​ຫວຽດນາມ ​ຕີ​ລາຄາ​ຜົນ​ກະທົບ​ຂອງ​ເຕັກ​ໂນ​ໂລ​ຢີເຖິງ​​ການ​ເຕີບ​ໂຕ​ເສດຖະກິດ
ວົງ​ເງິນ​ສົ່ງ​ອອກ​ຜະລິດ​ຕະພັນ​ກະເສດ-ເຄື່ອງປ່າຂອງດົງ-ສິນໃນນໍ້າ ບັນລຸ 38,8 ຕື້ໂດລາສະຫະລັດ ວົງ​ເງິນ​ສົ່ງ​ອອກ​ຜະລິດ​ຕະພັນ​ກະເສດ-ເຄື່ອງປ່າຂອງດົງ-ສິນໃນນໍ້າ ບັນລຸ 38,8 ຕື້ໂດລາສະຫະລັດ
ນາຍົກລັດຖະມົນຕີຫວຽດນາມ ຝ້າມມິນຈີ້ງເປັນປະທານກອງປະຊຸມສະໄໝສາມັນປະຈຳເດືອນຕຸລາຂອງລັດຖະບານ
ນາຍົກລັດຖະມົນຕີຫວຽດນາມ ຝ້າມມິນຈີ້ງເປັນປະທານກອງປະຊຸມສະໄໝສາມັນປະຈຳເດືອນຕຸລາຂອງລັດຖະບານ

ກ່າວຄຳເຫັນເປີດກອງປະຊຸມ, ທ່ານ ນາຍົກລັດຖະມົນຕີຫວຽດນາມ ຝ້າມມິນຈີ້ງໃຫ້ຮູ້ວ່າ ເດືອນຕຸລາມີບັນດາເຫດການທີ່ສຳຄັນ ນັບທັງຢູ່ພາຍໃນ ແລະ ການພົວພັນຕ່າງປະເທດ, ໃນນັ້ນມີກອງປະຊຸມຄັ້ງທີ 10 ສູນກາງພັກຊຸດທີ 13, ສະພາແຫ່ງຊາດຊຸດທີ 15 ໄດ້ຈັດກອງປະຊຸມສະໄໝສາມັນເທື່ອທີ 2. ເພື່ອຮັບໃຊ້ 2 ເຫດການດັ່ງກ່າວ, ລັດຖະບານໄດ້ກະກຽມເອກະສານ, ບົດລາຍງານຍື່ນຕໍ່ສູນກາງພັກ, ສະພາແຫ່ງຊາດ, ສຸມໃສ່ການພັດທະນາເສດຖະກິດ-ສັງຄົມ, ການຕ້ານໂລກລະບາດ.

ໃນ ການພົວພັນຕ່າງປະເທດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຝ້າມມິນຈີ້ງໄດ້ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 38-39; ເຂົ້າຮ່ວມກອງປະຊຸມ COP ຄັ້ງທີ 26, ຢ້ຽມຢາມ ແລະ ເຮັດວຽກຢູ່ອັງກິດ ແລະ ຝະລັ່ງ.

ທ່ານ ນາຍົກລັດຖະມົນຕີຫວຽດນາມ ຝ້າມມິນຈີ້ງ ສະເໜີບັນດາສະມາຊິກລັດຖະບານປຶກສາຫາລືຕີລາຄາ ສະພາບຕົວຈິງໃນ 10 ເດືອນທີ່ຜ່ານມາ, ຈາກນັ້ນວາງອອກວິທີການແກ້ໄຂໃນເດືອນພະຈິກ ແລະ ທັນວາເພື່ອຮັບປະກັນການເຕີບໂຕ, ການຫນູນຊ່ວຍສັງຄົມ.

Link: https://huunghivietlao.thoidai.com.vn/detail-article-11864.html

In bài biết